Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງໂຂງ ມີເງິນກອງທຶນພັດທະນາບ້ານ 17 ຕື້ກວ່າກີບ

Posted on 20/08/202020/08/2020 By All in LAOS No Comments on ເມືອງໂຂງ ມີເງິນກອງທຶນພັດທະນາບ້ານ 17 ຕື້ກວ່າກີບ

ການສ້າງຕັ້ງກອງທຶນພັດທະນາບ້ານ ມີຈຸດປະສົງເພື່ອໃຫ້ປະຊາຊົນໄດ້ມີໂອກາດເຂົ້າເຖິງສິນເຊື່ອ, ມີເງື່ອນໄຂກູ້ຢືມເພື່ອທຳການຜະລິດ, ເຮັດທຸລະກິດຂະໜາດນ້ອຍ ແລະ ເປັນການຫລຸດ ຜ່ອນກູ້ຢືມເງິນນອກລະບົບທີ່ມີອັດຕາດອກເບ້ຍສູງ; ດັ່ງນັ້ນ ເມືອງໂຂງ ແຂວງຈຳປາສັກ ຈຶ່ງໄດ້ສ້າງຕັ້ງກອງທຶນພັດທະນາບ້ານດ່ັງກ່າວຂຶ້ນ, ມາຮອດປັດຈຸບັນ ທົ່ວເມືອງລວມມີທັງໝົດ 86 ກອງທຶນ, ລວມທັງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ (ສສງ) 2 ແຫ່ງ;

ໃນນັ້ນ ເປັນກອງທຶນທີ່ສະ ຫະພັນແມ່ຍິງເມືອງຮັບຜິດຊອບຈຳນວນ 20 ກອງທຶນ ແລະ ຫ້ອງການກະສິກຳ-ປ່າໄມ້ເມືອງຮັບຜິດຊອບຈຳນວນ 68 ກອງທຶນ ລວມມີເງິນທ້ອນຂອງສະມາຊິກທັງໝົດຈຳນວນ 17.355 ລ້ານກວ່າກີບ, ມີສະມາຊິກທັງໝົດ 6.020 ຄົນ, ຍິງ 3.815 ຄົນ.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ທ່ານ ທອງໃສ ສີມຈະເລີນ ຫົວໜ້າຫ້ອງການກະສິກຳ-ປ່າໄມ່ເມືອງ ເປີດເຜີຍໂອກາດເປີດກອງປະຊຸມສະຫລຸບ ແລະ ປັບປຸງວຽກງານກອງທຶນພັດທະນາບ້ານ ໃນທົ່ວເມືອງ ປະຈຳປີ 2020 ໃນວັນທີ 19 ສິງຫາ ນີ້ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ບຸນເຮັງ ກົມປະເສີດ ຮອງເຈົ້າເມືອງໆໂຂງ, ມີບັນດາທ່ານກຳມະການພັກເມືອງ, ຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍ ບ້ານ ແລະ ຄະນະກອງທຶນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນທົ່ວເມືອງ ມີກອງທຶນພັດທະນາບ້ານທີ່ເຂັ້ມແຂງ ສາມາດປັນຜົນໃນທ້າຍປີໃຫ້ສະມາຊິກມີຈຳນວນ 16 ກອງທຶນ ແລະ ຍັງມີກອງທຶນທີ່ບໍ່ສາມາດປັນຜົນໃຫ້ສະມາຊິກໄດ້ ມີຈຳນວນ 46 ກອງທຶນ.

ໂອກາດດຽວກັນ ປະທານກອງປະຊຸມກໍໄດ້ເນັ້ນໜັກໃຫ້ຄະນະກອງທຶນທີ່ເຫັນວ່າຍັງອ່ອນ ຈົ່ງໄດ້ເປັນເຈົ້າການປະຕິບັດລະບຽບຂອງກອງທຶນຢ່າງເຂັ້ມງວດ, ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດໃຫ້ຄະນະຮັບຜິດຊອບກອງທຶນບ້ານ, ທີ່ສຳຄັນຄະນະຮັບຜິດຊອບກອງທຶນຂັ້ນເມືອງກໍຍັງຂາດຄວາມເອົາໃຈໃສ່ຕິດຕາມກວດກາ, ຊຸກຍູ້ວຽກງານດັ່ງກ່າວຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ພຸດທະສິນ ເມືອງໂຂງ

ຂ່າວສານບ້ານເມືອງ

Post navigation

Previous Post: ເຮືອຈັກໂຄມໄມ້ທີ່ກາງແມ່ນໍ້າຂອງ ຄົນຕົກນໍ້າ ເຮືອປິ່ນອ້ອມໄປມາ (ມີຄລິບ)
Next Post: ຂ່າວດ່ວນ! ດິນເຈື່ອນອີກແລ້ວທີ່ທາງ 13 ເໜືອ ເຂດເມືອງກາສີ

Related Posts

ເຈົ້າເມືອງອາດສະພອນ ລົງຊີ້ນຳການສ້າງຂະບວນການສ້ອມແປງຂົວຂ້ວາມຫ້ວຍພະນອມ ຂ່າວສານບ້ານເມືອງ
ຈັບໂຈນເລາະລັກໂທລະສັບເຂດໂຮງໝໍ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວໃນບໍລິເວນ ແຂວງໄຊຍະບູລີ ແລະ ວຽງຈັນ ຂ່າວສານບ້ານເມືອງ
ເມືອງສັງທອງ ມີທ່າແຮງທາງທໍາມະຊາດ ທີ່ ປະຊາຊົນສາມາດໝຸນໃຊ້ ໃນການ ພັກດັນ ເສດຖະກິດຂອງ ປະຊາຊົນ ຂ່າວສານບ້ານເມືອງ
ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄ້າຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ຂ່າວສານບ້ານເມືອງ
31ບ້ານຂອງນະຄອນໄດ້ຮັບໃບຢັ້ງຢືນ ບ້ານປອດຢາເສບຕິດ ສະໄໜທີ ll ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme