Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງສຶກສາໄດ້ຮັບທຶນ 7 ລ້ານໂດລາ ຈາກ ອົງການອຸຍນິເຊບ ເພື່ອໃຊ້ໃນການຕອບໂຕ້ ໂຄວິດ-19

Posted on 13/08/202013/08/2020 By All in LAOS No Comments on ກະຊວງສຶກສາໄດ້ຮັບທຶນ 7 ລ້ານໂດລາ ຈາກ ອົງການອຸຍນິເຊບ ເພື່ອໃຊ້ໃນການຕອບໂຕ້ ໂຄວິດ-19

ວັນທີ່ 13 ສິງຫາ 2020 ກະຊວງ ສສກ ໄດ້ພິທີລົງນາມຮັບທຶນຊ່ວຍເຫຼືອລ້າຈໍານວນ 7,000,000 ໂດລາສະຫະລັດ ເພື່ອນໍ້າໃຊ້ເຂົ້າໃນໂຄງການຕອບໂຕ້ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່-19 (COVID-19) ຂອງຂະແໜງການສຶກສາ ແລະ ກິລາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈຳ ສປປ ລາວ

ອີງຕາມ ຂໍ້ຕົກລົງລັດຖະມົນຕີກະຊວງ ສສກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຮັບຜິດຊອບໂຄງການຕອບໂຕ້ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່-19 (COVID-19) ຂອງຂະແໜງການສຶກສາ ແລະ ກິລາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ

ທຶນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກກອງທຶນຮ່ວມມືສາກົນເພື່ອການສຶກສາ(Global Partnership for Education) ເຊິ່ງເປົ້າໝາຍ ແລະ ຈຸດປະສົງຫຼັກຂອງໂຄງການດັ່ງກ່າວ:


1) ເພື່ອສະໜັບສະໜູນຜູ້ຮຽນ, ຄູ, ອຳນວຍການ, ຜູ້ດູແລເດັກ/ພໍ່ແມ່, ຊຸມຊົນ ໃນການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໃຫ້ສອດຄ່ອງກັບການແນະນຳຂອງ ກະຊວງສາທາ ລະນະສຸກ;

2) ຮັບປະກັນການສຶບຕໍ່ການຮຽນຮູ້ ໂດຍຜ່ານການຈັດຕັ້ງປະຕິບັດຮູບແບບການຮຽນຕ່າງໆ ໂດຍມີຈຸດປະສົງເພື່ອປັບປຸງຄຸນນະພາບການຮຽນຮູ້ ແລະ ຄຸນນະພາບຊີວິດຂອງຜູ້ຮຽນ, ຄູ, ຜູ້ດູແລເດັກ/ພໍ່ແມ່ ແລະ ຊຸມຊົນ ໂດຍຖືສຳຄັນຄວາມສະເໝີພາບ ແລະ ການຮວມສູນ;

3) ໃຫ້ການສະໜັບສະໜູນການກັບຄືນມາຮຽນທີ່ມີຄວາມປອດໄພ ແລະ ລວມສູນ ໃຫ້ ໂຮງຮຽນ/ສະຖາບັນການສືກສາສຳລັບຜູ້ຮຽນ, ຄູ, ຜູ້ດູແລເດັກ/ພໍ່ແມ່ ແລະ ຊຸມຊົນ;

4) ຮັບປະກັນການຕອບໂຕ້ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ລະຫວ່າງການປະສານງານລະ ຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ພ້ອມທັງມາດຕະການຄວບຄຸມສຳລັບຂະແໜງການສຶກສາ ໂດຍມີການປະສານງານກັບຂະແໜງການອື່ນໆ;

ໃຫ້ເປັນກຽດເຂົ້າຮ່ວມໃນພິທີ ທີ່ມີຄວາມຄວາມສຳຄັນມື້ນີ້ມີ:

  • ທ່ານ ຮສ. ປອ. ພຸດ ສິມມະລາວົງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,
  • ປອ. ນາງ ເປ່ຍ ບຣິໂຕ(Dr. Pia Britto) ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ
  • ບັນດາທ່ານ ຜູ້ຕາງໜ້າຈາກສະຖານທູດອົດສະຕາລີ, ສະຫະພາບເອີຣົບ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ
  • ບັນດາທ່ານ ຫົວໜ້າຫ້ອງການ ກຊ ສສກ, ຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ຜູ້ຕາງໜ້າກະຊວງການເງິນ, ຄູ່ຮ່ວມພັດທະນາ, ຫົວໜ້າພະແນກ ແລະ ຮອງພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງ ແລະ ບັນດາບັນສື່ມວນຊົນຕ່າງໆ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ພາບແລະຂ່າວ: ຫຸມພັນ ແກ້ວອຸ່ນຄໍາ

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ຊາວບ້ານຫ້ວຍຫວາຍ ເມືອງ ບຸນໃຕ້ ແຂວງຜົ້ງສາລີ ຮ່ວມແຮງສ້າງຖະໜົນເອງ
Next Post: ຄລິບ ຄວາມຄືບໜ້າການສ້າງທາງເລກທີ 11 ນະຄອນຫຼວງວຽງຈັນ-ວຽງຈັນ-ໄຊຍະບູລີ

Related Posts

ຂ່າວດ່ວນ ໄຟໄໝ້ສາງ ທີ່ບ້ານນາສ້າວ ເມືອງໄຊ (ມີຄລິບ) ຂ່າວສານບ້ານເມືອງ
ໃສ່ໃຈໄດ້ແຕ່ມອງ ໃສ່ມອງໄດ້ທັງປາ ຍອດວິວ ໃກ້ 10 ລ້ານວິວແລ້ວ ຂ່າວສານບ້ານເມືອງ
ໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 70 ປີ ຂ່າວສານບ້ານເມືອງ
ພົບແລ້ວ 2ຄົນຮ່າງຜູ້ສູນຫາຍຈາກເຮືອຫລົ້ມທີ່ບ້ານຫນອງຟູນໄຊ ຂ່າວສານບ້ານເມືອງ
ພິທີ ຫົດສົງ ພຣະບາງ ພຸດທະລາວັນ ປີໃໝ່ລາວ ຈ.ສ ໑໓໘໔ ຂ່າວສານບ້ານເມືອງ
21 ເມສາ ລາວລາຍງານຜູ່ຕິດເຊື້ອເພີ່ມ +0 ເປັນມື້ທີ່ 9 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme