Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກັກຕົວໄວລຸ້ນ 3 ຄົນ ທີ່ກໍ່ເຫດຈູດກະໂພກ ຢູ່ຕາມເສັ້ນທາງເຂດເມືອງສີໂຄດຕະບອງ

Posted on 11/08/202011/08/2020 By News No Comments on ກັກຕົວໄວລຸ້ນ 3 ຄົນ ທີ່ກໍ່ເຫດຈູດກະໂພກ ຢູ່ຕາມເສັ້ນທາງເຂດເມືອງສີໂຄດຕະບອງ

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ໃນເວລາ 02:00 ໂມງ ຂອງວັນທີ 03 ສິງຫາ 2020 ຜ່ານມາ, ໄດ້ຍິນສຽງຄ້າຍຄືສຽງປືນແຕກດັງເປັນໄລຍະຢູ່ເສັ້ນທາງເຂດເມືອງສີໂຄດຕະບອງ,

Image may contain: 2 people, people sitting and indoor

ຈາກນັ້ນ, ທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງສີໂຄດຕະບອງ ຈິ່ງລົງຕິດຕາມກວດກາສະຖານທີ່ຕົວຈິງ ແລະ ໄດ້ພົບເຫັນກຸ່ມໄວລຸ້ນ 3 ຄົນ, ໄດ້ຂີ່ລົດກະບະໂຕໂຍຕ້າລີໂວ້ສີດໍາ ທະບຽນ ກມ 1557 ກໍາລັງເລາະຈູດກະໂພກໝາກບານແລ້ວໂຍນຕາມເສັ້ນທາງເຂດບ້ານນາເລົ່າ, ເສັ້ນທາງບ້ານນາແຮ່, ໜ້າຕະຫຼາດສີໄຄ ແລະ ເສັ້ນທາງອື່ນໆ ລວມມີ 14 ຈຸດ ຈິ່ງບັນທຶກຂໍ້ມູນໄວ້ເປັນຫຼັກຖານ; ມາຮອດເວລາ 17:00 ໂມງ ຂອງວັນດຽວກັນ ຈິ່ງນໍາກໍາລັງເຂົ້າກັກຕົວ ທ້າວ ພານຸ ອາຍຸ 23 ປີ, ນັກສຶກສາ ຢູ່ເຮືອນຂອງຜູ້ກ່ຽວບ້ານໜອງໜ້ຽວ ພ້ອມດ້ວຍໝູ່ອີກສອງຄົນຄື: ທ້າວ ອານຸສິດ ອາຍຸ 21 ປີ, ນັກສຶກສາ ທັງສອງ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ແລະ ທ້າວກອດກີ້ ອາຍຸ 24 ປີ, ກໍາມະກອນ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ມາສອບສວນ.

Image may contain: 2 people, people sitting, table and indoor

ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ກໍ່ເຫດຈູດກະໂພກແທ້, ໂດຍອ້າງວ່າເມົາຂາດສະຕິ; ເຊິ່ງໃນເວລາ 24:00 ໂມງ ຂອງວັນທີ 02 ສິງຫາ 2020, ພວກກ່ຽວໄດ້ພາກັນໄປຫຼິ້ນຢູ່ຮ້ານອາຫານແຫ່ງໜື່ງ ເຂດເມືອງສີໂຄດຕະບອງ ມາຮອດເວລາ 2:00 ໂມງ ຂອງວັນທີ 03 ສິງຫາ 2020 ຈິ່ງໄດ້ພາກັນກັບເມືອເຮືອນບ້ານໜອງໜ້ຽວ

Image may contain: 1 person, sitting

ຈາກນັ້ນ, ໄດ້ມີຊາຍຄົນໜື່ງຍ່າງມາດຶກກ້ອນຫີນໃສ່ເຮືອນ ພວກກ່ຽວເລີຍເກີດຄວາມຢາກຮ້າຍ ຈິ່ງນໍາເອົາກະໂພກໝາກບານ ຢູ່ໃນເຮືອນມາຈູດໂຍນໃສ່ຊາຍຄົນດັ່ງກ່າວ ແຕ່ຊາຍຄົນນັ້ນກໍໄດ້ຂີ່ລົດຈັກເອົາຕົວຫຼົບໜີ ເມື່ອເຫັນແນວນັ້ນພວກກ່ຽວກໍໄດ້ຂີ່ລົດກະບະໂຕໂຍຕ້າ ລີໂວ້ສີດໍາ ໄລ່ຕາມແລ້ວໂຍນກະໂພກໝາກບານໃສ່ຊາຍຄົນນັ້ນເປັນໄລຍະແຕ່ໄລ່ບໍ່ທັນ ພວກຕົນຈິ່ງພາກັນກັບເມືອເຮືອນ ຢູ່ບ້ານໜອງໜ້ຽວ, ຕົກມາເວລາ 17:00 ໂມງ ຈິ່ງຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ກັກຕົວ

Image may contain: one or more people

ຂ່າວສານບ້ານເມືອງ

Post navigation

Previous Post: ຊາຍສູງໄວໄປຫາປາຢູ່ບຶງແລ້ວຈົມນໍ້າເສຍຊີວິດ
Next Post: ຊົນລະປະທານ 2 ແຫ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດປີ 2021

Related Posts

ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ, ຜົນອອກມາປອດເຊື້ອ! ທຸກໜ່ວຍງານ ສຸມໃສຕິດຕາມ ສະພາບການຢ່າງໃກ້ຊິດ ຂ່າວສານບ້ານເມືອງ
ສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ I ຂ່າວສານບ້ານເມືອງ
ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ
ລວມຍອດບໍລິຈາກຊ່ວຍຈົວນ້ອຍທີ່ຖືກລົດຕໍາສອງອົງນັບແລ້ວ 56 ລ້ານກີບ ຂ່າວສານບ້ານເມືອງ
ຄະນະຊາວໜຸ່ມສອງປະເທດລາວ-ຫວຽດນາມຮ່ວມລົງນາມເຊັນສັນຍາກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ,ເຍົາວະຊົນ ຂ່າວສານບ້ານເມືອງ
ບຸນພະທາດສີໂຄດຕະບອງ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ມັງກອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme