Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖືກຈັບດຳເນີນຄະດີ ໃນຂໍ້ຫາຂາຍຢາເສບຕິດພ້ອມທັງຢຶດຂອງກາງຢາບ້າໄດ້ 1.118 ເມັດມາສອບສວນ

Posted on 12/08/202012/08/2020 By News No Comments on ຖືກຈັບດຳເນີນຄະດີ ໃນຂໍ້ຫາຂາຍຢາເສບຕິດພ້ອມທັງຢຶດຂອງກາງຢາບ້າໄດ້ 1.118 ເມັດມາສອບສວນ

ທ້າວ ລີທໍ່ ອາຍຸ 28 ປີ, ຢູ່ບ້ານຫ້ວຍຊໍາອໍ້ເມືອງ ແລະ ແຂວງໄຊຍະບູລີ ຖືກເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊຍະບູລີ ກັກຕົວໃນວັນທີ 21 ກໍລະກົດ ທີ່ຜ່ານມາ, ໃນຂໍ້ຫາຄ້າຂາຍຢາເສບຕິດພ້ອມທັງຢຶດຂອງກາງຢາບ້າໄດ້ 1.118 ເມັດມາສອບສວນ.

ກ່ອນການກັກຕົວທ້າວ ລີ ທໍ່, ເຈົ້າໜ້າທີ່ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ພົບເຫັນຄົນຮ້າຍເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານຫ້ວຍຊໍາອໍ້ເມືອງໄຊຍະບູລີ.

Image may contain: 1 person, sitting and indoor

ຜ່ານການລົງກວດກາ ແລະ ຕິດຕາມສະພາບຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະ; ຮອດເວລາປະມານ 15:00 ໂມງ ຂອງວັນທີ 21 ກໍ ລະກົດ 2020, ໄດ້ພົບເຫັນເປົ້າໜາຍຄື: ທ້າວ ລີທໍ່ ກຳລັງເຄື່ອນໄຫວນຳຢາບ້າໄປຂາຍໃຫ້ກັບຜູ້ສັ່ງຊື້ຈຶ່ງເຂົ້າກັກຕົວ ແລະ ກວດຄົ້ນພົບຂອງກາງຢາບ້າ 1.118 ເມັດ, ຖົງຢ່າງເປົ່າໃສ່ຢາບ້າ 53 ຖົງ, ອຸປະກອບເສບຢາບ້າ 4 ອັນ, ອຸປະກອນເສບຢາຝີ່ນ 1 ອັນ, ເງິນກີບ 2.000.000 ກີບ ແລະ ໂທລະສັບມືຖື 1 ໜ່ວຍ.

Image may contain: 1 person, indoor

ນອກນີ້ ເຈົ້າໜ້າທີ່ຍັງສາມາດກັກຕົວຜູ້ມົ້ວສຸມຢາເສບຕິດໄດ້ 1 ຄົນຊື່: ທ້າວ ຊົງທໍ່ ອາຍຸ 28 ປີ, ເຊິ່ງເປັນຄົນບ້ານດຽວກັນກັບ ທ້າວ ລີທໍ່ ໄປດໍາເນີນການສອບສວນຂະຫຍາຍຜົນຫາພັກພວກ ເພື່ອຕິດຕາມກັກຕົວມາຄະດີຕາມກົດໝາຍໃຫ້ໝົດ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດຫາເຈົ້າຂອງກະເປົາເງິນ ອອກຊື່ ທ້າວ ຕາເຢັ້ງວື່
Next Post: ເຕືອນການສັນຈອນ! ຂົວສີຣິເຮືອງ ເມືອງສິງເປເພໜັກ

Related Posts

ອີຕົນເຈົ້າເດ່! ໃກ້ຈະຈົມສູ່ພື້ນບາດານວັດຫາດສາ (ເກົ່າ) ຂ່າວສານບ້ານເມືອງ
ສູນຝຶກອົບຮົມສູນກາງສະຫະພັນສະຫະພັນແມ່ຍິງລາວ ຈະຖືກນໍາໃຊ້ເປັນບ່ອນພັກຂອງແພດໝໍທີ່ເຮັດວຽກໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ອຸຕຸເຕືອນ! ໃຫ້ເຝົ້າລະວັງພາຍຸລະດູຮ້ອນຈະມີຝົນຕົກພ້ອມລົມພັດແຮງ ໄລຍະ 25 ຫາ 28 ມີນານີ້ ຂ່າວສານບ້ານເມືອງ
ແຂວງຄໍາມ່ວນ ແຈ້ງການໃຫ້ເຂັ້ມງວດປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວ ຫຼັງມີຄຳສັ່ງຍົກເລີກນຳເຂົ້າອາຫານທະເລຈາກໄທ ຂ່າວສານບ້ານເມືອງ
ທົ່ວ​ແຂວງ​ສະ​ຫວັນ​ນະ​ເຂດ ເກັບ​ລາຍ​ຮັບ​ໃນ 6 ເດືອນ​ຕົ້ນ​ປີ​ໄດ້​ແລ້ວ 629 ຕື້ກວ່າ​ກີບ, ເທົ່າກັບ 38% ຂ​ອງ​ແຜນ​ການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme