Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜູ້ຕິດເຊື້ອໂຄວິດ19 ໃໝ່ທັງ3ຄົນ ລ້ວນແຕ່ໄດ້ກວດວິເຄາະຫາເຊື້ອກ່ອນຈະເດີນທາງເຂົ້າມາລາວ

Posted on 17/08/202017/08/2020 By News No Comments on ຜູ້ຕິດເຊື້ອໂຄວິດ19 ໃໝ່ທັງ3ຄົນ ລ້ວນແຕ່ໄດ້ກວດວິເຄາະຫາເຊື້ອກ່ອນຈະເດີນທາງເຂົ້າມາລາວ

ພາຍຫລັງປະຕິບັດມາດຕະການຜ່ອນຜັນມາໄລຍະໜຶ່ງ ການບິນລາວໄດ້ເປີດຖ້ຽວບິນໄປຕ່າງປະເທດຈໍານວນໜຶ່ງ ເພື່ອຮັບເອົາຄົນລາວ ແລະຄົນຕ່າງປະເທດທີ່ຈໍາເປັນຕ້ອງໄດ້ເດີນທາງເຂົ້າມາລາວ ທຸກຄົນລ້ວນແຕ່ໄດ້ຮັບການກວດຫາເຊື້ອພະຍາດ ໂຄວິດ19 ລວມທັງ 3ຄົນຫລ້າສຸດ ທີ່ບໍ່ມີອາການໃດໆສະແດງອອກ ແຕ່ຜົນກວດຫາເຊື້ອອອກມາເປັນບວກ.


ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ໃຫ້ຮູ້ ໂອກາດຖະແຫລງຂ່າວ ຕອນແລງວັນທີ 15 ສິງຫານີ້ ທີ່ກະຊວງສາທາລະນະສຸກວ່າ: ຈາກການປະຕິບັດມາດຕະການຕ່າງໆໄລຍະຜ່ານມາແມ່ນຖືກຕ້ອງ, ເຂັ້ມງວດ ແລະລະອຽດກວ່າເກົ່າ, ໂດຍສະເພາະຜູ້ເລີ່ມຈະເດີນທາງເຂົ້າມາລາວ ທຸກຄົນຕ້ອງຜ່ານການກວດຫາເຊື້ອພະຍາດໂຄວິດ-19ກ່ອນ ຖ້າບໍ່ພົບຈຶ່ງອານຸຍາດໃຫ້ເຂົ້າມາ ແຕ່ເວລາມາລໍຖ້າຂຶ້ນເຮືອບິນຕໍ່ນັ້ນ ອາດຈະມີຄວາມສ່ຽງ ຕິດພະຍາດຢູ່ສະໜາມບິນ ເພາະຕ້ອງລໍຖ້າດົນເຖິງ 18 ຊົ່ວໂມງ ເວລາມາຮອດສະໜາມບິນສາກົນວັດໄຕ, ພວກເຮົາໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ເພື່ອໃຫ້ເຊື້ອພະຍາດຖືກຈຳກັດ ຖ້າມີຜູ້ຕິດເຊື້ອເຂົ້າມາ ບໍ່ໃຫ້ຕິດຕໍ່ຢູ່ພາຍໃນປະເທດເຮົາ, ພ້ອມທັງເຂັ້ມງວດຕໍ່ຄອບຄົວຍາດພີ່ນ້ອງທີ່ມາຮັບຕ້ອນຢູ່ສະໜາມບິນ, ສ່ວນລົດທີ່ໄປຮັບຜູ້ໂດຍສານ ແມ່ນມີໄວ້ສະເພາະ ເພື່ອຈັດສົ່ງໄປສູນຈຳກັດ ຫລືໂຮງແຮມ ທີ່ທາງການກໍານົດໃຫ້ເປັນບ່ອນກັກກັນ 14ມື້ .

Image may contain: 1 person, on stage


ທ່ານພູທອນ ເມືອງປາກ ໃຫ້ຮູ້ອີກວ່າ: ຈາກນີ້ໄປຈະເຂັ້ມງວດຂຶ້ນຕື່ມກ່ຽວກັບການປະຕິບັດມາດຕະການຮັກສາໄລຍະຫ່າງ, ເວລາມາລໍຖ້າເກັບຕົວຢ່າງ, ເວລາມາລໍຖ້າຈ້ຳກາເອກະສານຈະເຂົ້າມາປະເທດລາວຢູ່ສະໜາມບິນ ແລະ ເວລາຈະຂຶ້ນລົດຕ້ອງມີເຈົ້າໜ້າທີ່ເປັນຜູ້ຕິດຕາມ, ແນະນຳ, ທຸກຄົນຕ້ອງປະຕິບັດມາດຕະການໄລຍະຫ່າງ, ແລະໃສ່ຜ້າອັດປາກອັດດັງ.


ສໍາລັບເວລາພັກກັກໂຕຢູ່ໂຮງແຮມ ຕ້ອງໄດ້ປະຕິບັດມາດຕະການ ບໍ່ໃຫ້ອອກຈາກຫ້ອງ ບໍ່ມີຜູ້ໄປຢ້ຽມ, ກິນອາການຢູ່ໃນຫ້ອງຕະຫຼອດໄລຍະທີ່ຈຳກັດບໍລິເວນ, ສ່ວນສູນຈຳກັດບໍລິເວນຂອງລັດຈະຕ້ອງໄດ້ເບິ່ງມາດຕະການ ສຳຄັນບໍ່ໃຫ້ເອົາຄົນມາລົ້ນມາອັ່ງຢູ່ໃນສູນກັກກັນ ຄາດວ່າເດືອນສິງຫານີ້ ຕ້ອງໄດ້ປັບປຸງເງື່ອນໄຂທັງໝົດໃຫ້ມີຄວາມພ້ອມ ໂດຍຈະສ້າງສູນກັກກັນເພີ່ມຂຶ້ນອີກ ເພື່ອໃຫ້ພຽງພໍກັບຜູ້ເດີນທາງເຂົ້າມາປະເທດ. ສ່ວນຖ້ຽບບິນເຊົ່າເໝົາລໍາໄປຕ່າງປະເທດແມ່ນຢຸດຕິໝົດແລ້ວຕາມແຈ້ງການເລກທີ 806 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີວາງອອກ.


ໂດຍ: ເຂີຍຫລ້າ

ຂ່າວສານບ້ານເມືອງ

Post navigation

Previous Post: ສານຕັດສິນໃຫ້ແມ່ເຖົ້າ ອາຍຸ 50 ປີ ຮັບໂທດ 5 ປີ ສະຖານຂາຍຢາເສບຕິດ
Next Post: ເກມໂອເວີ! ພາດໂອກາດຮັບໃບປະລິນຍາຍ້ອນຂາຍສິ່ງເສບຕິດ

Related Posts

ໄ ຟ ໄ ໝ້ ສະໜາມຂີ້ເຫຍື້ອຫລັກ 32 ສະຫງົບລົງສູ່ສະພາບປົກກະຕິ ຂ່າວສານບ້ານເມືອງ
ທະນາຄານກາງ ອອກຂໍ້ຕົກລົງ ກໍານົດອັດຕາແລກປ່ຽນຂອງທະນາຄານ ແລະຮ້ານແລກປ່ຽນ ຂ່າວສານບ້ານເມືອງ
​ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ ຂ່າວສານບ້ານເມືອງ
ຕື່ນທັງຝັນ ຝົນຕົກຫນັກນ້ຳຖ້ວມກຸຕິວັດພະຂາວ ຂ່າວສານບ້ານເມືອງ
ຊົມເຊີຍ! ແຂວງຜົ້ງສາລີ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ທັງໝົດ 4 ກໍລະນີ ຂ່າວສານບ້ານເມືອງ
ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme