Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຊບູລີໄດ້ເອົາໃຈໃສ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ

Posted on 14/08/202014/08/2020 By News No Comments on ໄຊບູລີໄດ້ເອົາໃຈໃສ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ

ໃນຕອນແລງຂອງວັນທີ 12 ສິງຫາ 2020 ນີ້, ຢູ່ທີ່ບ້ານ ນາມ່ວງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ມີການສ້າງຂະບວນການຝົ່ນຢາຂ້າຍຸງຢູ່ຕາມສະຖານທີ່ຕ່າງໆຂອງບ້ານ,ການສ້າງຂະບວນການໃນຄັ້ງນີ້ນໍາໂດຍ ທ່ານ ດຣ ສຸລິວົງ ສີວໍລະວົງ ຄະນະປະຈໍາພັກເມືອງຮອງເຈົ້າເມືອງໄຊບູລີ, ພ້ອມດ້ວຍທີມແພດທີ່ມາຈາກຂະແໜງຄວບຄຸມພະຍາດຕິດຕໍ່ CDC ແຂວງສະຫັວນນະເຂດ, ທ່ານ ໝໍ ຊອນແກ້ວ ເມືອງແສນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໄຊບູລີ ພ້ອມທີມແພດຈາກໜ່ວຍງານລະບາດວິທະຍາເມືອງອໍານາດການປົກຄອງບ້ານ ແລະ ປະຊາຊົນບ້ານນາມ່ວງເຂົ້າຮ່ວມນໍາ.

Image may contain: one or more people and outdoor

ຕາມການລາຍງານຂອງທີມແພດໄດ້ໃຫ້ຮູ້ວ່າ: ໃນປັດຈຸບັນນີ້, ກໍ່ແມ່ນລະດູຝົນ ເປັນລະດູທີ່ຍຸງມີການແຜ່ພັນ ແລະ ແຜ່ເຊື້ອພະຍາດໄດ້ດີ ໂດຍສະເພາະເມືອງໄຊບູລີກໍ່ໄດ້ມີການລະບາດຂອງເຊື່ອພະຍາດໄຂ້ເລືອດອອກຈໍານວນ 14 ບ້ານ ມີຜູ້ຕິດເຊື້ອທັງໝົດ 41 ກໍລະນີ, ເຊິ່ງໃນນັ້ນຍັງບໍ່ມີຜູ້ເສຍຊີວິດ ແລະ ບ້ານນາມ່ວງແມ່ນມີ 11 ກໍລະນີ ຕໍ່ກັບສະພາບການລະບາດຂອງພະຍາດໄຂ້ເລືອດອອກພາຍໃນເມືອງໄຊບູລີ ເຫັນວ່າ ການນໍາພັກ-ລັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ກໍ່ບໍ່ໄດ້ນິ້ງນອນໃຈທີ່ຈະປ້ອງ ກັນຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື່ອພະຍາດໄຂ້ຍຸງລາຍທີ່ມີການຕິດຕໍ່ຈາກຄົນສູ່ຄົນໂດຍມີຍຸງເປັນພາຫະນະນໍາເຊື້ອ ດັ່ງນັ້ນ, ການນໍາຂອງເມືອງຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ, ລົງໂຄສະນາສຸຂະສິຶກສາ ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຜົນຮ້າຍຂອງພະຍາດໄຂ້ຍຸງລາຍ 2 ຄັ້ງ ພ້ອມກັບອະທິບາຍ ເຖິງຜົນຮ້າຍຂອງໄຂ້ຍຸງລາຍ (ໄຂ້ເລືອດອອກ) ແລ້ວມີການສາທິດວິທີທໍາລາຍໜອນນໍ້າ ເປັນຕົ້ນແມ່ນຕາມກະໂປ໊ະ, ກະປ໋ອງທີ່ມີນໍ້າຂັງຕ້ອງໄດ້ຂວໍ້າ, ອຸແອ່ງນໍໍ້າໝັ່ນທໍາຄວາມສະອາດຢູ່ສະເໝີ, ຖ່າງປ່າຫຍ້າໜ້າບ້ານເພາະເປັນບ່ອນທີ່ຢູ່ອາໄສຂອງຍຸງລາຍ, ພ້ອມກັນທໍາລາຍແຫຼ່ງເພາະພັນຂອງຍຸງ ແລະ ທີ່ສໍາຄັນແມ່ນໃນເວລານອນຕ້ອງນອນໃນມຸ້ງທີ່ຍອມດ້ອຍນໍ້າຢາ,

Image may contain: one or more people, people standing, tree, sky, plant, outdoor and nature

ນອກຈາກນີ້ ກໍ່ໄດ້ມີການແຈກຢາຍຢາຂ້າໜອນນໍ້າໃຫ້ກັບປະຊາຊົນພາຍໃນບ້ານ, ສໍາລັບຄັ້ງນີ້ກໍ່ແມ່ນໄດ້ນໍາເອົາວັດຖຸອຸປະກອນມານໍາໃຊ້ເຂົ້າໃນການຕັດວົງຈອນການແຜ່ເຊື້ອຂອງຍຸງເຊິ່ງປະກອບມີ ຈັກຝົ່ນຢາ 4 ໜ່ວຍ, ນໍ້າມັນກາຊວນ 40 ລິດ, ນໍ້າມັນແອັດຊັງ 20 ລິດ , ນໍ້າຢາຝົ່ນ 6 ລິດ ແລະ ພ້ອມພາກັນສີດຝົ່ນຕາມຈຸດຕ່າງໆຂອງບ້ານຈົນສໍາເລັດຈາກນັ້ນ, ນີ້ກໍ່ຍັງຈະໄດ້ມີການສືບຕໍ່ປະຕິບັດຢູ່ບ້ານອື່ນໆໃນທົ່ວເມືອງເພື່ອບໍ່ໃຫ້ພະຍາດດັ່ງກ່າວມີການແຜ່ລະບາດອອກເປັນວົງກວ້າງ.

ສີດາໄຊຍະມຸງຄຸນ ຂ່າວຈາກເມືອງໄຊບູລີ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ກະບະເສຍຫຼັກຕໍາຮູບປັ້ນໄດໂນເສົາ ເສຍຊິວິດ 1 ສາຫັດ 1 (ມີຄລິບ)
Next Post: ແຂວງບໍລິຄຳໄຊຈັດພິທີປາຖະກະຖາວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ

Related Posts

ປະກາດແຕ່ງຕັ້ງທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ເປັນເຈົ້າເມືອງພູຄູນຄົນໃໝ່ ຂ່າວສານບ້ານເມືອງ
ພະແນກແຮງງານ ແລະ ສະຫວັດດີການ – ສັງຄົມແຂວງຫຼວງນໍ້າທາ ມອບເງິນອຸດໜູນໃຫ້ຄອບຄົວຜູ້ທີ່ເສຍສະລະຊີວິດໃນປາງສົງຄາມ ຂ່າວສານບ້ານເມືອງ
ນັກຮຽນຈົບ ມ7 ທີ່ ຫຼວງພະບາງ ອ່ານດ່ວນ ເສັງເອົາທຶນໄປຮຽນຫວຽດນາມ ແລະ ຈີນ ປີ 2020 ຂ່າວສານບ້ານເມືອງ
ຄະນະບໍລິຫານງານໜຸ່ມແຂວງບໍ່ແກ້ວ ມອບເຄື່ອງ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ ຂ່າວສານບ້ານເມືອງ
ພະແນກ ຖວທ ແຂວງວຽງຈັນແຈ້ງໂຈະກິດຈະກຳການທ່ອງທ່ຽວບໍລິເວນອ່າງນໍ້າງື່ມຊົ່ວຄາວ ຂ່າວສານບ້ານເມືອງ
ຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວສຳເລັດແລ້ວ 50% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme