Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ປະຈຳ ສປປ ລາວ

Posted on 17/08/202017/08/2020 By News No Comments on ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ປະຈຳ ສປປ ລາວ

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto), ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ປະຈຳ ສປປ ລາວ.

Image may contain: 2 people, people sitting and indoor

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາຂອງ ອົງການ ສປຊ (2000-2015), ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼຶ ປພຍ (2015 – 2030), ບັນດາໜ້າວຽກບູລິມະສິດຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄືການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.

Image may contain: 2 people

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງອົງການ UNICEF ແລະ ລັດຖະບານ ສປປ ລາວ ສົກປີ 2017 – 2021 ຊຶ່ງກວມເອົາ 5 ຂົງເຂດເປົ້າໝາຍຄື: ວຽກງານສາທາລະນະສຸກ ແລະ ໂພຊະນາການ; ນ້ຳສະອາດ ແລະ ວຽກງານສຸຂະອະນາໄມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ການສຶກສາ; ການປົກປ້ອງເດັກ; ແລະ ວຽກງານອື່ນໆທີ່ປິ່ນອ້ອມໂດຍຖືສຳຄັນການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ. ແຜນການຮ່ວມມືດັ່ງກ່າວແມ່ນມີຄວາມສຳຄັນໃນການປະກອບສ່ວນຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຈະມີການສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນອະນາຄົດ, ເວົ້າລວມ ກໍແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແຕ່ນີ້ຮອດປີ 2030.

Image may contain: 7 people, people standing, suit and indoor

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ກ່າວອວຍພອນໃຫ້ ທ່ານຜູ້ຕາງໜ້າອົງການ UNICEF ຄົນໃໝ່ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ.

Image may contain: 1 person, sitting and indoor

ພ້ອມດຽວກັນນີ້, ທ່ານ ດຣ ເພຍ ຣີແບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າເມືອງອາດສະພອນ ລົງຊີ້ນຳການສ້າງຂະບວນການສ້ອມແປງຂົວຂ້ວາມຫ້ວຍພະນອມ
Next Post: ອັງກິດກຽມຊື້ວັກຊີນໂຄວິດ-19 ເພີ່ມ! ລວມເຖິງຖືສິດຄອບຄອງ 362 ລ້ານໂດສ

Related Posts

ຂ່າວດ່ວນໂຄວິດມື້ນີ້ຕິດເຊື້ອເພີ່ມ 549ຄົນ ຂ່າວສານບ້ານເມືອງ
ເຈົ້າຄອງນະຄອນຫຼວງວຽງຈັນເຄື່ອນໄຫວຢ້ຽມຢາມກອງພັນ 415 ຂ່າວສານບ້ານເມືອງ
ປະທານສູນກາງແນວລາວສ້າງຊາດຮ່ວມກັບການນຳຂອງແຂວງຕິດຕາມການເຄື່ອນໄຫວວຽກງານກອງທຶນບ້ານດົງຄຳໝື່ນ ຂ່າວສານບ້ານເມືອງ
ແຕກສະ ອຸປະຕິເຫດລົດບັນທຸກເສຍຫຼັກຕໍາເສົາໄຟຟ້າ ຂ່າວສານບ້ານເມືອງ
ຂໍອໍາລາຊີວິດເສເພ ມາພ້ອມກັນສ້າງຄອບຄົວທີ່ອົບອຸ່ນ – ບົດຮຽນທີ່ດີ ຂ່າວສານບ້ານເມືອງ
ແຈ້ງການ! ແຂວງວຽງຈັນສັ່ງໂຈະການຮຽນ-ການສອນຊົ່ວຄາວທົ່ວແຂວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme