Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດວຽກງານ ໃຫ້ວັກຊີນກັນພະຍາດ

Posted on 13/08/202013/08/2020 By News No Comments on ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດວຽກງານ ໃຫ້ວັກຊີນກັນພະຍາດ

ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານໃຫ້ວັກຊີນກັນພະຍາດ 6 ເດືອນຕົ້ນປີ 2020 ຈັດຂຶ້ນລະຫວ່າງວັນທີ 12-14 ສິງຫາ 2020 ທີ່ເມືອງວັງວຽງ, ແຂວງວຽງຈັນ, ເປັນກຽດເປັນປະທານໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຕາງໜ້າຈາກສາທາລະນະສຸກ 18 ແຂວງທົ່ວປະເທດ.

Image may contain: one or more people, people standing and indoor

ທ່ານ ພູທອນ ເມືອງປາກ ກ່າວວ່າ: ວຽກງານປ້ອງກັນ ແລະ ສົ່ງເສີມສຸຂະພາບໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ເປັນບູລິມະສິດຂອງຂະແໜງສາທາລະນະສຸກ, 10 ປີຜ່ານມາ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ທີ່ບັນລຸຄາດໝາຍຕາມແຜນການ ໂດຍສະເພາະ ການເພີ້ມຂຶ້ນຂອງອັດຕາການໃຫ້ວັກຊີນກັນພະຍາດ Penta3 ຈາກປີ 2010 ທີ່ບັນລຸໄດ້ 74% ມາເປັນ 93% ໃນປີ 2019. ຄຽງຄູ່ກັບຜົນງານທີ່ຍາດມາໄດ້ ກໍຍັງມີສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານ ເຊິ່ງປີນີ້ປະເທດເຮົາໄດ້ຮັບຜົນ ກະທົບຈາກການລະບາດຂອງພະຍາດໂຄວິດ-19 ຄືກັບບັນດາປະເທດໃນທົ່ວໂລກ ສົ່ງຜົນໃຫ້ມີການຈໍາກັດການເຄື່ອນທີ່ ໄປມາຫາສູ່ກັນໄລຍະໜຶ່ງ ແລະ ຕ້ອງໄດ້ປັບປ່ຽນວິທີການດໍາລົງຊີວິດ ໃຫ້ມີຄວາມລະມັດລະວັງຫລາຍຂຶ້ນ.

Image may contain: 2 people, people standing
ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ເຖິງຢ່າງໃດກໍ່ຕາມ ຫລາຍແຂວງ, ຫລາຍເມືອງ ແລະ ໂຮງໝໍນ້ອຍຫລາຍແຫ່ງກໍໄດ້ສືບຕໍ່ຈັດຕັ້ງປະຕິບັດ ການໃຫ້ວັກຊີນກັນພະຍາດແກ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນປົກກະຕິ ແຕ່ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຕໍ່ບັນຫາດັ່ງກ່າວ ຈຶ່ງເຫັນວ່າຍັງມີ 15 ແຂວງ ທີ່ຍັງບໍ່ບັນລຸຄາດໝາຍທີ່ຕັ້ງໄວ້ ແລະ ມີໂອກາດທີ່ຈະເຮັດໃຫ້ເດັກນ້ອຍ ມີການເຈັບເປັນຍ້ອນພະຍາດ ທີ່ສາມາດກັນໄດ້ດ້ວຍວັກຊີນນີ້ສູງ.

Image may contain: one or more people, people standing and indoor

ວຽກງານໃຫ້ວັກຊີນກັນພະຍາດ ເປັນວຽກງານໜຶ່ງທີ່ຊ່ວຍຫລຸດຜ່ອນອັດຕາ ການເຈັບເປັນ ແລະ ການຕາຍຂອງແມ່ ແລະ ເດັກ ຈາກພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ, ເພື່ອບັນລຸອັດຕາການໃຫ້ວັກຊິນ ກັນພະຍາດທີ່ໄດ້ກຳນົດໄວ້ ຄື: ເດັກທີ່ໄດ້ສັກຢາຄົບກ່ອນ 1 ປີ ຢ່າງໜ້ອຍ 95% ໃນແຕ່ລະເມືອງ, ເພື່ອຮັກສາສະພາບບໍ່ໃຫ້ມີພະຍາດໂປລິໂອ ພາຍໃນປະເທດ ໃຫ້ໄດ້ຈົນກວ່າຈະມີການຢັ້ງຢືນລຶບລ້າງພະຍາດໂປລິໂອໃນທົ່ວໂລກ ແລະ ເພື່ອຄວບຄຸມການລະບາດ ຂອງພະຍາດໝາກແດງໃຫຍ່, ໝາກແດງນ້ອຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈີນກວດພົບປີກໄກ່ແຊ່ແຂງນຳເຂົ້າຈາກບຣາຊິນປົນເປື້ອນໄວຣັດໂຄວິດ-19
Next Post: ຊົມເຊີຍ! ຊາວບ້ານຫ້ວຍຫວາຍ ເມືອງ ບຸນໃຕ້ ແຂວງຜົ້ງສາລີ ຮ່ວມແຮງສ້າງຖະໜົນເອງ

Related Posts

ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນ ສປປ ລາວ ຂ່າວສານບ້ານເມືອງ
ປກສ ແຂວງຄຳມ່ວນ ມອບເຄື່ອງອຸປະຖຳໃຫ້ສູນພື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຂ່າວສານບ້ານເມືອງ
ປກສ ຈັບແກ້ງພົວພັນຢາເສບຕິດແລະຂາຍອາວຸດເສິກທີ່ເຂດບ້ານນາໄຊ ຂ່າວສານບ້ານເມືອງ
ກະຊວງ ປກສ ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບຕິດຕາມ ແລະ ຕອບໂຕ້ ການນຳໃຊ້ສື່ອອນໄລນ໌ ທີ່ບໍ່ຖືກຕ້ອງ ຂອງກຸ່ມຄົນບໍ່ດີ ໃນ ສປປ ລາວ ຂ່າວສານບ້ານເມືອງ
ເສົ້າໃຈ ລົດຈັກຕໍາເຮືອນເສຍຊີວິດຄາທີ່ຢູ່ເມືອງຈໍາປາສັກ ຂ່າວສານບ້ານເມືອງ
ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ກົມໃຫຍ່ຕໍາຫຼວດ ຫຼາຍທ່ານ ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງຕຳແໜ່ງໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme