Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົນລະປະທານ 2 ແຫ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດປີ 2021

Posted on 11/08/202011/08/2020 By News No Comments on ຊົນລະປະທານ 2 ແຫ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດປີ 2021

ໂຄງການກໍ່ສ້າງຊົນລະປະທານ 2 ແຫ່ງຄື: ຊົນລະປະທານ ຫ້ວຍຕະລາງ ບ້ານນາຈອນ ແລະ ຊົນລະປະທານ ຫ້ວຍຕະລາງ ບ້ານ ພຽງແງ, ເມືອງ ສົບເບົາ ແຂວງຫົວພັນແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2020, ຄາດວ່າທັງສອງໂຄງການຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນຕົ້ນປີ 2021.

Image may contain: plant, sky, outdoor and nature
Image may contain: 1 person, standing, plant, bridge, tree, outdoor, nature and water

ສໍາລັບ ການກໍ່ສ້າງຊົນລະປະທານ ຫ້ວຍຕະລາງ ບ້ານນາຈອນ ແມ່ນເລີ່ມກໍ່ສ້າງແຕ່ເດືອນມີນາ 2020, ປະຈຸບັນ ແມ່ນສຳເລັດແລ້ວ 76 % ຂອງບັນດາໜ້າວຽກ, ໂຄງການນີ້ ປະກອບມີລະບົບຫົວງານເປັນຝາຍນ້ຳລົ້ນ, ໜ້າຝາຍກວ້າງ 25 ແມັດ, ສູງ 1,5 ແມັດ, ມີລວງຍາວຕາມແລວນໍ້າ 16 ແມັດ ແລະ ມີປະຕູນໍ້າລະບາຍທັງ 2 ຟາກ, ລະບົບຄອງເໝືອງເປັນຄອງເບຕົງເສີມເຫຼັກ, ມີຄວາມຍາວ 3. 200 ແມັດ, ສາມາດຫົດເນື້ອທີ່ນາໄດ້ 12,5 ເຮັກຕາ, ຊຶ່ງໂຄງການດັ່ງກາ່ວ ແມ່ນການລົງທືນຂອງລັດຖະບານ 100% ເພື່ອພັດທະນາດ້ານພື້ນຖານໂຄງລ່າງໃນການຜະລິດກະສິກຳ, ລວມມູນຄ່າການກໍ່ສ້າງ 8 ຕື້ກ່ວາກີບ, ໂດຍແມ່ນບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

Image may contain: mountain, outdoor, nature and water

ພ້ອມນັ້ນ ການກໍ່ສ້າງຊົນລະປະທານ ຫ້ວຍຕະລາງ ບ້ານ ພຽງແງ ແມ່ນເລີ່ມກໍ່ສ້າງມາແຕ່ເດືອນ ກຸມພາ 2020, ປະຈຸບັນ ສໍາເລັດແລ້ວ 58 % ຂອງໜ້າວຽກທັງໝົດ, ໂຄງການນີ້ປະກອບມີ ລະບົບຫົວງານເປັນຝາຍນ້ຳລົ້ນ ກ້ວາງ 35 ແມັດ, ສູງ 1,5 ແມັດ, ມີລວງຍາວຕາມແລວນໍ້າ16 ແມັດ, ມີປະຕູລະບາຍນ້ຳທັງສອງຟາກ, ລະບົບຄອງເໝືອງຍາວ 12.783 ແມັດ, ສາມາດສະໜອງນ້ຳເຂົ້າໃສ່ເນື້ອທີ່ນາໄດ້ 2 ລະດູ ໃນເນື້ອທີ່ ທັງໝົດ 128 ເຮັກຕາ, ຊຶ່ງແມ່ນໂຄງການລົງທືນຂອງລັດຖະບານ 100% ມີມູນຄ່າການກໍ່ສ້າງ 41 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ສຸກຈະເລີນກໍ່ສ້າງສ້ອມແປງຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ.

Image may contain: plant, mountain, tree, sky, outdoor and nature

ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາຄວາມຄືບໜ້າ ການກໍ່ສ້າງຊົນລະປະທານທັງ 2 ແຫ່ງ ນໍາໂດຍ ທ່ານ ພູວົງ ສີສົມຮັກ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ວັນໄຊ ສຸລິວົງ ຮອງເຈົ້າເມືອງ ເມືອງສົບເບົາ.

Image may contain: one or more people and indoor

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ກັກຕົວໄວລຸ້ນ 3 ຄົນ ທີ່ກໍ່ເຫດຈູດກະໂພກ ຢູ່ຕາມເສັ້ນທາງເຂດເມືອງສີໂຄດຕະບອງ
Next Post: ນາຍົກລັດຖະມົນຕີເລບານອນ ປະກາດລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ

Related Posts

ຮອງນາຍົກ ຕິດຕາມ ກວດກາ ຜົນເສຍຫາຍຈາກນ້ຳຖ້ວມຢູ່ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ຊ່ຽວຊານການແພດທະຫານຫວຽດນາມສືບຕໍ່ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ເມືອງນ້ຳບາກ ທຳ ລ າ ຍ ຢາງພາລາ ທີ່ມີສິ່ງເຈືອປົນ ຂ່າວສານບ້ານເມືອງ
ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ ໃນປີ 2020 ຂ່າວສານບ້ານເມືອງ
ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme