Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົງນາມຮ່ວມມື ກ່ຽວກັບການທົດສອບ ແລະ ຕິດຕາມກວດກາຄຸນນະພາບເຕົາປະຢັດ ທີ່ ຫຼວງພະບາງ

Posted on 18/08/202018/08/2020 By All in LAOS No Comments on ລົງນາມຮ່ວມມື ກ່ຽວກັບການທົດສອບ ແລະ ຕິດຕາມກວດກາຄຸນນະພາບເຕົາປະຢັດ ທີ່ ຫຼວງພະບາງ

ພະແນກວິທະຍາສາດແລະເຕັກໂນໂລຊີ ລົງນາມຮ່ວມມືກ່ຽວກັບການທົດສອບ ແລະ ຕິດຕາມກວດກາຄຸນນະພາບເຕົາປະຢັດກັບ ສພປ

ທ້າຍເດືອນ ກໍລະກົດ ຜ່ານມານີ້ ພະແນກວິທະຍາສາດແລະເຕັກໂນໂລຊີ ແຂວງຫຼວງພະບາງ ໄດ້ຮ່ວມລົງນາມເຊັນບົດບັນທຶກສັນຍາຮ່ວມມືກ່ຽວກັບການທົດສອບ ແລະ ກວດກາຄຸນນະພາບເຕົາປະຢັດ ກັບສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນ ນະບົດ (ສພປ) ເຊິ່ງເປັນຜູ້ຜະລິດ ແລະ ຈໍາໜ່າຍຢູ່ພາຍໃນນະຄອນຫຼວງພະບາງ.

ສໍາລັບຫ້ອງທົດສອບກວດກາຄຸນນະພາບເຕົາປະຢັດແມ່ນໄດ້ປັບປຸງນໍາໃຊ້ຫ້ອງອາຄານເກົ່າທາງຫຼັງພະແນກດັ່ງ ກ່າວລວມມູນຄ່າທັງໝົດ 45 ລ້ານກວ່າກີບ ແລະ ໄດ້ເຊັນມອບຮັບຢ່າງເປັນທາງການ.

ໂດຍ ໃຫ້ກຽດຮ່ວມລົງນາມ ເຊັນແມ່ນ ທ່ານ ວົງສະຫວັດ ໂສມມະລັດ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ກັບ ທ່ານ ອໍາພອນ ສຸວັນນະລາດ ຜູ້ອໍານວຍການສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ມີບັນດາຕາງໜ້າຈາກພະແນກການທີ່ກ່ຽວ ຂ້ອງ,ພະນັກງງານວິຊາການຂອງ ສພປ ພ້ອມດ້ວຍພະນັກງານພະແນກວິທະຍາສາດ ແລະ ເຕັກໂນໂລຊີເຂົ້າຮ່ວມ ເປັນສັກຂີພະຍານ.

ຂ່າວສານບ້ານເມືອງ

Post navigation

Previous Post: ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ
Next Post: ເຝິກອົບຮົມວຽກງານຕ້ານການຄ້າມະນຸດ ໃຫ້ເຈົ້າໜ້າທີ່ຕໍາຫຼວດຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານການເມືອງ

Related Posts

ປກສ ເມືອງທ່າແຂກ ກັກໂຕ 4 ສະຫາຍ ພ້ອມ ຂ ອ ງ ກ າ ງ 9.224 ເ ມັ ດ ຂ່າວສານບ້ານເມືອງ
ສະຫະພັນແມ່ຍິງ ກອງພົນທີ 4 ເອົາໃຈໃສ່ຖືສຳຄັນວຽກງານ 3 ດີ 4 ພັດທະນາ ຂ່າວສານບ້ານເມືອງ
ມາຟັງນໍາກັນ! ຂີງ, ຫົວສີໄຄ, ໃບຂີ້ຫູດ, ກະທຽມ…ສາມາດຕ້ານພະຍາດໂຄວິດ ໄດ້ ຫຼື ບໍ່? ຂ່າວສານບ້ານເມືອງ
ເຈົ້າເມືອງໄຊຍະບູລີ ລົງຊຸກຍູ້ວຽກງານກະສິກຳຢູ່ພາຍໃນເມືອງ ຂ່າວສານບ້ານເມືອງ
ຂໍຄວາມຊ່ວຍເຫຼືອດ່ວນ! ປະກາດຫາຍາດພີ່ນ້ອງຄົນເຈັບ ຂ່າວສານບ້ານເມືອງ
ຈັ ບ ໄດ້ພາຍໃນມື້ຫຼັງກໍ່ເຫດດຶງສາຍຄໍຄຳແລ້ວຫຼົບໜີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme