ຫຼວງພະບາງ: ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ ແຈ້ງໃຫ້ຮູ້ວ່າ ໃນວັນທີ 16.08.2020 ເວລາ 13:42 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນເສຍຊີວິດໄຫລນ້ຳຢູ່ທີ່ບ້ານ ຂົວທີ່ຫນື່ງ ນະຄອນຫລວງພະບາງ

ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບຄົນເສຍຊີວິດເພດຊາຍ 1 ຄົນ ຊື່ທ້າວ ມີ ອາຍຸ 42 ປີ ຢູ່ບ້ານ ຂົວທີ່ຫນື່ງ ນະຄອນຫຼວງພະບາງ ເຊີ່ງຜູ້ເສຍຊີວິດເປັນຄົນບໍ່ມີຍາດພີ່ນ້ອງ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໄປໂຮງເຢັນໂຮງໝໍແຂວງຫລວງພະບາງ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625
ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

.

.

.
