Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ

Posted on 12/08/202012/08/2020 By All in LAOS No Comments on ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ

ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້, ທີ່ນະຄອນຫລວງວຽງຈັນ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Rica rdo B.JALAD ຫົວໜ້າກົມ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ປະ ເທດຟີລິບປິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ.


ກອງປະຊຸມຄະນະບໍລິຫານງານສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທຳໄພພິບັດອາ ຊຽນ ຄັ້ງທີ 12, ກອງປະຊຸມຄະນະກຳມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫລືອດ້ານມະນຸດສະທຳ ຄັ້ງທີ 13, ກອງປະຊຸມ ໂດຍການເປັນປະທານຂອງ ຫົວໜ້າຫ້ອງການຄຸ້ມຄອງພົນລະເຮືອນຟີລິບປິິນ. ພ້ອມກັນນີ້, ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຍັງຈະໄດ້ເປີດກວ້າງກັບ ສປ ຈີນ, ຍີ່ປຸ່ນ ເຂົ້າຮ່ວມເພື່ອປຶກສາຫາລືຕໍ່ກັບຂອບແນວຄວາມຄິດ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ແລະ ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາ ຊຽນ ບວກ ສປ ຈີນ ແລະ ບວກ ຍີ່ປຸ່ນ.

ກອງປະຊຸມດັ່ງກ່າວ, ຈະໄດ້ປຶກສາຫາລື ຫລາຍບັນຫາທີ່ສຳຄັນ ໃນວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະແມ່ນ ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2016-2020, ພ້ອມທັງໃຫ້ບັນດາກຸ່ມແຜນງານ ໄດ້ນຳສະເໜີຜົນສຳເລັດ ແລະ ຂໍ້ຄົງຄ້າງບັນດາໜ້າວຽກບູລິມະສິດ ທີ່ຢູ່ໃນຄວາມຮັບຂອງແຕ່ລະກຸ່ມແຜນງານ ລວມທັງຮ່ວມກັນປຶກສາຫາລື ຕໍ່ກັບຮ່າງແຜນປະຕິບັດງານສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2021-2025; ກອງປະຊຸມຍັງຈະໄດ້ປຶກສາຫາລື ຕໍ່ກັບຖະແຫລງການພິເສດສຸດຍອດອາຊຽນບວກສາມ ກ່ຽວກັບວຽກງານ ໂຄວິດ-19.

ໃນກອງປະຊຸມຄະນະກຳມະການຮ່ວມ ເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫລືອດ້ານມະນຸດສະທຳ ຄັ້ງທີ 13 ຈະໄດ້ຮ່ວມກັນປຶກສາຫາລື ວຽກຂອງແຕ່ລະເຈົ້າໜ້າທີ່ອາວຸໂສຂອງອາຊຽນ ທີ່ຕິດພັນກັບ ການຊ່ວຍ ເຫລືອ ແລະ ຕອບໂຕ້ ດ້ານມະນຸດສະທຳໄພພິບັດ ເປັນຕົ້ນ ເຈົ້າໜ້າທີ່ ອາສຸໂສ ອາຊຽນ, ເຈົ້າໜ້າທີ່ ອາ ວຸໂສ ປ້ອງກັນປະເທດອາຊຽນ, ເຈົ້າໜ້າທີ່ ອາວຸໂສ ສາທາລະນະສຸອາຊຽນ, ເຈົ້າໜ້າທີ່ ອາວຸໂສ ສະຫວັດດີການສັງຄົມ ອາຊຽນ ເປັນຕົ້ນແມ່ນຄວາມຄືບໜ້າ ຜູ້ຕາງໜ້າຈາກພາກສ່ວນປ້ອງກັນປະເທດ ປະຈຳຢູ່ສູນ ອາຮາເຊັນເຕີ, ມາດຖານຂັ້ນຕອນປະຕິບັດງານ ການປະສານງານຂອງທີມແພດສຸກເສີນອາຊຽນ; ການຮັບຮອງເອົາຄູ່ມື ການປົກປ້ອງທາງສັງຄົມ ໄພພິບັດອາຊຽນ; ການສ້າງຄວາມເຂັ້ມແຂງຫລາຍຂະແໜງການ ໃນວຽກງານການກຽມຄວາມພ້ອມ ແລະ ຕອບໂຕ້ພະຍາດລະບາດ ອາຊຽນ; ສ້າງຄວາມເຂັ້ມແຂງວຽກງານສຸຂະພາບຈິດ ແລະ ຈິດຕະວິທະຍາ ເພື່ອສະໜັບສະໜູນການຕອບໂຕ້ໄພ ພິບັດ.

ພ້ອມກັນນີ້, ກອງປະຊຸມ ຄະນະບໍລິຫານງານສູນປະສານງານຊ່ວຍເຫລືອດ້ານມະນຸດສະທໍາໄພພິບັດອາຊຽນ ຄັ້ງທີ 12 ກໍ່ຈະໄດ້ປຶກສາຫາລື ຕໍ່ກັບແຜນປະຕິບັດງານຂອງສູນປະສານງານຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ 2021-2025 ເພື່ອໃຫ້ແທດເໝາະກັບແຜນງານສັນຍາອາຊຽນ, ລາຍງານການເງິນ ໃນການບໍລິຫານສູນ, ຜົນຂອງການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ຮັບຮອງສືບຕໍ່ການປະຕິບັດໜ້າທີ່ຂອງຫົວໜ້າສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳໄພພິບັດອາຊຽນ ອີກ 02 ສະໄໝ.


ຂໍ້ມູນຈາກ ຂ່າວສານແຮງງານ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ລົດກະບະປີ້ນທາງໄປປາກຊ່ອງ ເສຍຊີວິດ 1 ຄົນເພດຊາຍ (ປະກາດຫາຍາດພີ່ນ້ອງ)
Next Post: ສາລະວັນແຈ້ງໂຈະການຈັດງານບຸນຊ່ວງເຮືອປະຈຳປີ 2020

Related Posts

ກະບະປະທະລົດຈັກ ເສຍຊີວິດ 1 ສາຫັດ 1 ທາງເມືອງມະຫາໄຊ ຂ່າວສານບ້ານເມືອງ
ພ້ອມກັນສ້າງສາພັດທະນາຄອບຄົວ ຜິ ດ ວິທີຄະດີ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ແຂວງວຽງຈັນອອກແຈ້ງການ! ສືບຕໍ່ເພີ່ມທະວີ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ເມຍແລະລູກນ້ອຍຕ້ອງສູນເສຍພໍ່ ເຫດລົດປີ້ນໄຟໄໝ້ດັບຄາລົດທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ຜົນສໍາເລັດຂອງ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ຄັ້ງທີ 14 ຂ່າວສານບ້ານເມືອງ
ປົວດີອອກໂຮງໝໍ 282 ຕິດໃໝ່ 1.466 ເສຍຊີວິດໃໝ່ 6 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme