ຕາມແຫລ່ງຂ່າວຈາກເບຣຸດ ໃນວັນທີ 11ສິງຫານີ້ ທ່ານ ຮັດຊັນ ດີອັບ(Hassandi Ab) ປະກາດລາອອກ ຈາກຕຳແໜ່ງ ນາຍົກ ລັດຖະມົນຕີ ລີບັງໄດ້ສົ່ງຜົນໃຫ້ ຄະນະລັດຖະມົນຕີສິ້ນສຸດວາລະຈາກຕຳແໜ່ງໄປພ້ອມກັນ



ເພື່ອສະແດງຄວາມຮັບຜິດຊອບ ຕໍ່ເຫດລະເບີດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດທີ່ທ່າກຳປັ່ນໃນນະຄອນຫລວງ ເບຣຸດ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 200 ຄົນ, ໄດ້ຮັບບາດເຈັບ 6.000 ກວ່າຄົນ ແລະ ສູນຫາຍອີກປະມານ 20 ຄົນ.

ນອກນີ້ ປະຊາຊົນຫລາຍແສນຄົນ ບໍ່ມີທີ່ຢູ່ອາໄສ ຫລັງຈາກສານເຄມີແອມໂມເນຍໄນເຕດນ້ຳໜັກ 2.750 ໂຕນ ທີ່ສາງເກັບສິນຄ້າ ເກີດລະເບີດຮຸນແຮງສ້າງຄວາມເສຍຫາຍຢ່າງຫລວງຫລາຍໃນນະຄອນຫລວງ ເບຣຸດ.

ຮຽບຮຽງຂ່າວໂດຍ ສະໄຫວ