Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດເກງຕໍາເສົາໄຟແລ້ວເຈືອກເຂົ້າສວນປະຕູໄຊ ເຈັບ 2 ຄົນ

Posted on 15/08/202015/08/2020 By All in LAOS No Comments on ລົດເກງຕໍາເສົາໄຟແລ້ວເຈືອກເຂົ້າສວນປະຕູໄຊ ເຈັບ 2 ຄົນ

ນະຄອນຫຼວງວຽງຈັນ: ໃນວັນທີ 15/8/2020 ເວລາ:02:57ໂມງ ໜ່ວຍກູ້ໄພມູນນທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດໃຫຍ່ຂີ່ຕຳເສົາໄຟ.

ຈຸດເກີດເຫດແມ່ນ ເຂດປະຕູໄຊ, ໜ່ວຍກູ້ໄພໄປຮອດຈຸດເກີດເຫດພົບວ່າມີຜູ້ບາດເຈັບ 2 ຄົນ ເປັນເພດຊາຍທັງສອງ.

ຄົນທີ 1 ອາຍຸ 23ປີ ບ້ານ ສົມສະຫນຸກ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍມີອາການເບື້ອງຕົ້ນແມ່ນ ມີບາດຈີກຢູ່ຫນ້າຜາກ,ແຫນ້ນຫນ້າເອິກ ມີສະຕິດີ.

ຄົນທີ 2 ອາຍຸ 22 ປີ ບ້ານ ສະພັງຫມໍ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ອາການເບື້ອງຕົ້ນແມ່ນ ມີບາດແຜຖະຫລອກຢູ່ແຂນເບື້ອງຂວາ ມີສະຕິດີ.

ດັ່ງນັ້ນໜ່ວຍກູ້ໄພຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງຄົນເຈັບທັງສອງໄປທີ່ໂຮງໝໍມະໂຫສົດ

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ເບີ 1623 ຕະຫຼອດ 24 ຊົ່ວໂມງ.

ຂ່າວສານບ້ານເມືອງ

Post navigation

Previous Post: ເພງ ອະດິດຕະຊາດ ກັບກິ່ນອາຍຢ້ອນຍຸກ | ຕິ່ງນ້ອຍໆ
Next Post: ເຕືອນການເດີນທາງນໍ້າຖ້ວມເຂດເມືອງທ່າພະບາດ

Related Posts

ລາວຈະໄດ້ຮັບວັກຊິນປ້ອງກັນພະຍາດ ໂຄວິດ 19 ຢ່າງແນ່ນອນ ຂ່າວສານບ້ານເມືອງ
ລັດຖະບານຕັ້ງເປົ້າສູ້ຊົນຫຼຸດຜ່ອນຄວາມທຸກຍາກໃຫ້ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ ໃນປີ 2025 ຂ່າວສານບ້ານເມືອງ
ເກີດອຸປະຕິເຫດ! ລົດຂົນສົ່ງເບຍເສຍຫລັກປິ້ນຢູ່ທາງເຂົ້າເມືອງລ້ອງຊານ ຂ່າວສານບ້ານເມືອງ
ບ້ານນາບຽນ ເມືອງໄຊເສດຖາ ຕັ້ງຕູ້ແບ່ງປັນເພື່ອຊຸມຊົນ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຂ່າວສານບ້ານເມືອງ
ແບຣນລົດ Vinfast ສັນຊາດຫວຽດນາມ ຈະເລີ່ມເຂົ້າມາຈໍາໜ່າຍໃນ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme