Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນະຄອນປາກເຊ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ

Posted on 11/08/202011/08/2020 By News No Comments on ປກສ ນະຄອນປາກເຊ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ

ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທາງສັງຄົມ ໂດຍສະເພາະການແກ້ໄຂລາຍຄະດີຕ່າງໆ ເຊິ່ງສາມາດແກ້ໄຂທັງໝົດ 29 ເລື່ອງ, ກັກຜູ້ຖືກຫາ 33 ຄົນ ຍິງ 7 ຄົນ.

ເຈົ້າໜ້າທີ້ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນ (ມັງກອນ-ມີນາ) ເຈົ້າໜ້າທີ່ ປກສ ນະຄອນປາກເຊ ໄດ້ແກ້ໄຂຄະດີອາຍາ-ເສດຖະກິດ 12 ເລື່ອງ, ກັກຕ້ອງຫາ 14 ຄົນ ຍິງ 6 ຄົນ, ເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ 6 ເລື່ອງ, ກັກຕົວຕ້ອງຫາໄດ້ 7 ຄົນ ຍິງ 1 ຄົນ, ເກັບກູ້ເຄື່ອງຂອງກາງໄດ້ລົດຈັກ 7 ຄັນ, ຄອມຜິວເຕີ້ 1 ໜ່ວຍ, ຕູ້ລຳໂພງ 1 ຊຸດ, ເງິນກີບ 14.600.000 ກີບ, ເງິນບາດ 6.000 ບາດ, ຄຳໃບ 3 ບາດ 3 ສະຫຼຶງ ແລະ ລົດໃຫຍ່ 01 ຄັນ.

ນອກນັ້ນ, ຍັງແກ້ໄຂຄະດີຢາເສບຕິດໄດ້ 17 ເລື່ອງ, ຖືກຫາໄດ້ 19 ຄົນ ຍິງ 1 ຄົນ. ໃນນັ້ນ, ຄ້າຂາຍຢາເສບຕິດໄດ້ 9 ເລື່ອງ, ມີ 11 ຄົນ ຍິງ 1 ຄົນ; ມີຢາເສບຕິດໄວ້ໃນຄອບຄອງ 8 ເລື່ອງ, ມີ 8 ຄົນ; ແກ້ໄຂ ແລະ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ 80 ຄົນ ຍິງ 2 ຄົນ, ຢຶດເຄື່ອງຂອງກາງໄດ້ຢາບ້າ 917 ເມັດ, ຢາໄອສ໌ 1 ຖົງ, ອຸປະກອນການເສບ 15 ຊຸດ ແລະ ອຸປະກອນກໍ່ຄວາມບໍ່ສະຫງົບອີກຈຳນວນໜຶ່ງ.

ຂ່າວສານບ້ານເມືອງ

Post navigation

Previous Post: ຫ້ອງການກະຊວງການເງິນຮັບສະໝັກພະນັກງານສັນຍາຈ້າງ 5 ຕໍາແໜງດ່ວນ!
Next Post: ການເງິນແຂວງບໍລິຄຳໄຊ ຮ່ວມໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

Related Posts

ຈະຈັດງານດອງ ຫຼື ງານຕ່າງໆ ກະລຸນາອ່ານໃຫ້ລະອຽດ ເພື່ອປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ພົບສົບຊາຍຕາຍໄຫຼນໍ້າມາຄ້າງທີ່ເຂດບ້ານໜອງຂອນ ເມືອງສອງຄອນ ຂ່າວສານບ້ານເມືອງ
ໄທເຮັດແທ້ລະເດີ້! 3 ຄົນລັກລອບເຂົ້າລາວ ແລະ ແຜ່ເຊື້ອໂຄວິດຈະຖືກດຳເນີນຄະດີຢ່າງເດັດຂາດພາຍຫຼັງປິ່ນປົວດີ​ແລ້ວ ຂ່າວສານບ້ານເມືອງ
ຊົມເຊີຍ ປຸກກີ້ ສະເຫລີມບຸບຜາ ຄວ້າຫລຽນທອງທຳອິດໃຫ້ທັບນັກກິລາທີມຊາດລາວ ຂ່າວສານບ້ານເມືອງ
ພະແນກສະກັດ ກັ້ ນ ແລະ ຕ້ າ ນ ກ າ ນ ຄ້ າ ມ ະ ນຸ ດ ປກສ ແຂວງຄຳມ່ວນ ໂຄສະນາເຜີຍແຜ່ຜົນຮ້າຍຂອງ ກ າ ນ ຄ້ າມ ະ ນຸ ດ ຂ່າວສານບ້ານເມືອງ
ມີສະຕິລະວັງຕົວ ຮັບມື ພາຍຸລົມຝົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme