Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

Posted on 13/08/202013/08/2020 By News No Comments on ພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ໃນຕອນເຊົ້າວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສູນກາງແນວລາວສ້າງຊາດໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13/8/1950-13/8/2020) ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີການນຳພັກ-ລັດ, ພະນັກງານປະຕິວັດອາວຸໂສ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.

Image may contain: 1 person, crowd and outdoor

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ແນວລາວສ້າງຊາດແມ່ນອົງການສໍາພັນທາງການເມືອງທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ, ສ້າງຕັ້ງຂຶ້ນບົນພື້ນຖານພັນທະພາບກໍາມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າໂດຍມີພັກປະຊາຊົນປະຕິວັດລາວເປັນແກນນໍາເພື່ອເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ

Image may contain: one or more people and crowd

ທ່ານ ໄຊສົມພອນ ພົມວິຫານ ໃຫ້ຮູ້ຕື່ມວ່າ: ຕະຫລອດໄລຍະ 70 ປີຜ່ານມາ, ແນວລາວສ້າງຊາດ ຍາມໃດ ກໍໄດ້ເອົາໃຈໃສ່ປັບປຸງຕົນເອງ ຕາມແຕ່ລະສະໄໝຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ, ບຳລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການວຽກງານຕົວຈິງ ທັງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປະຕິບັດວຽກງານການທູດປະຊາຊົນ ຕາມແນວທາງການຕ່າງປະເທດຂອງພັກ ໃນຂົງເຂດແນວລາວສ້າງຊາດ. ນອກຈາກນີ້, ຍັງໄດ້ປັບປຸງ, ສ້າງນິຕິກຳ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ. ພ້ອມນີ້, ຍັງໄດ້ຊຸກຍູ້ນໍາພາການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເມືອງສາມັກຄີປອງດອງ ແລະ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ.

Image may contain: one or more people and basketball court

ການໂຮມຊຸມນຸມລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີຄັ້ງນີ້ ແມ່ນປີໃຫຍ່, ເປັນໂອກາດ ໃຫ້ພວກເຮົາໄດ້ທົບທວນຄືນມູນເຊື້ອອັນມີກຽດສະຫງ່າ ແລະ ຜົນງານ ທີ່ແນວລາວສ້າງຊາດແຕ່ລະຂັ້ນຍາດມາໄດ້ ແລະ ເພື່ອເປັນການຢັ້ງຢືນຄືນເຖິງ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຕິດພັນກັບການເຄື່ອນໄຫວຂອງອົງການຈັດຕັ້ງ ແລະ ບຸກຄົນພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ທີ່ມີຫລາຍຮູບຫລາຍສີຫລາຍລະດັບ, ມີຫລາຍເຫດການທີ່ພົ້ນເດັ່ນ ໂດຍສະເພາະແມ່ນ ແນວລາວສ້າງຊາດ ມີຄວາມສາ ມາດເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ທຸກສາຂາອາຊີບ, ຜູ້ຊົງຄຸນວຸທິ, ນັກບວດ ແລະ ເຈົ້າກົກເຈົ້າເຫລົ່າ ບົນພື້ນຖານພັນທະພາບກຳມະກອນ, ກະສິກອນ, ປັນຍາຊົນ ປະຕິວັດ, ຊົນຊັ້ນທີ່ຮັກຊາດ ຢູ່ພາຍໃຕ້ການນຳຂອງພັກ.

Image may contain: 1 person, crowd and outdoor

ພ້ອມນີ້, ແນວລາວສ້າງຊາດໄດ້ເຄື່ອນໄຫວຕໍ່ສູ້ທາງການ ເມືອງ ແລະ ດຶງດູດເອົາການສະໜັບສະໜູນຊ່ວຍເຫລືອ ຢ່າງກວ້າງຂວາງຈາກຕ່າງປະເທດ, ບັນດາປະເທດເພື່ອມິດສາກົນ, ບັນດາປະເທດທີ່ຮັກຫອມສັນຕິພາບ ແລະ ຕໍ່ສູ້ເພື່ອຄວາມກ້າວໜ້າ ທາງສັງ ຄົມຢູ່ໃນໂລກ.


ຂ່າວ: ມະນີທອນ, ພາບ: ອ່າຍຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ
Next Post: ວອນຜູ່ໃຈບຸນຊ່ວຍທ້າວອັງເປົາແດ່ ເຈັບໜັກບໍ່ມີເງິນປິ່ນປົວ

Related Posts

ຊົມເຊີຍ! ລາວໂທລະຄົມ ອັດສີດ ຫຼຽນຊີເກມ ລວມມູນຄ່າ 124 ລ້ານກີບ ຂ່າວສານບ້ານເມືອງ
ຊົມເຊີຍ ປຸກກີ້ ສະເຫລີມບຸບຜາ ຄວ້າຫລຽນທອງທຳອິດໃຫ້ທັບນັກກິລາທີມຊາດລາວ ຂ່າວສານບ້ານເມືອງ
ແຈ້ງການ ຂອງຫ້ອງວ່າການແຂວງອຸດົມໄຊ ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ຈັບແກ້ງລັກລົດ 3 ກຸ່ມ ພ້ອມຂອງກາງລົດ 5 ຄັນ ທີ່ເມືອງທຸລະຄົມ ຂ່າວສານບ້ານເມືອງ
ສິນຄ້າກະສິກຳຂອງລາວ 80% ແມ່ນສົ່ງອອກໄປ ສປຈີນ ຂ່າວສານບ້ານເມືອງ
ອຸບັດຕິເຫດ! ເຮືອບິນຕົກໃນໂຊມາລີ ສາຍການບິນເຄນຢາ Bluebird Aviation ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme