Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງຊານໄຊ ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 7 ກໍລະນີ

Posted on 12/08/202012/08/2020 By News No Comments on ເມືອງຊານໄຊ ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 7 ກໍລະນີ

ແຫລ່ງຂ່າວຈາກແຂວງອັດຕະປືໃຫ້ຮູ້ວ່າ: ປັດຈຸບັນ, ການແຜ່ລະບາດຂອງໄຂ້ຍຸງລາຍໄດ້ຂະຫຍາຍຕົວໄວໃນຂອບເຂດທົ່ວປະເທດ ຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດ, ສະເພາະຢູ່ເມືອງຊານໄຊ ແຂວງອັດຕະປື ເລີ່ມແຕ່ເດືອນມັງກອນ ມາຮອດປັດຈຸບັນໄດ້ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 7 ກໍລະນີ.

Image may contain: 1 person, standing, tree and outdoor

ທ່ານ ບຸນເນັ້ມ ໄຊຍະເສັ້ມ ຮອງເລຂາພັກ ເມືອງຊານໄຊ ໄດ້ໃຫ້ຮູ້ໃນໂອກາດເປີດຂະບວນຍ່າງໂຄສະນາສຸຂະສືກສາກ່ຽວກັບການປ້ອງກັນ, ຄວບຄຸມ ແລະຕອບໂຕ້ພະຍາດໄຂ້ຍຸງລາຍ ວັນທີ 10 ສິງຫາ 2020 ນີ້ວ່າ: ສະພາບການລະບາດຂອງ ພະຍາດໄຂ້ຍຸງລາຍ ຢູ່ເມືອງຊານໄຊ ເລີ່ມແຕ່ເດືອນມັງກອນຈົນຮອດປັດຈຸບັນທົ່ວເມືອງກວດພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 7 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫລຸດລົງ. ໃນໄລຍະຜ່ານມາຄະນະພັກ, ອໍານາດການປົກຄອງເມືອງໄດ້ເອົາໃຈໃສ່ໃນການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍບໍ່ໃຫ້ມີການແຜ່ລະບາດກັບປະຊາຊົນ ດ້ວຍການເຮັດວຽກງານໂຄສະນາສຸຂະສຶກສາ ແລະ ແນະນໍາວິທີປ້ອງກັນພະຍາດດັ່ງກ່າວ ແລະ ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວເມືອງຊານໄຊຈົ່ງຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ໃນການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກ, ສິ່ງສໍາຄັນເວລາເປັນໄຂ້ບໍ່ຄວນຊື້ຢາມາກິນເອງຖ້າຄົນໃນຄອບຄົວມີການເຈັບໄຂ້ກໍໃຫ້ໄປພົບແພດຕາມໂຮງໝໍແຂວງ, ເມືອງ ຫລື ໂຮງໝໍນ້ອຍໃກ້ບ້ານຈຶ່ງເປັນການດີ.

Image may contain: 2 people, people standing and outdoor

ຂະບວນການຍ່າງໂຄສະນາສຸຂະສຶກສາຄັ້ງນີ້ ແມ່ນຍ່າງໂຄສະນາຕາມເສັ້ນທາງເລີ່ມແຕ່ຈຸດເສັ້ນທາງຫອ້ງການສາທາລະນະສຸກເມືອງຫາເສັ້ນທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລວມໄລຍະທາງ ປະມານ 3 ກິໂລແມັດ, ພ້ອມນີ້ຍັງໄດ້ມີການທໍາລາຍແຫລ່ງເພາະພັນໜອນນໍ້າຍຸງລາຍຕາມເສັ້ນທາງ ແລະ ບ້ານເຮືອນຂອງປະຊາຊົນ ນໍາອີກ.


ໂດຍ: ມາລາທິບ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງວັງວຽງແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ
Next Post: ເກັບມ້ຽນຂົວໄມ້ໄຜ່ຂ້າມນໍ້າຄານ ກ່ອນກະແສນໍ້າຈະພັດໜີ ທີ່ນະຄອນ ຫຼວງພະບາງ

Related Posts

ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ
ທາງເປ່ເພ ຢູ່ລະຫວ່າງບ້ານເມືອງວັ້ນ – ນາຮີດ ແລະ ບ້ານຫາດກູ້ ເມືອງແອດ ຂ່າວສານບ້ານເມືອງ
ເຕືອນການເດີນທາງ ນໍ້າຫ້ວຍນອງ ບ້ານນໍ້າເຕົ່າ ເມືອງແກ່ນທ້າວ (ມີຄລິບ) ຂ່າວສານບ້ານເມືອງ
ທະຫານແຂວງສາລະວັນ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ຂ່າວສານບ້ານເມືອງ
ລັດຖະບານ ອັດສີດນັກກິລາລາວສະຫຼຸບຜົນສໍາເລັດທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ ຂ່າວສານບ້ານເມືອງ
ເຕືອນ! ພາກເໜືອໃຫ້ເຝົ້າລະວັງ ຝົນຕົກໜັກລົມພັດແຮງເຖິງຂັ້ນຕົ້ນໄມ້ຫັກເຮືອນຊານເປ່ເພ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme