Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 70 ປີ

Posted on 14/08/202014/08/2020 By All in LAOS No Comments on ໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 70 ປີ

ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ (13.8.1950-13.8.2020) ໃນວັນທີ 14 ສິງຫາ 2020 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ໃນໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງ ຖວທ ໄດ້ກ່າວໄຂພິ ທີຢ່າງເປັນທາງການ ວ່າ: ການຈັດສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍໃນຄັ້ງນີ້ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າລາສີແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວ ທັງໃນດ້ານປະລິມານ ແລະ ຄຸນນະພາບ ຂອງສື່ມວນຊົນ ແລະ ການພິມຈຳໜ່າຍລາວ; ແມ່ນການລະນຶກເຖິງຜົນງານ, ຄຸນງາມຄວາມດີອັນໃຫຍ່ ຫຼວງຂອງຜູ້ນຳພັກ-ລັດ, ພະນັກງານ, ນັກຮົມ ແລະ ປະຊາຊົນເຮົາເວົ້າລວມ ແລະ ເວົ້າສະເພາະແມ່ນນັກຮົບໃນແນວຮົບສື່ມວນຊົນ ແລະ ພິມຈຳໜ່າຍ ທີ່ໄດ້ເສຍສະຫຼະເພື່ອຊາດ ເພື່ອພາລະກິດປະຕິວັດໃນຜ່ານມາ; ເພື່ອສຶກສາອົບຮົມປຸກລະດົມຂະບວນການສ້າງຜົນງານຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ.

ຫລັງຈາກນັ້ນ ທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ຂຶ້ນລາຍງານກ່ຽວກັບມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງສື່ມວນຊົນ ແລະ ການພິມຈໍາໜ່າຍາລາວຕະຫລອດໄລຍະ 70 ປີ ຜ່ານມາ. ເຫັນວ່າວຽກງານສື່ມວນຊົນ ແລະ ການພິມຈໍາຫນ່າຍເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ມາ, ສະແດງອອກ ຄື:
ຂົງເຂດສື່ມວນຊົນ: ມີສື່ສິ່ງພິມທັງໝົດ 152 ສະບັບໜັງສືພິມ 33 ສະບັບ, ໃນນັ້ນໜັງສືພິມລາຍວັນ 11 ສະບັບ, ວາລະສານ 115 ສະບັບ ແລະ ໃບຂ່າວ 4 ສະບັບ. ສະຖານີວິທະຍຸກະຈາຍສຽງ ມີ 82 ສະຖານີ, ໃນນັ້ນ ຢູ່ສູນກາງ 3 ສະຖານີ ແລະ ທ້ອງຖິ່ນ 79 ສະຖານີ ເພີ່ມຂຶ້ນ 12 ສະຖານີ ເມື່ອທຽບໃສ່ປີ 2016. ການກະຈາຍສຽງທາງພາກພື້ນດິນຂອງລະບົບເອເອັມ ແລະ ເອັຟເອັມ ກວມ 90% ຂອງພື້ນທີ່ທົ່ວປະເທດ.

ການກະຈາຍຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ ເຊີ່ງນອກຈາກການກະຈາຍພາກພາສາລາວ, ພາສາຊົນເຜົ່າ ຄື: ພາສາມົ້ງ ແລະ ພາສາກຶມມຸ ຍັງໄດ້ກະຈາຍເປັນພາສາຕ່າງ ປະເທດ ຄື: ຫວຽດນາມ, ອັງກິດ, ຝຣັ່ງ, ຂະແມ,ຈີນແລະ ໄທ. ສະຖານີໂທລະພາບ ມີ 45 ສະຖານີ, ໃນນັ້ນ ຢູ່ສູນກາງ 6 ສະຖານີ ລວມທັງເອກະຊົນ 3 ສະຖານີ, ທ້ອງຖິ່ນ 39 ສະຖານີ, ໃນນັ້ນ ມີໂທລະພາບດິຈິຕອນ 7 ສະຖານີສາ ມາດແຜ່ພາບທາງພາກພື້ນດິນກວມ 80% ຂອງພື້ນທີ່ທົ່ວປະເທດ. ນອກນັ້ນ, ຍັງມີສະຖານີຖ່າຍທອດໂທລະພາບຫວຽດນາມ VTV4, ສະຖານີຖ່າຍທອດໂທລະພາບ ສປ ຈີນ CCTV4, CCTV News. ສໍາລັບລະບົບໂທລະໂຄ່ງ ໄດ້ຕິດຕັ້ງແລ້ວຈໍານວນ 5.918 ຊຸດໃນ 148 ເມືອງຢູ່ໃນຂອບເຂດທົ່ວປະເທດ.

ຂົງເຂດການພິມຈຳໜ່າຍ: ປັດຈຸບັນ, ທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງ ຖິ່ນ 77 ແຫ່ງ; ມີສຳນັກພິມ 17 ແຫ່ງ ໃນນີ້ ເປັນຂອງລັດ 2 ແຫ່ງ, ມີບໍລິສັດແປພາສາ 16 ແຫ່ງ, ບໍລິ ສັດອອກແບບໂຄສະນາ 12 ແຫ່ງ, ຮ້ານຈຳໜ່າຍປຶ້ມ ແລະ ສິ່ງພິມອື່ນ 16 ແຫ່ງ; ມີຫໍສະໝຸດ 99 ແຫ່ງ ແລະ ອື່ນຯ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍ ແລະ ແຜນການໃນຕໍ່ໜ້າຂອງວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍລາວຕື່ມອີກ.

ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍລາວທີ່ເຕີບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ບອກປາກກະບອກສຽງທີ່ມີຄຸນນະພາບຂອງພັກ ແລະ ລັດຖະບານຕະຫລອດມາ. ພ້ອມນີ້ ທ່ານໄດ້ເນັ້ນໜັກໃຫ້ຂົງເຂດສື່ມວນຊົນ ແລະ ການພິມຈາໜ່າຍລາວເອົາໃຈໃສ່ປັບປຸງວຽກງານສໍາຄັນຈໍານວນຫນຶ່ງ ເພື່ອພ້ອມກັນເຮັດສໍາເລັດຫນ້າທີ່ການເມືອງ ກໍຄື ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃຫມ່ ດ້ວຍຄຸນະພາບໃຫມ່ ເພື່ອດຶງດດູດຜູ້ຟັງ, ຜູ້ເບິ່ງ ແລະ ຜູ້ອ່ານໃຫ້ນັບມື້ຫລາຍຂຶ້ນກ່ວາເກົ່າ.

ໃນພິທີສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາຫນ່າຍ ຄົບຮອບ 70 ປີ ຄັ້ງນີ້ ຍັງໄດ້ມີການມອບລາງວັນໃຫ້ບັນດາອົງການສື່ມວນຊົນ ແລະ ການພິມຈໍາຫນ່າຍທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການໂຄ ສະນາຕ້ານໄພພິບັດລະດັບຊາດໃນໄລຍະຜ່ານມາ ທັງຫມົດ 40 ກ່ວາພາກສ່ວນ. ນອກຈາກນີ້ ຍັງໄດ້ຈັດງານວາງສະ ແດງຜົນງານການເຄື່ອນໄຫວ ກໍຄື ຜະລິດຕະພັນດ້ານສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງຫມົດ 20 ກ່ວາພາກສ່ວນເຂົ້າຮ່ວມວາງສະແດງ.

ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຈັນທະວອນ ຄໍາພິລາວົງ

Lao National Radio

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ໜ້າສົງສານເປັນຮອຍເຕັມຄີງນາຍຄູໄດ້ແຕ່ວ່າຂໍໂທດ
Next Post: ຖືກພ້າຟັນອາການສາຫັດທີ່ໂພນໂຮງ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 169ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ ຫີນຜາເຈື່ອນຖືກລົດຕູ້ ທາງພູເກົ້າຫຼັກ ມີຜູ້ບາດເຈັບ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວດ່ວນທີ່ສຸດ! ສືບຕໍ່ປະຕິບັດມາດຕະການ 5ຫາ19 ມິຖຸນາ 2021 ຂ່າວສານບ້ານເມືອງ
Update Covid-19 ເວລາ 21:30 ວັນທີ 17 ກຸມພາ 2020 ເສຍຊີວິດ 1.772 ຄົນ, ຕິດເຊື້ອ 70.641 ຄົນ, ປົວດີ 11.190 ຄົນ ຂ່າວສານບ້ານເມືອງ
ແຈ້ງການຂຶ້ນລາຄານໍ້າມັນທົ່ວປະເທດ ເລີ່ມ 25 ທັນວາ 2020 ຂ່າວສານບ້ານເມືອງ
ສວຍໂອກາດໃຊ້ບໍລິການ ບໍລິສັດຂົນສົ່ງ ເພື່ອສົ່ງ ຢ າ ເ ສ ບ ຕ ິ ດ ໄປຕ່າງແຂວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme