ອຸດົມໄຊສືບຕໍ່ເຂັ້ມງວດປະຕີບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດ Covid-19 ແຕ່ວັນທີ1-30 ສິງຫາປີ2020 .

ເພື່ອປະຕິດບັດຕາມແຈ້ງການຂອງ ຫ້ອງວ່າການສຳນັກງານລັດຖະມົນຕີ ສະບັບເລກທີ່ 806/ຫສນຍ.

ພະແນກ ຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວແຂວງອຸດົມໄຊຮ່ວມກັບພາກສ່ວນທີ່ກ່ຽວຂ້ອງລົງສ້າງບົດບັນທືກ ກັບບັນດາຮ້ານບັນເທີງ, ຮ້ານ ອາຫານ ແລະຮ້ານເກມໂດຍໃຫ້ປະຕິບັດມາດຕະການຄື:

1. ປິດບໍລິການຊົ່ວຄາວຮ້ານ ບັນເທິງ,ຮ້ານຄາຣາໂອເກະ ແລະ ຮ້ານເກມທຸກປະເພດ.
2. ຮ້ານອາຫານ, ຮ້ານກີນດື່ມປີດບໍລິການເຄື່ອງສຽງທຸກປະເພດ, ໃຫ້ເປິດບໍລິການຂາຍອາຫານກີນເຂົ້າປົກະຕິ, ,ແຕ່ຕ້ອງມີເຄື່ອງກວດອຸ່ນຫະພຸມ, ສະຫນອງນ້ຳຢາລ້າງມືໃຫ້ລູກຄ້າ, ຮັກສາໄລຍະຫ່າງ, ຮັກສາຄວາມສະອາດ, ຄວາມສະຫງົບປອດໄພ.

ຂໍໃຫ້ທຸກພາກສ່ວນໃຫ້ຄວາມຮ່ວມມື
ລາຍລະອຽດອ່ານຕາມແຈ້ງການຂອງພະແນກ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ.