Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661

Posted on 12/08/202012/08/2020 By News No Comments on ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661

ໃນວັນທີ 7 ສິງຫາ 2020 ນີ້, ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661 ຂຶ້ນທີ່ສະໂມສອນກອງພັນໃຫຍ່ 661 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍພົນໂທ ສຸວອນ ເລືອງບຸນມີ ກຳມະການສູນ ກາງ ພັກ, ຮອງລັດຕີຖະມົນກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ກຳມະການຄະນະພັກອົງການກົມໃຫຍ່ຫົວໜ້າກົມລົດຕັງ-ຍານເກາະກົມໃຫ່ຍເສນາທິການກອງທັບ, ຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດ, ກົມພະນັກງານກົມໃຫ່ຍການເມືອງກອງທັບ, ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບເຂົ້າຮ່ວມ.

Image may contain: 11 people, people standing

ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານກົມໃຫ່ຍການເມືອງ ກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ກົມລົດຕັງ-ຍານເກາະກົມໃຫ່ຍເສນາທິການກອງທັບໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ອີງຕາມໜັງສືສະເໜີຂອງກົມໃຫ່ຍການເມືອງກອງທັບເຊິ່ງກະຊວງປ້ອງກັນປະເທດຕົກລົງ ຍົກຍ້າຍ ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ຫົວໜ້າການ ທະຫານກອງພັນໃຫຍ່ 661

ໄປຮັບໜ້າທີ່ໃໝ່ຢູ່ກົມລົດຕັງ-ຍານເກາະກົມໃຫ່ຍເສນາທິການກອງທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ເປັນຮອງ ຫົວໜ້າກົມລົດຕັງ-ຍານ ເກາະກົມ ໃຫ່ຍເສນາທິການກອງທັບ,ຂໍ້ຕົກ ລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນ ຊາກອງພັນໃຫຍ່ 661, ແຕ່ງຕັ້ງ ບັນດາຫົວໜ້າ ແລະ ຮອງຫົວ ໜ້າກອງພັນໃຫຍ່ 661, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ຄຳປານ ແພງພັນ ເປັນຫົວໜ້າການເມືອງ, ສະຫາຍ ພັນເອກ ບຸນປອນ ລົມພະ ຈັນ ເປັນຫົວໜ້າການທະຫານ, ສະຫາຍ ພັນໂທ ບຸນທະວີ ລ້ວນບຸດ ສະດີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການ ເມືອງ, ສະຫາຍ ພັນໂທ ສົມຊາຍ ວົງຄຳຊາວ ເປັນຮອງຫົວໜ້າການທະຫານທັງເປັນຫົວໜ້າພະແນກເສນາທິການ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງບັນດາຮອງຫົວໜ້າພະແນກ ແລະ ຫົວໜ້າພະແນກກອງພັນທີ່ຂຶ້ນກັບກອງພັນໃຫຍ່ 661 ແຕ່ງຕັ້ງ ສະຫາຍ ພັນໂທ ພູວົງ ທິບມະຈອນ ເປັນຫົວໜ້າພະແນກຍຸດໂທກົມລົດຕັງ-ຍານເກາະ, ແຕ່ງຕັ້ງ ສະຫາຍ ພັນໂທ ສູນທະ ລາໄຊຍະຈັກ ເປັນຫົວໜ້າການ ເມືອງກອງພັນ161, ສະຫາຍ ພັນຕີ ທອງສີ ສີສະຫວັດ ເປັນຮອງ ຫົວໜ້າພະແນກເສນາທິການ ແລະ ສະຫາຍ ຮ້ອຍເອກ ອຸ່ນເຮືອນ ດາລາທິບ ເປັນຮອງພະແນກການເມືອງ.

ໃນໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ໄປຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ, ເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນເພື່ອ ພ້ອມກັນຈັດຕັ້ງນຳພາປັບປຸງກອງທັບໃຫ້ເຂົ້າສູ່ລະບຽບແບບແຜນທັນສະໄໝເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ສາລະວັນແຈ້ງໂຈະການຈັດງານບຸນຊ່ວງເຮືອປະຈຳປີ 2020
Next Post: ເມືອງວັງວຽງແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ

Related Posts

ເຕັມຫຼັງລົດ ປກສ ເມືອງຄູນຄຳ ຢຶ ດ ຄັ ນ ຊ າ ເກືອບ 400 ກິ ໂ ລ ກຼ າ ມ ຂ່າວສານບ້ານເມືອງ
ມອບງົວໃຫ້ປະຊາຊົນ ບ້ານປາກແຈກ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງ ເຂື່ອນໄຟຟ້ານໍ້າອູ1 ຂ່າວສານບ້ານເມືອງ
ຫາກເຮົາຍອມລຳບາກກັບຜູ້ຊາຍ ຕ້ອງເບິ່ງວ່າຄຸ້ມຄ່າບໍ່ ຫາກບໍ່ຄຸ້ມກໍຄວນຄິດໃໝ່ສະ ການຢູ່ຄົນດຽວບໍ່ແມ່ນເລື່ອງຍາກ ຂ່າວສານບ້ານເມືອງ
ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດບັ້ງກະໂພກ ແລະ ດອກໄມ້ໄຟ ເຕັມລົດຕູ້ຮຸນໄດ ຂ່າວສານບ້ານເມືອງ
ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສຳລັບຜົນກວດ ຜູ້ຕິດເຊື້ອກໍລະນີທີ 23 ແມ່ນຍັງພົບເຊື້ອຢູ່ ຂ່າວສານບ້ານເມືອງ
ປະກາດແຕ່ງຕັ້ງ ທ່ານ ໄພທູນ ສີພູມມາ ເປັນປະທານອົງການກວດສອບປະຈຳພາກໃຕ້ ຢ່າງເປັນທາງການ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme