Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

5 ປີ ຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 13.735 ເລື່ອງ, ຈັບຜູ້ຖືກຫາໄດ້ 20.221 ຄົນ ຢຶດຢາເສບຕິດປະເພດຕ່າງໆໄດ້ຫຼາຍໂຕນ

Posted on 13/08/202013/08/2020 By News No Comments on 5 ປີ ຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 13.735 ເລື່ອງ, ຈັບຜູ້ຖືກຫາໄດ້ 20.221 ຄົນ ຢຶດຢາເສບຕິດປະເພດຕ່າງໆໄດ້ຫຼາຍໂຕນ

ປັດຈຸບັນ, ບັນຫາຢາເສບຕິດ ໄດ້ແຜ່ລາມແຕ່ຕົວເມືອງ ໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ ໂດຍກຸ່ມຄົນບໍ່ດີທີ່ລັກລອບຄ້າຂາຍ. ເຊິ່ງພວກເຂົາໄດ້ພະຍາຍາມຊອກຫາທຸກວິທີທາງເພື່ອເຄື່ອນໄຫວລັກລອບ, ລໍາລຽງຂົນສົ່ງຢາເສບຕິດ ແລະ ສານເຄມີຈາກປະເທດໃກ້ຄຽງຜ່ານ ສປປ ລາວ ໄປຍັງປະເທດທີ່ 3 ໂດຍອາໄສຈຸດພິເສດທີ່ຕັ້ງພູມສັນຖານຢູ່ໃນແຕ່ລະທ້ອງຖິ່ນດ້ວຍຫຼາຍຮູບແບບວິທີການ. ເຊິ່ງໃນໄລຍະ 5 ປີ ຜ່ານມາສາມາດມ້າງຄະດີຢາເສບຕິດ ໄດ້ 13.735 ເລື່ອງ,ຈັບຜູ້ຖືກຫາໄດ້ 20.221 ຄົນ ຢຶດຢາເສບຕິດປະເພດຕ່າງໆໄດ້ຫຼາຍໂຕນ.

Image may contain: food

ບັນຫາຢາເສບຕິດໄດ້ແຜ່ລາມແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນໂດຍກຸ່ມຄົນບໍ່ດີທີ່ລັກລອບຄ້າຂາຍ, ລໍາລຽງຂົນສົ່ງຢາເສບຕິດໄປທົ່ວທຸກຫົນແຫ່ງ. ສ່ວນຫຼາຍເປັນກຸ່ມແກ້ງອາຊະຍາກໍາທີ່ມີທັງຄົນລາວ ແລະ ຄົນຕ່າງປະເທດເຂົ້າຮ່ວມຂະບວນການ; ເຊິ່ງພວກເຂົາໄດ້ພະຍາຍາມຊອກຫາທຸກວິທີທາງ ເພື່ອເຄື່ອນໄຫວລັກລອບ, ລໍາລຽງຂົນສົ່ງຢາເສບຕິດ ແລະ ສານເຄມີຈາກປະເທດໃກ້ຄຽງຜ່ານ ສປປ ລາວ ໄປຍັງປະເທດທີ່ 3 ໂດຍອາໄສຈຸດພິເສດທີ່ຕັ້ງພູມສັນຖານຢູ່ໃນແຕ່ລະທ້ອງຖິ່ນດ້ວຍຫຼາຍຮູບແບບວິທີການ.

Image may contain: text and food

ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ: ໃນ 5 ປີຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ປະຕິບັດມາດຕະການດ້ານກົດໝາຍໃນການສະກັດກັ້ນ ແລະ ຕ້ານຢາເສບ ຕິດຢ່າງມີຄວາມຕັ້ງໜ້າ; ໃນໄລຍະປີ 2015-2019 ທົ່ວປະເທດສາມາດມ້າງຄະດີຢາເສບຕິດ ໄດ້ 13.735 ເລື່ອງ,ຈັບຜູ້ຖືກຫາໄດ້ 20.221 ຄົນ ຍິງ 2.714 ຄົນ, ເປັນຄົນຕ່າງປະເທດ 403 ຄົນ, ສາມາດຢຶດຢາເສບຕິດປະເພດຢາເຮໂຣອິນໄດ້ 943,94 ກິໂລກຼາມ, ກັນຊາ 10.653,53 ກິໂລກຼາມ, ຢາບ້າ 6.867,29 ກິໂລກຼາມ, ຢາໄອສ໌ 8.757,43 ກິໂລກຼາມ, ຢາຝິ່ນ 577,25 ກິໂລກຼາມ, ແປ້ງຝຸ່ນປະສົມຢາເສບຕິດ 21.645,74 ກິໂລກຼາມ ແລະ ສານອື່ນໆອີກຈໍານວນໜຶ່ງ; ເຖິງແມ່ນວ່າເຈົ້າໜ້າທີ່ຈະເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ຢ່າງຕໍ່ເນື່ອງກໍຕາມ. ແຕ່ບັນຫາຢາເສບຕິດກໍບໍ່ມີທ່ວງທ່າທີວ່າຈະຫຼຸດລົງ.

Image may contain: one or more people, people standing, outdoor, food and text

ຈາກສະພາບການຄວາມເປັນຈິງ ແລະ ພາວະວິໄສດັ່ງກ່າວນັ້ນ ກະຊວງ ປກສ ໄດ້ສ້າງແຜນຍຸດທະສາດການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ ສປປ ລາວ ແຕ່ປີ 2020-2025 ວິໄສທັດຮອດ ປີ 2030 ຂຶ້ນມາເພື່ອປົກປັກຮັກສາຄວາມໝັ້ນຄົງຂອງຊາດ, ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ ແລະ ເຮັດໃຫ້ສັງຄົມລາວ ປອດຢາເສບຕິດ.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນການສັນຈອນ! ຂົວສີຣິເຮືອງ ເມືອງສິງເປເພໜັກ
Next Post: ຍົກລະດັບວິຊາສະເພາະໃຫ້ ປກສ ກຸ່ມ, ປກສ ບ້ານ ທົ່ວເມືອງສີສັດຕະນາກ

Related Posts

ຊ້າງປ່າທຳລາຍເລົ້າເຂົ້າ ແລະ ເຄື່ອງປູກຂອງປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ ຂ່າວສານບ້ານເມືອງ
Covid 19 Update 1 ມີນາ 2020 – 61 ປະເທດທົ່ວໂລກ ກວດພົບເຊື້ອ, ເກົາຫຼີໃຕ້ ຕິດເຊື້ອ 3526 ຄົນແລ້ວ ຂ່າວສານບ້ານເມືອງ
ພົບແລ້ວ 2ຄົນຮ່າງຜູ້ສູນຫາຍຈາກເຮືອຫລົ້ມທີ່ບ້ານຫນອງຟູນໄຊ ຂ່າວສານບ້ານເມືອງ
ບຸກບືນຫ້າວຫັນໃນການເຮັດວຽກວິຊາສະເພາະຂອງຕົນໃຫ້ສຳເລັດ ແລະ ຊອກຫາລາຍຮັບເຂົ້າສູ່ຕົນເອງ ສະຫາຍ ຮ້ອຍໂທ ມອງຕາ ທອນນຸລາດ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ຟອດຕຳລົດເຄນ ເ ສ ຍ ຊີ ວິ ດ ຄ າ ທີ່ຕິດພາຍໃນລົດ ຂ່າວສານບ້ານເມືອງ
ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ທາງເມືອງປະທຸມພອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme