ກະຊວງສຶກສາ ແຈ້ງນັກສຶກສາລາວ 54 ຄົນ ຮຽນຢູ່ ຫວຽດນາມ ທີ່ໜີກັບມາ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ໃຫ້ກັກໂຕ 14 ວັນ ພ້ອມສຶກສາອົບຮົມແນວຄິດທີ່ເຮັດຜິດລະເມີດລະບຽບກົດໝາຍ ຂອງສອງປະເທດ. ຖ້າບໍ່ມາລາຍງານຕົວ ແລະ ບໍ່ໄດ້ຮັບການສຶກສາອົບຮົມ ແມ່ນບໍ່ອະນຸຍາດໃຫ້ກັບໄປຮຽນຄືນຢ່າງເດັດຂາດ.
ໃນວັນທີ 14 ສິງຫາ 2020 ນີ້ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການເລື່ອງສະພາບນັກສຶກສາລາວ ຈຳນວນ 54 ຄົນ ຮຽນຢູ່ ສສ ຫວຽດນາມ ໜີອອກຈາກຫໍພັກ ກັບມາ ສປປ ລາວ ຈາກການລາຍງານ ສະຖານກົງສູນໃຫຍ່ ສປປ ລາວ ປະຈຳນະຄອນດ່ານັ້ງ, ສສ ຫວຽດນາມ ວ່າ: ໃນວັນທີ 24/7/2020 ມີນັກສຶກສາລາວ ຈາກວິທະຍາໄລການແພດກວາງຈິ ໄດ້ລັກໜີອອກຈາກຫໍພັກກັບມາລາວໂດຍບໍ່ໄດ້ອະນຸຍາດຈຳນວນ 54 ຄົນ, ໃນນີ້ 15 ຄົນມີໜັງສືຜ່ານແດນ ແລະ 39 ຄົນບໍ່ມີໜັງສືຜ່ານແດນ, ນັກສຶກສາດັ່ງກ່າວມາຈາກ 3 ແຂວງຄື: ແຂວງ ສະຫວັນນະເຂດ, ສາລະວັນ ແລະ ຄໍາມ່ວນ.
ເພື່ອປະຕິບັດຕາມບົດບັນທຶກກອງປະຊຸມຮ່ວມລະຫວ່າງ ທ່ານນາຍົກລັດຖະມົນຕີ ກັບຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19, ຫ້ອງການກະຊວງ ຈຶ່ງສະເໜີໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ ປະຕິບັດດັ່ງນີ້:
- ໃຫ້ຕິດຕາມນັກສຶກສາລາວທີ່ໜີອອກຈາກຫໍພັກກັບມາ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງຕົນ ໃຫ້ເຂົາເຈົ້າໄດ້ຮັບການຈຳກັດບໍລິເວນ 14 ວັນ ຕາມລະບຽບການຂອງຄະນະສະເພາະກິດ ສປປ ລາວ ວາງອອກ.
- ພາຍຫຼັງຄົບກໍານົດຈຳກັດບໍລິເວນ 14 ວັນແລ້ວ, ຖ້າພວກກ່ຽວບໍ່ມີອາການເປັນໂຄວິດ-19 ໃຫ້ຮຽກໂຮມ
ພວກກ່ຽວພ້ອມດ້ວຍຜູ້ປົກຄອງ ເພື່ອມາສຶກສາອົບຮົມແນວຄິດ ໂດຍຊີ້ໃຫ້ເຫັນຄວາມຜິດຂອງພວກກ່ຽວທີ່ລະເມີດລະບຽບກົດໝາຍ ຂອງສອງປະເທດ ພ້ອມໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມອັນຕະລາຍຂອງພະຍາດ ໂຄວິດ-19 ຖ້າຫາກກັບມາລະບາດຮອບສອງຄືນ. ຖ້າພວກກ່ຽວ ຫາກບໍ່ມາລາຍງານຕົວ ແລະ ບໍ່ໄດ້ຮັບການສຶກສາອົບຮົມ ແມ່ນບໍ່ອະນຸຍາດໃຫ້ກັບໄປຮຽນຄືນຢ່າງເດັດຂາດ; ກໍລະນີ ທີ່ມີຄວາມຈົງໃຈບໍ່ມາລາຍງານຕົວແຕ່ກັບໄປຮຽນຄືນ ກະຊວງສຶກສາທິການ ແລະ ກິລາ ກໍ່ຄືກົມກິດຈະການນັກສຶກສາ ຈະບໍ່ອອກໃບຢັ້ງຢືນການສໍາເລັດການສຶກສາໃຫ້ພວກກ່ຽວ. - ໃຫ້ລາຍງານຜົນການປະຕິບັດແຈ້ງການສະບັບນີ້ມາຍັງຫ້ອງການກະຊວງສຶກສາທິການ ແລະ ກິລາ ໃນເວລາອັນຄວນ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

.
