Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາຍໄວ 21 ປີ ຖືກຈັບ ພ້ອມຂອງກາງ 400 ເມັດ

Posted on 18/08/202018/08/2020 By News No Comments on ຊາຍໄວ 21 ປີ ຖືກຈັບ ພ້ອມຂອງກາງ 400 ເມັດ

ຕົ້ນເດືອນ ຜ່ານມາ,ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ຈັບຜູ້ຖືກຫາຄະດີຢາເສບຕິດໄດ້ 1 ຄົນ ຊື່ ທ້າວ ໂຊຕູ ອາຍຸ 21 ປີຢູ່ບ້ານ ເອີຫຼ້າ ເມືອງສິງ ພ້ອມຂອງກາງ ຢາບ້າຈຳນວນ 2 ຖົງ ເທົ່າກັບ 400 ເມັດ ໄປດຳເນີນຄະດີຕາມກົດ ໝາຍ.ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ໃຫ້ຮູ້ວ່າ: ໃນວັນທີ 10 ກໍລະກົດ ຜ່ານມາ, ໄດ້ຮັບລາຍງານຈາກແຫຼ່ງຂ່າວວ່າ ມີເປົ້າໝາຍຢາເສບຕິດ ຢູ່ບ້ານເອີຫຼ້າ ເມືອງສິງເຄື່ອນໄຫວຊື້ຂາຍຢາບ້າ. ຈຶ່ງໄດ້ມອບໃຫ້ເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມ ແລະ ສາມາດຈັບເປົ້າ ໝາຍໄດ້ ພ້ອມຢາບ້າ ທີ່ຊຸກເຊື່ອງໄວ້ຢູ່ໃນຖົງໂສ້ງ ຈຳນວນ 2 ຖົງ ເທົ່າກັບ 400 ເມັດ. ຈາກນັ້ນ, ໄດ້ນຳຕົວໄປດຳເນີນການສອບສວນ.

Image may contain: 1 person

ທ້າວ ໂຊຕູ ສາລະພາບວ່າ: ໃນວັນທີ 10 ກໍລະ ກົດ ຜ່ານມາ, ໄດ້ໄປຫາ ທ້າວ ຢາພີ ອາຍຸ ປະມານ 35 ປີ ຢູ່ບ້ານຕາໝີ ເມືອງສິງ ແລະ ຜູ້ກ່ຽວຈ້າງຕົນໄປຊື້ຢາບ້າ 400 ເມັດ ມາໃຫ້ຜູ້ກ່ຽວ, ໂດຍໄດ້ເງິນຄ່າຈ້າງ 50.000 ກີບ. ຈາກນັ້ນ, ຕົນເອງ ກໍໄປຊື້ຢາບ້າ ຢູ່ເຂດບ້ານແດນກາງ ເມືອງລອງ ແຂວງຫຼວງນ້ຳທາ. ພາຍຫຼັງທີ່ຊື້ຢາໄດ້ແລ້ວ ກໍເອົາຢາບ້າ 400 ເມັດໃສ່ໄວ້ຖົງໂສ້ງ . ພໍຂັບຂີ່ລົດຈັກມາຮອດເຂດບ້ານເອີຫຼ້າ ກໍຖືກເຈົ້າໜ້າທີ່ ປດສ ກວດພົບເຫັນຢາບ້າຈຳນວນດັ່ງກ່າວ ແລະ ຖືກກັກຕົວໄປດຳເນີນການສອບສວນຂະຫຍາຍຜົນ. ປັດຈຸບັນ, ຄະດີຢາເສບຕິດດັ່ງກ່າວນີ້ ເຈົ້າໜ້າ ທີ່ ປກສ ເມືອງສິງ ໄດ້ມອບຜູ້ຖືກຫາ ພ້ອມຂອງກາງຢາບ້າ 400 ເມັດ ໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ສືບຕໍ່ດຳເນີນຄະດີຕາມກົດ ໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ສົ່ງແຮງໃຈ ໃຫ້ທີມນັກຮົບລາວຊິງໄຊ Army Games International 2020 ທີ່ປະເທດລັດເຊຍ
Next Post: ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ

Related Posts

ດ່ວນ! ເບິ່ງຄຣິບໄປພ້ອມກັນ ຂົວສີສົ້ມ ຖ້ຳຈັງ ເມືອງວັງວຽງ ແຂວງວຽງຈັນ ແມ່ນໄດ້ຖືກນ້ຳພັດຂາດອອກຈາກກັນແລ້ວ ຂ່າວສານບ້ານເມືອງ
ແຂວງອຸດົມໄຊອອກຄຳສັ່ງ! ເພີ່ມມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 417ຄົນ ຂ່າວສານບ້ານເມືອງ
ຮຸນແຮງ ກະບະຕໍາກັບລົດຕ໋ອກຕ໋ອກ ທາງເມືອງລະຄອນເພັງ ຂ່າວສານບ້ານເມືອງ
ເຈົ້າເມືອງອາດສະພອນ ນຳພາປະຊາຊົນ 09 ບ້ານສ້າງຂົວຂ້າມຫ້ວຍລໍແຫຼະ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 20ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme