Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດຈັກຕຳຫຼັກເສົາຮົ້ວເສຍຊີວິດຄາທີ່ເຂດບ້ານໂຊກຄຳ

Posted on 20/08/202020/08/2020 By All in LAOS No Comments on ລົດຈັກຕຳຫຼັກເສົາຮົ້ວເສຍຊີວິດຄາທີ່ເຂດບ້ານໂຊກຄຳ

ນະຄອນຫຼວງວຽງຈັນ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ວ່າ ໃນວັນທີ 20 ສິງຫາ 2020 ເວລາ 03:42 ນາທີ (ຕອນເຊົ້າ) ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດຈັກຕຳຫຼັກເສົາຮົ້ວ ຢູ່ບ້ານ ໂຊກຄຳ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ ເຊິ່ງມີອາການໝົດສະຕິ (ຫົວໃຈຢຸດເຕັ້ນ), ມີບາດແຜເປີດຢູ່ບໍລິເວນຫົວ, ໝາກບ້າຫົວເຄົ່າເບື້ອງຂວາແຕກ ແລະ ມີບາດແຜຕາມຕົນຕົວ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ທຳການປໍ້າຫົວໃຈ (CPR) ເພື່ອເຊີດຊູຊີວິດເປັນເວລາຫຼາຍນາທີ ແຕ່ກໍບໍ່ສາມາດຍື້ຊີວິດຜູ້ບາດເຈັບໄວ້ໄດ້ ແລະ ເສຍຊີວິດໃນເວລາຕໍ່ມາ.

ດັ່ງນັ້ນ, ຈຶ່ງໄດ້ປະສານງານຫາເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແລະ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ພ້ອມທັງມ້ຽນຄາບສົບ ແລະ ນຳສົ່ງໄປບຳເພັນກຸສົນທີ່ປ່າຊ້າວັດໂນນສະຫງ່າ. ທາງໜ່ວຍກູ້ໄພນະຄອນຫຼວງ 1624 ຂໍສະແດງຄວາມໂສກເສົ້າເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດດ້ວຍ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ຂ່າວສານບ້ານເມືອງ

Post navigation

Previous Post: ແອັດຊັງຂຶ້ນ ກາຊວນລົງ ປັບລາຄານໍ້າມັນໃໝ່
Next Post: ສານອຸທອນໄທຕັດສິນຈໍາຄຸກ “ໄຊຊະນະ” ຕະຫຼອດຊີວິດ

Related Posts

ພົບອີກແລ້ວ!!! ເຄື່ອງໃນໝູປົນເປື້ອນສານພິດ ເຈົ້າໜ້າທີ່ທໍາລາຍຖິ້ມເປັນຈໍານວນຫຼາຍ ຂ່າວສານບ້ານເມືອງ
ການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ແລະ ແຜນເງິນຕາປະຈໍາປີ 2023 ຂ່າວສານບ້ານເມືອງ
ນັ່ງຕົບຍຸງຖ້າຂ້າມຟາກ ທາງຂ້າມຊົ່ວຄາວຍັງແປງບໍ່ໄດ້ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເກີດເຫດຫີນຖະຫຼົ່ມທັບຄົນງານເສຍຊີວິດ 4 ຄົນ ທີ່ ສາລະວັນ ຂ່າວສານບ້ານເມືອງ
ແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ໂມລາເວ ແຕ່ໄລຍະວັນທີ 28 ຫາ 29 ຕຸລາ 2020 ຂ່າວສານບ້ານເມືອງ
ເມືອງລະຄອນເພັງ ເອົາໃຈໃສ່ສືບຕໍ່ປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme