Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການທະຫານແຂວງບໍ່ແກ້ວ

Posted on 21/08/202021/08/2020 By News No Comments on ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການທະຫານແຂວງບໍ່ແກ້ວ

ເພື່ອປະຕິບັດຕາມການພົວພັນຮ່ວມມືທີ່ມີມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືຮອບດ້ານລະຫວ່າງສອງກອງບັນຊາການຄື: ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນານ ສປ ຈີນ ແລະ ກອງບັນຊາການທະຫານແຂວງບໍ່ແກ້ວ ສ ປປ ລາວ. ໃນວັນທີ 18 ສິງຫາ 2020ນີ້ ທີ່ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອໂຄງການການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການຫານແຂວງບໍ່ແກ້ວ ທີ່ຝ່າຍຈີນຊ່ວຍເຫຼືອໃຫ້ຝ່າຍລາວຂື້ນ.

Image may contain: one or more people and people standing

ໂດຍເປັນກຽດເຊັນມອບຂອງ ສະຫາຍ ພົນຕີ ຢວນຍະຜິ້ງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳແຂວງຢູນານ ສປຈີນ ແລະ ເປັນກຽດເຊັນຮັບຂອງ ສະຫາຍພັນເອກ ວິດອນ ພຸດດາວົງ ຮອງປະທານ ຜູ້ປະຈຳການຄະນະກຳມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ຄະນະປະຈຳພັກແຂວງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ. ເຊິ່ງເນື້ອໃນຂອງບົດບັນທຶກສັນຍາຄັ້ງນີ້ແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກໃນການນໍາໃຊ້ລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ດັ່ງນັ້ນທາງກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນານ ສປ ຈີນ ຈຶ່ງເຫັນໄດ້ຄວາມຈຳເປັນຈຶ່ງໃຫ້ທືນຊ່ວຍເຫຼື້ອໃນການກໍ່ສ້າງຄັ້ງນີ້ໂຄງການດັ່ງກ່າວແມ່ນຢູ່ທີ່ກອງຮ້ອຍ 121 ບ້ານດອນມູນ ເມືອງເມິງ ແຂວງບໍ່ແກ້ວ.

Image may contain: one or more people

ລາຍລະອຽດຂອງການກໍ່ສ້າງລະບົບໄຟຟ້າມີເນື້ອໃນກໍ່ສ້າງຄື: ຕັ້ງໝໍ້ແປງໄຟທີ່ມີກໍາລັງແຮງ 50KVA 1ໜ່ວຍ, ຕິດຕັ້ງສາຍໄຟທີ່ມີກໍາລັງແຮງ 22KV ທີ່ມີຄວາມຍາວ 3.8Km ແລະ ສາຍໄຟທີ່ມີກໍາລັງແຮງ 400 V ມີຄວາມຍາວ 400m, ຕິດຕັ້ງດອກໄຟພາຍໃນກອງຮ້ອຍ, ລາຍລະອຽດຂອງການກໍ່ສ້າງລະບົບນໍ້າມີເນື້ອໃນກໍ່ສ້າງ ສ້າງອ່າງເກັບນໍ້າທີ່ມີຄວາມສູງ 1.2 ແມັດ ມີຄວາມຍາວ 2.4 ແມັດ ຕໍ່ທໍ່ນໍ້າໄປກອງຮ້ອຍ ມີຄວາມຍາວ 5400 ແມັດ, ງົບປະມານລະບົບນໍ້າ ແລະ ໄຟຟ້າລວມທັງໝົດເປັນເງິນຈີນມີຈໍານວນ 1,300,000 ຢວນ (ໜຶ່ງລ້ານສາມແສນຢວນ) ໂຄງການກໍ່ສ້າງດັ່ງກ່າວແມ່ນມອບໃຫ້ທາງຝ່າຍລາວເປັນຜູ້ລົງມືກໍ່ສ້າງເອງຈາກນັ້ນທັງສອງຝ່າຍກໍ່ໄດ້ລົມນາມເຊັນບົດບັນທຶກສັນຍາດັ່ງກ່າວຢ່າງເປັນທາງການ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊ່ວຍແດ່ ເຫັນໜ້າຊັດເຈນ ໂຈນລັກລົດຈັກ ດພ 8359 (ມີຄລິບ)
Next Post: ຂ່າວດ່ວນ! ນໍ້າຖ້ວມແລ້ວເຂດນາຊິງ ເມືອງພຽງ (ຄລິບລາຍງານສົດ)

Related Posts

ເຕືອນ! ພໍ່ແມ່ປະຊາຊົນເຂື່ອນໄຟຟ້າເຊຂະໝານ3 ຈະປ່ອຍນໍ້າເລີ່ມ 3 ໂມງແລງຂອງມື້ນີ້! ຂ່າວສານບ້ານເມືອງ
ຖືກດັດສ້າງມາແລ້ວ 2 ຄັ້ງ ຍ້ອນກໍ່ເຫດ ອາລະວາດຄອບຄົວ ແຕ່ບໍ່ເຂັດຫຼາບ ຂ່າວສານບ້ານເມືອງ
ປກສ ເມືອງ ປາກງື່ມ ຈັບຜົວເມຍ ລັ ກລອບຂາຍຢ າ ເ ສ ບ ຕິ ດ ພ້ອມຜູ້ຊັດທອດ ຂ່າວສານບ້ານເມືອງ
ກອງພັນປ້ອງກັນເຄື່ຶຶອນທີ່ ນວ ຕ້ອງເພີ່ມທະວີ 5 ວຽກງານສໍາຄັນ ຂ່າວສານບ້ານເມືອງ
ລົດຈັກປະທະລົດເກງເສຍຊີວິດຄາທີ 1 ຄົນ ທາງບ້ານຊຽງຄວນ ຂ່າວສານບ້ານເມືອງ
ກໍ່ເຫດ ລັ ກ ຊັ ບ ໄດ້ພຽງສອງວັນກ່ອນຖືກກັກຕົວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme