Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສົ່ງແຮງໃຈ ໃຫ້ທີມນັກຮົບລາວຊິງໄຊ Army Games International 2020 ທີ່ປະເທດລັດເຊຍ

Posted on 18/08/202018/08/2020 By All in LAOS No Comments on ສົ່ງແຮງໃຈ ໃຫ້ທີມນັກຮົບລາວຊິງໄຊ Army Games International 2020 ທີ່ປະເທດລັດເຊຍ

ຮ່ວມ ສົ່ງເປັນພະລັງແຮງຈິດ ແຮງໃຈ ໃຫ້ຄວາມຮູ້ສຶກ ສົ່ງໄປຮອດໄປເຖິງ ທີມລົດຖັງ ຈາກ ສປປ ລາວ ໃນການເຂົ້າຮ່ວມແຂ່ງຂັນ ກິລາ Army Games International 2020 ທີ່ປະເທດລັດເຊຍ ໃຫ້ໄດ້ຫຼຽນຄໍາ ກັບມາປະເທດ

ໃນລະຫວ່າງວັນທີ 23 ສິງຫາ – 5 ກັນຍາ 2020 ນີ້ ຈະມີການແຂ່ງຂັນກິລາທາງການທະຫານນານາຊາດ ຄັ້ງທີ 6 ທີ່ ປະເທດລັດເຊຍ, ປະກອບດ້ວຍ 31 ລາຍການແຂ່ງຂັນ ໂດຍມີຕົວແທນຈາກ 28 ປະເທດເຂົ້າຮ່ວມ ລວມທັງ ສປປ ລາວ

ສຳລັບກອງທັບປະຊາຊົນລາວ ໄດ້ສົ່ງທີມນັກກິລາເຂົ້າຮ່ວມ 2 ລາຍການຄື ແຂ່ງຂັນລົດຖັງ ແລະ ເຕັກນິກທາງດ້ານອາວຸດ-ຍຸດໂທປະກອນ, ໂດຍທຳອິດ ກອງທັບປະຊາຊົນລາວ ຈະໄດ້ສົ່ງນັກກິລາເຂົ້າຮ່ວມຫຼາຍລາຍການ ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຈື່ງໄດ້ຕັດບາງລາຍການອອກ

International Army Games ເລີ່ມຕົ້ນການແຂ່ງຂັນລະຫວ່າງໜ່ວຍທະຫານພາຍໃນກອງທັບລັດເຊຍ ຕໍ່ມາຂະຫຍາຍໄປແຂ່ງຂັນລະຫວ່າງປະເທດອາດີດສະຫະພາບໂຊຫວຽດ ແລ້ວປ່ຽນມາເປັນລະດັບນານາຊາດໃນປີ 2015 ໂດຍປີທໍາອິດມີພຽງລັດເຊຍເປັນເຈົ້າພາບພຽງປະເທດດຽວ ແຕ່ຕໍ່ມາມີຫຼາຍປະເທດເປັນເຈົ້າພາບຮ່ວມ

.

ຂ່າວສານບ້ານເມືອງ

Post navigation

Previous Post: ທລຍ ໃຫ້ງົບປະມານ 24 ຕື້ກີບ ເນັ້ນໃສ່ການພັດທະນາເມືອງໃໝ່
Next Post: ຊາຍໄວ 21 ປີ ຖືກຈັບ ພ້ອມຂອງກາງ 400 ເມັດ

Related Posts

ດີແທ້ແບບນີ້! ເຊກອງກວດໝົດ ກົງເຕີນ້ຳ, ໄຟຟ້າ ແລະ ນ້ຳມັນຖ້າບໍ່ໄດ້ມາດຕະຖານປ່ຽນຟຣີ ຂ່າວສານບ້ານເມືອງ
ການນໍາເມືອງແອດ ລົງຢາຍຜ້າອັດປາກ-ດັງ ໃຫ້ປະຊາຊົນ ດ້ວຍຕົນເອງ ພ້ອມຮຽກຮ້ອງ ປະຊາຊົນ ປະຕິບັດຄໍາສັ່ງ ເລກທີ່ 06/ນຍ ຢ່າງເຄັ່ງຄັດ ຂ່າວສານບ້ານເມືອງ
ປກສ ເມືອງໂພນທອງ ທ ໍ າ ລ າ ຍ ສວນຝິ່ ນ ທີ່ປະຊາຊົນ ລັ ກ ລ ອ ບ ປູກ ຫຼາຍກວ່າ 153 ເຮັກຕ່າ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ລົງແກ້ໄຂຮ້ານທີ່ລະເມີດຄຳສັ່ງ 06/ນຍ ຂ່າວສານບ້ານເມືອງ
ຢືນຢັນ ອະດີດປະທານປະເທດ ປອດໄພ ຈາກເຫດເຮືອຫລົ້ມທີ່ອ່າງນໍ້າງື່ມ ຂ່າວສານບ້ານເມືອງ
ກະບະຕົກນໍ້າລີກ ເຈັບ 6 ເສຍຊີວິດ 1 ສູນຫາຍ 1 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme