ຕອນແລງຂອງວັນທີ 15 ສິງຫາ 2020 ນີ້ພະແນກຕຳຫຼວດທ່ອງທ່ຽວກອງບັນຊາການ ປກສ ແຂວງບໍລິຄຳໄຊ ສົມທົບກັບພະແນກຖະແຫຼງຂ່າວວັດນະທຳ ແລະ ທ່ອງທ່ຽວ ແຂວງໄດ້ລົງເຮັດບົດບັນທຶກກັບບັນດາຮ້ານກິນດື່ມ ແລະ ຮ້ານຄາລາໂອເກະ ຕາມເທດສະບານເມືອງປາກຊັນ


ໂດຍ ອີງຕາມຄຳສັ່ງເລກ ທີ 838/ຫສນຍ ລົງວັນທີ 7 ສິງຫາ 2020 ແລະ ແຈ້ງການຂອງໜ່ວຍສະເພາະກິດຂອງແຂວງ ເລກທີ 32/ສພກ.ຂບຊ ລົງວັນ 7 ສິງຫາ 2020 ໃນການເພີ່ມທະວີຕ້ານການແຜ່ລະບາດຂອງພະຍາດໂຄວິດ 19


