Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄງການເກັບກູ້ລະເບີດແຫ່ງຊາດ ເລັ່ງວຽກງານໃຫ້ໄດ້ຕາມເປົ້າໝາຍ

Posted on 19/08/202019/08/2020 By All in LAOS No Comments on ໂຄງການເກັບກູ້ລະເບີດແຫ່ງຊາດ ເລັ່ງວຽກງານໃຫ້ໄດ້ຕາມເປົ້າໝາຍ

ຄກລ ເລັ່ງປະຕິບັດບັນດາຕົວຄາດໝາຍສູ້ຊົນ ໃຫ້ສາມາດບັນລຸຜົນສຳເລັດ

ໃນ 6 ເດືອນທ້າຍປີ 2020 ນີ້, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຈະເລັ່ງໃສ່ປະ ຕິບັດແຜນບັນດາຕົວຄາດໝາຍສູ້ຊົນ ຂອງບັນດາໜ້າວຽກຕ່າງໆ ໃຫ້ສາມາດບັນລຸໄດ້ຕົວເລກຜົນສຳເລັດ ຕາມແຜນປະຕິບັດງານ ທີ່ໄດ້ມີການສະເໜີປັບປຸງ ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ, ເພື່ອຮັບ ປະກັນໄດ້ຜົນສຳເລັດຂອງແຜນປີ.

ເຖິງແມ່ນວ່າໄລຍະຜ່ານມາ ການປະຕິບັດງານພາກສະໜາມ ຈະໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ແລະ ບັນຫາດ້ານງົບປະມານກໍຕາມ, ທ່ານ ບຸນພາມິດ ໂສມວິຈິດ ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ກ່າວໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ.

ທ່ານກ່າວຕື່ມວ່າ: ຄກລ ຈະສູ້ຊົນປະຕິບັດຕົວຕາມເລກຄາດໝາຍ ຂອງບັນດາໜ້າວຽກຕ່າງໆ ໂດຍສະເພາະ ວຽກງານໂຄສະນາສຶກສາຄວາມສ່ຽງໃຫ້ໄດ້ 182 ບ້ານ, ວຽກງານສຳຫລວດບໍ່ແມ່ນດ້ານວິຊາການ 61 ບ້ານ, ວຽກງານສຳຫລວດດ້ານວິຊາການ 1.890 ເຮັກຕາ, ວຽກງານເກັບກູ້ 1.403 ເຮັກ ຕາ.

ພ້ອມກັນນີ້, ດ້ານວຽກງານທຳລາຍເຄື່ອນທີ່, ວຽກງານກົນຈັກຕັດຫຍ້າໃຫ້ໄດ້ 100 ເຮັກຕາ ແລະ ວຽກງານກົນຈັກທຳລາຍລະເບີດລູກຫວ່ານ ໃຫ້ໄດ້ 49.8 ເຮັກຕາ.

ນອກຈາກນີ້, ຄກລ ຍັງໄດ້ກຳນົດທິດທາງແຜນການຈຸດສຸມ ໂດຍຈະເລັ່ງໃສ່ບັນດາໜ້າວຽກດັ່ງນີ້: ສືບຕໍ່ຂົນຂວາຍລະດົມທຶນ ຈາກບັນດາຜູ້ໃຫ້ທຶນຕ່າງໆ ເພື່ອສະໜັບສະໜູນການປະຕິບັດງານຂອງ ຄກລ ໃນ 9 ແຂວງທົ່ວປະເທດ.

ພ້ອມນີ້, ໄດ້ກະກຽມໃຫ້ແກ່ການທົບທວນແຜນດໍາເນີນງານປະຈໍາປີ 2020 ໄລຍະ 6 ເດືອນ ເພື່ອດັດແກ້ບາງເປົ້າໝາຍ ແລະ ແຜນກິດຈະກຳ ຂອງບັນດາໜ່ວຍງານ ຫ້ອງການໃຫຍ່ ຄກລ ແລະ 9 ແຂວງ ໃນຂອບເຂດທົ່ວປະເທດ ແລະ ພ້ອມກັນສືບຕໍ່ຝຶກອົບຮົມວຽກງານດ້ານວິຊາການ ແລະ ຊຸກຍູ້ພະນັກງານວິຊາການ ໃຫ້ເອົາໃຈໃສ່ຄົ້ນຄວ້າວຽກງານການປະຕິບັດງານ ຕິດພັນກັບໜ້າທີ່ຮັບຜິດຊອບຂອງຕົນ ໃຫ້ບັນລຸຕາມຄາດໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂ່າວ: ມະນີທອນ ພາບປະກອບ ໂດຍ:ຣາຊະວົງສ໌

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ກໍາລັງຈະຂົນສົ່ງຢາເສບຕິດ ດ້ວຍລົດຕູ້ ເຊື່ອງຢາບ້າ 18.000 ເມັດ! ສຸດທ້າຍໄປບໍ່ລອດ
Next Post: ອຸດົມໄຊ ສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ Covid-19

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 170ຄົນ ຂ່າວສານບ້ານເມືອງ
ທົ່ວ​ແຂວງ​ສະ​ຫວັນ​ນະ​ເຂດ ເກັບ​ລາຍ​ຮັບ​ໃນ 6 ເດືອນ​ຕົ້ນ​ປີ​ໄດ້​ແລ້ວ 629 ຕື້ກວ່າ​ກີບ, ເທົ່າກັບ 38% ຂ​ອງ​ແຜນ​ການ ຂ່າວສານບ້ານເມືອງ
ເປັນຫຍັງການຮຽນໃນແຖວເອເຊຍຈຶ່ງມີຄວາມກົດດັນຫຼາຍກວ່າເອີຣົບ ແລະ ອາເມລິກາ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2115ຄົນ ຂ່າວສານບ້ານເມືອງ
ຫາກທ່ານກວດພົບໂຄວິດແລະປົວຕົນເອງຢູ່ເຮືອນ ກະລຸນາແຈ້ງທາງການ ຂ່າວສານບ້ານເມືອງ
ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme