Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ

Posted on 18/08/202018/08/2020 By News No Comments on ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ

ມາຮອດວັນທີ 18 ສິງຫາ 2020 ທົ່ວໂລກມີຜູ້ຕິດເຊື້ພະຍາດໂຄວິດ19 ທັງໝົດ ເກືອບ 22ລ້ານຄົນ, ເພີ່ມຂຶ້ນ 217.212 ຄົນ, ເສຍຊີວິດ776.823ຄົນ ຫລາຍກວ່າໝູ່ ແມ່ນສະຫະຣັດອາເມຣິກາ 5.558.714ຄົນ, ເສຍຊີວິດ 173.823ຄົນ, ເບຼຊິນ 3.363.235ຄົນ. ແລະອິນເດຍ 2.701.604 ຄົນ


ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕອນເຊົ້າວັນທີ 18 ສິງຫາ ນີ້ ເຖິງສະພາບການຄວບຄຸມໂຄວິດ19 ຢູ່ ສປປ ລາວວ່າ: ມື້ຜ່ານມາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ລາວທັງໝົດ 2,212 ຄົນ: ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,093 ຄົນ ມີແຮງງານລາວກັບມາແຕ່ໄທ 205 ຄົນ; ຈຸດຜ່ານດ່ານລາວ – ຈີນ 117 ຄົນ, ມີແຮງງານຈີນ 107 ຄົນ , ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານລາວ – ຫວຽດນາມ 673 ຄົນ, ໃນນີ້ ແຮງງານຫວຽດນາມ 5 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; ເດີນທາງຜ່ານສະໜາມບິນສາກົນວັດໄຕ 329 ຄົນ ມີຄົນຈີນ 255 ຄົນ, ຄົນລາວ 7 ຄົນ ແລະ ຕ່າງປະເທດ 67 ຄົນ); ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ, ແລະ ໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.


ວຽກງານເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ມີທັງໝົດ 422 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 98 ຕົວຢ່າງ, ແຮງງານຈີນ 262 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 62 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອໃໝ່; ສ່ວນຄົນເຈັບຕິດເຊື້ອໃໝ່ ທີ່ພວມປີ່ນປົວຢູ່ໂຮງໝໍມິດຕະພາບ ຈຳນວນ 3 ຄົນ ແມ່ນບໍ່ມີອາການຮ້າຍແຮງ

ຂ່າວສານບ້ານເມືອງ

Post navigation

Previous Post: ຊາຍໄວ 21 ປີ ຖືກຈັບ ພ້ອມຂອງກາງ 400 ເມັດ
Next Post: ລົງນາມຮ່ວມມື ກ່ຽວກັບການທົດສອບ ແລະ ຕິດຕາມກວດກາຄຸນນະພາບເຕົາປະຢັດ ທີ່ ຫຼວງພະບາງ

Related Posts

ເສຍຫາຍເປເພໜັກ ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ຂ່າວສານບ້ານເມືອງ
ຂ່າວດ່ວນ! ປະກາດຫາຍາດພີ່ນ້ອງ ເຫດລົດຈັກຕໍາທາງຍ່າງ ເສຍຊີວິດຄາທີີ່ ເຂດບ້ານຮ່ອງແກ ຂ່າວສານບ້ານເມືອງ
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຢືນຢັນໃນການແກ້ບັນຫາ ທີ່ຕິດພັນກັບເງິນຕາ   ຂ່າວສານບ້ານເມືອງ
ມາດຕະການຜ່ອນຜັນ ສໍາລັບ ການເປີດຮ້ານຕ່າງໆ ຂ່າວສານບ້ານເມືອງ
ດ່ວນກ່ອນໂຄວິດ ​ແຈ້ງ​ປັບຂຶ້ນ​ນ້ຳມັນທົ່ວປະເທດ ຂ່າວສານບ້ານເມືອງ
ລົດສອງແຖວປີ້ນລ່າງງ່າງ ທາງ 13 ເໜືອ ເມືອງນາຊາຍທອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme