Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມູນເຫດຂອງບຸນເດືອນເກົ້າຫໍ່ເຂົ້າປະດັບດິນ

Posted on 16/08/202017/08/2020 By All in LAOS No Comments on ມູນເຫດຂອງບຸນເດືອນເກົ້າຫໍ່ເຂົ້າປະດັບດິນ

ບຸນຫໍ່ເຂົ້າປະດັບດິນ ແມ່ນຈັດຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ ຂອງທຸກໆປີ, ເຊິ່ງປີນີ້ ປີພຣະພຸດທະສັງກາດ 2563 ແມ່ນແມ່ນກົງກັບວັນອັງຄານ ວັນທີ 18 ສິງຫາ 2020 ເປັນມື້ເຮັດບຸນຫໍ່ເຂົ້າປະດັບດິນ

ຈຸດປະສົງຂອງບຸນຫໍ່ເຂົ້າປະດັບດິນແມ່ນເພື່ອ

  • ບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ
  • ເພື່ອອຸດທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີຍາດ ຫຼື ເປັນການເຮັດບຸນໃຫ້ຜີເຜດ (ເຮັດບຸນໃຫ້ເປດ)
  • ເປັນເທດສະການເຮັດບຸນອຸທິດຫາບັນພະບຸລຸດ ຕາມຮີດ 12 ຂອງປະເພນີລາວເຮົາ.

ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ: ບຸນຫໍ່ເຂົ້າປະດັບດິນ ອາດມີຄວາມເປັນມາຢູ່ 3 ປະການ ຄື:

1. ປະເພນີອັນນີ້ສືບເນື່ອງຈາກຮີດຄອງຂອງພາມ ເປັນການເຮັດພິທິກັມ ເພື່ອໃຫ້ເປດ ຫຼື ຜີເຜດ ມາຮັບເອົາ ຕາມຄວາມເຊື່ອຖືຂອງຄົນບູຮານ ກ່ອນການນັບຖືພຣະພຸດທະສາສະໜາ ເອີ້ນວ່າຫໍ່ເຂົ້າປະດັບດິນ.

ເລື່ອງມີຢູ່ວ່າ ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍ ອາຍຸ 16 ປີ ກໍມາຕາຍຈາກໄປ, ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫຼັບ ເພາະຄິດຮອດລູກ ຫຼັງຈາກຕາຍ ແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫຼັງໜື່ງພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບ, ແລ້ວແຕ່ງຄົນໃຊ້ ໄປສົ່ງເຂົ້າທຸກໆວັນ ຢູ່ມາວັນໜື່ງຝົນຕົກແຮງນໍ້າຫຼາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີຍກັບມາເຫັນພິກຂຸ ໄປບິນທະບາດ ຈິ່ງເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນວັນນັ້ນ ພາມຜູ້ເປັນພໍ່ ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປກໍ່ໄດ້ມາກິນເຂົ້າແຕ່ມື້ວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫຼາດໃຈ ໃນຄວາມຝັນນັ້ນ ຈຶ່ງເອີ້ນຄົນໃຊ້ນັ້ນມາຖາມວ່າ ຂ້າພະເຈົ້າໃຫ້ໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ເຈົ້າໄດ້ໄປທຸກມື້ ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວານນີ້ໄປບໍ່ໄດ້ ເພາະຝົນຕົກແຮງນໍ້າຫຼາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈິ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸ ແລ້ວອຸທິດສ່ວນບຸນກຸສົນ ໄປໃຫ້ລູກຊາຍຂອງທ່ານ

ເມື່ອພາມໄດ້ຟັງຄົນໃຊ້ຕອບເຊັ່ນນັ້ນກໍນຶກປະຫຼາດໃນໃຈ ຈຶ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທູນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ແມ່ນແນວທາງທີ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງ ຜູ້ມີສັດທາຢາກຈະອະນຸເຄາະແກ່ເຜດ ທີ່ລ່ວງລັບໄປແລ້ວ ໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປ ຍ່ອມໄດ້ຮັບ ຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານ ທີ່ເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ລູກຂອງທ່ານ ຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາ ເຫຼື່ອມໃສສະແດງຕົນເປັນພຸດທະມາມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ.

2. ການເຮັດບຸນຫໍ່ເຂົ້າປະດັບດິນນີ້ ມີມູນເຫດເກີດຈາກຄວາມເຊື່ອຕາມນິທານທໍາມະບົດວ່າ: ຍາດພີ່ນ້ອງ ຂອງພະເຈົ້າພິມພິສານໄດ້ສໍ້ໂກງເງີນວັດຂອງສົງຕ່າງໆໄປເປັນຂອງຕົນ ໃນສະໄໝພຣະກັດສະປະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພີມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດປັນເຜດ.

ເປັນຜດໃນນະຮົກຕະຫຼອດພຸດທະນິລັນດອນ ເມື່ອພະເຈົ້າພີມພິສານຖວາຍທານແດ່ພະສະມະນະ ໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ກໍ່ບໍ່ໄດ້ຢາດນໍ້າອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນ ພໍຕົກເຖີງກາງ ຄືນມາພວກເຜດຍາດພີ່ນ້ອງດັ່ງກ່າວໄດ້ມາສົ່ງສຽງຮ້ອງຄວນຄາງ, ອາໄລທຸກຂະເວທະນາ ແລະ ສະແດງ ຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພີມພິສານເຫັນ, ພໍມື້ເຊົ້າວັນໃໝ່ຂື້ນມາພະເຈົ້າພິມພິສານ ກໍ່ສະເດັດໄປຖາມ ພະພຸດທະເຈົ້າເຖິງເລື່ອງດັ່ງກ່າວ ພະພຸດທະອົງກໍ່ຊົງໄດ້ເລົ່າເລື່ອງລາວ ທີ່ເປັນຕົ້ນເຫດໃຫ້ພະເຈົ້າພິມພິສານ ໄດ້ຊົງຊາບ ພະເຈົ້າພິມພິສານຈິ່ງໄດ້ເຮັດບຸນຖວາຍທານອີກ ແລ້ວໄດ້ຢາດນໍ້າ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ ບັນດາຍາດພີ່ນ້ອງ ເມື່ອພວກເຂົາໄດ້ຮັບສ່ວນບຸນກຸສົນຕາມການເອີ້ນມາແລ້ວນັ້ນ ພວກເຜດກໍໄດ້ມາປະກົດຕົນ ໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າທຸກທີ່ພວກເຂົາໄດ້ຮັບນັ້ນໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດ ສ່ວນບຸນກຸສົນຂອງພະເຈົ້າພິມພິສານນັ້ນແລ ດັ່ງນັ້ນພຸດທະສາສະນິກະຊົນລາວຈິ່ງຖືເອົາມູນເຫດນີ້ ເຮັດບຸນ ຫໍ່ເຂົ້າປະດັບດິນ ນັບແຕ່ມື້ນັ້ນ ຕິດຕໍ່ກັນມາຈົນເຖິງປັດຈຸບັນ.

3. ການເຮັດບຸນຫໍ່ເຂົ້າປະດັບດິນເປັນອີກປະເພນີໜື່ງໃນຮີດສີບສອງທີ່ນິຍົມກັນເຮັດໃນມື້ແຮມສິບສີ່ຄໍ່າເດືອນ9 ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະນາທຳອັນດີງາມຂອງຊາດ.

ກ່ຽວກັບບຸນຫໍ່ເຂົ້າປະດັບດິນຂອງຄົນບູຮານທີ່ໄດ້ປະຕິບັດກັນມາຈົນເຖິ່ງປັດຈຸບັນນີ້ ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານ ອື່ນໆໄວ້ພ້ອມ, ເຂົ້າຕົ້ມເຂົ້າໜົມເຫຼົ່ານັ້ນຈະແບ່ງອອກເປັນສ່ວນໆ ຄື:

ສ່ວນໜື່ງແບ່ງໄວ້ ຮັບປະທານພາຍໃນຄອບ ຄົວ, ສ່ວນທີ່ສອງແບ່ງໃຫ້ຍາດພີ່ນ້ອງແລະມິດສະຫາຍ, ສ່ວນທີ່ສາມແບ່ງໄວ້ເຮັດບຸນຕັກບາດ ຖວາຍໃຫ້ແກ່ ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້ແກ່ພວດເຜດ, ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸທານອື່ນໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ແລ້ວກໍເອົາໄປວາງໄວ້ຕາມດິນ, ຕາມຫຍ້າ, ຕາມເຫງົ້າໄມ້, ຕາມໜ້າເຮືອນຂອງຕົນ, ຕາມທາດເຈດີ ແລະ ບ່ອນອື່ນໆ ຕັ້ງແຕ່ເຊົ້າມືດປະມານ 4-5 ໂມງເຊົ້າ ຂອງມື້ເດືອນ 9 ດັບ ເອີ້ນວ່າ ຫໍ່ເຂົ້າປະດັບດິນ.

ຄວາມໝາຍຄວາມສໍາຄັນຂອງບຸນຫໍ່ເຂົ້າປະດັບດິນ
ຫໍ່ເຂົ້າປະດັບດິນ ໝາຍເຖິງ ການນໍາເອົາອາຫານຫວານຄາວ ຊີ້ນແຫ້ງປາຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກໄມ້ນານາຊະນິດ ແລະ ວັດຖຸທານຕ່າງໆມາລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ໂດຍການຫໍ່ໃສ່ໃບຕອງກ້ວຍ ຫຼື ໃບຕອງອື່ນໆ ຢໍ້າອີກເທື່ອໜຶ່ງວ່າຫໍ່ໃສ່ໃບຕອງ (ບໍ່ແມ່ນກ່ອງໂຟມ ແລະ ຖົງຢາງ) ແລ້ວກໍເອົາໄປວາງປະດັບໄວ້ຕາມດິນ ໃນມື້ເດືອນ 9 ດັບ ເອີ້ນວ່າຫໍ່ເຂົ້າປະດັບດິນ.

ເຊິ່ງມີຄວາມສໍາຄັນຫຼາຍ ໃນການເຮັດຄວາມດີຄືບຸນ ເພື່ອຕອບແທນຄຸນແຜນດິນ, ບັນພະບູລຸດ ແລະ ສັບພະສັດພວກຜີເຜດທັງຫຼາຍ ຕາມຄວາມເຊື່ອຖືມາຍາວນານ.

ເລື່ອງເດັ່ນ

Post navigation

Previous Post: ປະກາດຫາເຈົ້າຂອງກະເປົາເງິນ ອອກຊື່ ນາງບຸນທັນ
Next Post: ປກສ ແຂວງບໍລິຄຳໄຊ ລົງເຮັດບົດບັນທຶກ ກັບບັນດາຮ້ານກິນດື່ມ ແລະ ຮ້ານຄາລາໂອເກະ ຕາມເທດສະບານເມືອງປາກຊັນ

Related Posts

ແຂວງໄຊຍະບູລີ ກະກຽມຈັດງານບຸນຊ້າງ ປະຈໍາປີ 2021 ເລື່ອງເດັ່ນ
ພໍ່ຕູ້ຄາດຕະກໍາເມຍຢູ່ໜອງນໍ້າຍ້ອນຫຶງຫວງ ຂ່າວສານບ້ານເມືອງ
ນໍ້ານອງຖ້ວມ ເຂດບ້ານໂນນສະຫວັນ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວດີ ລາຄານໍ້າມັນລົງ ທຸກຊະນິດ ເລີ່ມ 28 ກໍລະກົດ ຂ່າວສານບ້ານເມືອງ
ຊົມເຊີຍ ໄຟຟ້າເກັບກູ້ໜີ້ສິນຢູ່ 3 ແຂວງໄດ້ເງິນຄືນ 54,4 ຕື້ກີບ ຂ່າວສານບ້ານເມືອງ
ລົດເກາະຂົວຂ້າມນໍ້າຂອງທີ່ປາກລາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme