Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງພຽງ ກຽມພ້ອມເຕັມທີ່ຊ່ວຍເຫຼືອ ປະຊາຊົນທີ່ປະສົບໄພນໍ້າຖ້ວມ

Posted on 21/08/202022/08/2020 By All in LAOS No Comments on ປກສ ເມືອງພຽງ ກຽມພ້ອມເຕັມທີ່ຊ່ວຍເຫຼືອ ປະຊາຊົນທີ່ປະສົບໄພນໍ້າຖ້ວມ

ປະຈຸບັນ (14:00-21/8/2020) ທາງ ປກສ ເມືອງພຽງ ແມ່ນເຝົ້າລະວັງ ແລະ ກຽມຄວາມພ້ອມເພື່ອຊ່ວຍເຫຼືອປະຊາຊົນ ຫາກສະພາບນໍ້າຖ້ວມຍັງສືບຕໍ່ຮ້າຍແຮງ.

ເປັນກໍາລັງໃຈໃຫ້ອ້າຍນ້ອງເຈົ້າໜ້າທີ່ ແລະ ຂໍໃຫ້ທຸກຄົນປອດໄພ.

ນັກຂ່າວເມືອງພຽງລາຍງານໃຫ້ຮູ້ເພີ່ມວ່າ ຝົນຕົກໜັກຄືນຜ່ານມາ ເຮັດໃຫ້ 7 ບ້ານຂອງເມືອງພຽງ ຖືກນໍ້າຖ້ວມ

ເນື່ອງຈາກຝົກຕົກໜັກໃນຕອນແລງຂອງວັນທີ 20 ສິງຫາ ຕະຫຼອດຄືນຈົນເຖີງຕອນເຊົ້າຂອງວັນທີ 21 ສິງຫາ 2020 ນີ້ ໄດ້ສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ແມ່ນ້ຳຫຼາຍສາຍມີລະດັບນ້ຳສູງຂື້ນໂດຍສະເພາະແມ່ນ ນ້ຳຕອມ, ນ້ຳຕານ ແລະ ນ້ຳລວກ ໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ໄຮ່ນາຮົ້ວສວນເສັ້ນທາງການສັນຈອນ ແລະ ຂົ້ວຂ້າມທາງເຂົ້າບ້ານຂອງປະຊາຊົນ 7 ບ້ານຄື: ບ້ານນາແຄມ, ນາຊີງ, ນາກອກ ບ້ານກາງ, ຫຼວຍຊາກ, ປາກຊອງ, ນາມໍ້,​ ເມືອງພຽງ,​ແຂວງໄຊຍະບູລີ ໂດຍສະເພາະ ແມ່ນເຂດບ່ອນຮາບພຽງ, ຈຸດຮັບນ້ຳຂອບເຂດທີ່ຕໍ່າສົ່ງຜົນເຮັດໃຫ້ສັດລ້ຽງ, ເຄຶ່ອງໃຊ້ສອຍ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍຈຳນວນໜຶ່ງ.

ຕໍ່ກັບສະພາບການດັ່ງກ່າວທາງຄະນະພັກອຳນາດການປົກຄອງເມືອງເຊິ່ງນຳໂດຍ ທ່ານ ເສິດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມທັງທີມງານຂອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ຄະນະສະເພາະກິດຕ້ານໄພພິບັດຂັ້ນເມືອງ ເຈົ້າໜ້າທີ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມເຝົ້າລະວັງ ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບດ້ວຍການຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກໄປໄວ້ເຂດທີ່ປອດໄພພ້ອມທັງເກັບກຳຂໍ້ມູນຄວາມເສຍຫາຍ ເພຶ່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ.​

ນັກຂ່າວເມືອງພຽງ.

.

.

.

ຂ່າວກ່ອນໜ້ານີ້

ເມືອງພຽງ: ລາຍງານຈາກ ປະຊາຊົນ ເມືອງພຽງ ໃຫ້ຮູ້ວ່າ ຝົນຕົກໝົດຄືນ ວັນທີ່ 20 ສິງຫາ 2020 ເຮັດໃຫ້ນໍ້າສູງໄຫຼຖ້ວມ ເຂດບ້ານນາຊີງ ເມືອງພຽງ ແຂວງໄຊຍະບູລີ.

ນໍ້າຖ້ວມນາ, ໜອງປາ ແລະ ທາງເຂົ້າບ້ານ ສ່າງຄວາມເສຍຫາຍ ແລະ ການສັນຈອນຕັດຂາດ ຕ້ອງໄດ້ ໃຊ້ເຮືອ.

ຄວາມເສຍຫາຍລະອຽດ ເຈົ້າໜ້າທີ່ກ່ຽວຂ້ອງຈະເຮັດການສໍາຫຼວດຫຼັງນໍ້າບົກແຫ້ງ.

ຄລິບລາຍງານສົດ ເຊົ້າວັນທີ່ 21 ສິງຫາ 2020

ຄລິບ 2

ຄລິບ 3

ຂໍ້ມູນຈາກ : ປະກາດ Pakaad

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ເປີດນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງ ເຮືອບິນທະຫານອາກາດ
Next Post: ຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ນ້ຳເບີ 20 ຄົນສັນຊາດ ເກົາຫຼີ ຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ

Related Posts

ເມືອງປາກທາ ມອບ-ຮັບ ເງິນອູດໜູນເສຍຊີວິດໃຫ້ແກ່ພະນັກງານລັັດຖະກອນຄູ ຂ່າວສານບ້ານເມືອງ
ໜັກອີຫຼີ ໄວຣັດໂຄໂຣນາ! ມື້ດຽວຕາຍອີກ 46 ຄົນ ຕິດເຊື້ອເພີ່ມອີກ 3176 ຄົນ ຂ່າວສານບ້ານເມືອງ
ຈັບລັອດໃຫຍ່ທີ່ບໍລິຄໍາໄຊ ຂ່າວສານບ້ານເມືອງ
ໂຄວິດພາກຊີວິດໄປອີກຄົນແລ້ວທີ່ສະຫວັນນະເຂດ ຂ່າວສານບ້ານເມືອງ
ຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເຄື່ອນໄຫວວຽກຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme