Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກໍາລັງຈະຂົນສົ່ງຢາເສບຕິດ ດ້ວຍລົດຕູ້ ເຊື່ອງຢາບ້າ 18.000 ເມັດ! ສຸດທ້າຍໄປບໍ່ລອດ

Posted on 19/08/202019/08/2020 By News No Comments on ກໍາລັງຈະຂົນສົ່ງຢາເສບຕິດ ດ້ວຍລົດຕູ້ ເຊື່ອງຢາບ້າ 18.000 ເມັດ! ສຸດທ້າຍໄປບໍ່ລອດ

ພະແນກຕໍາຫຼວດ ປກສ ເມືອງພຽງ ແຂວງໄຊຍະບູລີ ໄດ້ນຳກຳລັງເຈົ້າໜ້າທີ່ວິຊາສະເພາະ ເຂົ້າຈັບກຸມ 2 ເປົ້າໝາຍຢາເສບຕິດ ຢູ່ຄິວລົດ ທີ່ເມືອງໄຊຍະບູລີ ພ້ອມກວດຄົ້ນພົບຢາບ້າ 18.000 ເມັດ ທີ່ຊຸກເຊື່ອງໄວ້ໃນລົດຕູ້ສະແຕກແລັກໄປດຳເນີນຄະດີຕາມກົດໝາຍ ໃນວັນທີ 7 ສິງຫາ ຜ່ານມາ. ເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຫຼັງຈາກສືບຮູ້ການເຄື່ອນໄຫວຂອງເປົ້າໝາຍຄ້າຂາຍຢາເສບຕິດ ທີ່ກໍາລັງຈະຂົນສົ່ງຢາເສບຕິດ ດ້ວຍລົດຕູ້ສະຕາແລັກ ໝາຍເລກທະບຽນ ກພ 0929 ຫຼວງພະບາງ ລະຫວ່າງເທດສະ ບານເມືອງພຽງ ຫາ ເມືອງໄຊຍະບູລີ; ຈາກນັ້ນ, ຈຶ່ງໄດ້ນໍາກໍາລັງວິຊາສະເພາະ ລົງຕິດຕາມການເຄື່ອນໄຫວ ເພື່ອຊອກຫາເປົ້າໝາຍ, ຮອດເວລາ 13:30 ໂມງ ຂອງວັນທີ 7 ສິງຫາ ຜ່ານມາ ກໍພົບເຫັນລົດເປົ້າໝາຍຂັບຂີ່ເຂົ້າໄປຄິວລົດແຫ່ງໜຶ່ງ ໃນເມືອງໄຊຍະບູລີ ຈຶ່ງໄດ້ກັກລົດຄັນດັ່ງກ່າວ ແລ້ວທຳການກວດຄົ້ນ ພົບເຫັນຢາບ້າ ຈໍານວນ 9 ມັດ ເທົ່າກັບ 18.000 ເມັດ.

Image may contain: 2 people, text

ເຈົ້າໜ້າທີ່ ກໍໄດ້ກັກຕົວເປົ້າໝາຍທັງສອງ ຊື່ ທ້າວ ເກົ້າລີ ອາຍຸ 28 ປີ ບ້ານໂພນສະຫວ່າງ ແລະ ທ້າວ ເຊິນ ອາຍຸ 53 ປີ ບ້ານໂພນຊຽງ ທັງສອງຢູ່ເມືອງນໍ້າບາກແຂວງຫຼວງພະບາງ. ຈາກນັ້ນ, ໄດ້ມອບພວກກ່ຽວໃຫ້ ປກສ ແຂວງໄຊຍະບູລີສືບຕໍ່ທຳການສອບສວນຂະຫຍາຍ ຜົນຫາທີ່ມາຂອງຢາບ້າຈໍານວນດັ່ງກ່າວ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄະຕິຊີວິດ “ເໜືອເກີບຍັງມີຕີນ”
Next Post: ໂຄງການເກັບກູ້ລະເບີດແຫ່ງຊາດ ເລັ່ງວຽກງານໃຫ້ໄດ້ຕາມເປົ້າໝາຍ

Related Posts

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປີດສົກຮຽນໃໝ່ 2020-2021 ຂ່າວສານບ້ານເມືອງ
ພົບ ງູກະບາຫົວຂຽດນໍ້າເຕົ້າ ເຂດປ່າສະຫງວນ ພູສະບົດ-ປົ່ງຈອງ ທີ່ເມືອງຄໍາ (ມີຄລິບ) ຂ່າວສານບ້ານເມືອງ
ບຸນຂອງໝານ້ອຍ ໄດ້ເຮືອນສຸດງົດງາມ ແບບທໍາມະຊາດ (ຊົມຄລິບ) ຂ່າວສານບ້ານເມືອງ
ປະຫວັດຫຍໍ້ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຂ່າວສານບ້ານເມືອງ
ງຽບສະຫງົບ! ບໍ່ແກ້ວຈາກສະພາບການເຜ່ລະບາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຂະແໜງອາຫານ ແລະ ຢາແຂວງ ຮ່ວມກັບໜ່ວຍງານອາຫານ ແລະ ຢາເມືອງ ລົງກວດກາອາຫານ-ເຄື່ອງດຶ່ມ ຕາມທອງຕະຫຼາດຢູ່ເມືອງ ຄົງເຊໂດນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme