ນັບແຕ່ປີ 2012 ມາເຖິງປະຈຸບັນ ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໄດ້ໃຫ້ການສະໜັບສະໜູນເມືອງໃໝ່, ແຂວງຜົ້ງສາລີ ຈໍານວນ 82 ໂຄງການ, ງົບປະມານທັງໝົດ 24 ຕື້ກີບ, ກວມເອົາ 4 ຂະແໜງການເປັນຕົ້ນຕໍ: ສຶກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້.


ຜ່ານການສະໜັບສະໜູນຈາກ ທລຍ ເປັນເວລາ 8 ປີນັ້ນ, ທລຍ ໄດ້ເປັນສ່ວນໜຶ່ງ ຊ່ວຍພັດທະນາເຂດຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ຢູ່ເມືອງໃໝ່, ຊຶ່ງເຮັດໃຫ້ ເມືອງໃໝ່ໃນວັນນີ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລເປັນກ້າວໆ ເຊັ່ນ: ມີຕະຫຼາດຖາວອນ ເພື່ອຄ້າຂາຍ ແລະ ແລກປ່ຽນສິນຄ້າ ສ້າງ ລາຍຮັບໃຫ້ແກ່ຄອບຄົວ, ມີສິ່ງອໍານວຍ ຄວາມສະດວກຄົບຊຸດ ບໍ່ວ່າຈະເປັນເສັ້ນທາງ, ໄຟຟ້າ, ນໍ້າປະປາ, ທະນາຄານ, ຕູ້ເອທີເອັມ, ລະບົບການສຶກສາ, ລະບົບການບໍລິການປິ່ນປົວ, ແລະ ອື່ນໆ, ຊຶ່ງໄດ້ສະແດງໃຫ້ເຫັນວ່າເມືອງໃໝ່ໃນວັນນີ້ຕ່າງຈາກເມື່ອກ່ອນຫຼາຍແທ້ໆ.


ອີງຕາມແຫຼ່ງຂ່າວຈາກ ທລຍ: ເມືອງໃໝ່ ມີພົນລະເມືອງທັງໝົດ 26.704 ຄົນ, ມີ 88 ບ້ານ,10 ກຸ່ມບ້ານ, ປະກອບມີ 3 ຊົນເຜົ່າໃຫ່ຍຄື: ລາວລຸ່ມ, ກຶມມຸ, ມົ້ງ. ປະຈຸບັນ ທລຍ ເມືອງໃໝ່ ກໍາລັງດຳເນີນການຈັດຕັ້ງປະຕິບັດ ຢູ່ 27 ບ້ານ ໃນ 10 ກຸ່ມບ້ານ, ຊຶ່ງເປັນບ້ານທີ່ທຸກຍາກ ແລະ ທຸລະກັນດານຫ່າງໄກສອກຫຼີກ, ອາຊີບຫຼັກຂອງປະຊາຊົນເມືອງດັ່ງກ່າວ ແມ່ນເຮັດໄຮ່, ເຮັດສວນ, ເກັບເຄື່ອງປ່າຂອງດົງຂາຍ, ແຕ່ເນື້ອທີ່ທຳການຜະລິດແມ່ນເປັນພູສູງ ແລະ ມີເນື້ອທີ່ນາຈຳກັດ.


ຂ່າວ: ວຽງຈັນທາຍ