Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດໃຫຍ່ເສຍຫຼັກແລ້ວປີ້ນເຂດບ້ານກໍສີ ເມືອງຄູນ ເສຍຊີວິດ 1

Posted on 10/08/202010/08/2020 By All in LAOS No Comments on ລົດໃຫຍ່ເສຍຫຼັກແລ້ວປີ້ນເຂດບ້ານກໍສີ ເມືອງຄູນ ເສຍຊີວິດ 1

ຊຽງຂວາງ: ລາຍງານຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງຊຽງຂວາງ ວັນທີ 8 ສິງຫາ 2020 ເວລາ 17:25 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງຊຽງຂວາງ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດໃຫຍ່ເສຍຫຼັກແລ້ວປີ້ນ ຈຸດເກີດເຫດແມ່ນ ບ້ານກໍສີ ເມືອງຄູນ ແຂວງຊຽງຂວາງ.

ພໍໜ່ວຍກູ້ໄພອອກກວດສອບມີຜູ້ເສຍຊີວິດຈຳນວນ 1 ຄົນ ເພດຍິງ ອາຍຸ 35ປີ ຢູ່ທີ່ບ້ານ ໂພນແຍງເມືອງຄູນ ແຂວງ ຊຽງຂວາງ ອາການເບື້ອງຕົ້ນແມ່ນບໍ່ມີສະຕິ, ເສຍຊີວິດຄາທີ່ຢູ່ຈຸດເກີດເຫດ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສາຂາແຂວງຊຽງຂວາງ ຈຶ່ງໄດ້ທຳການມ້ຽນຄາບອາບສົບໃຫ້ແກ່ຜູ້ເສຍຊີວິດ ແລະ ນຳສົ່ງກັບບ້ານ ມອບໃຫ້ຍາດຕິພີ່ນ້ອງທຳພິທີການທາງສາດສະໜາຕໍ່ໄປ.ທາງທີມງານຂອງພວກເຮົາຂໍສະແດງຄວາມເສຍໃຈໃນເຫດການໃນຄັ້ງນີ້

ໝາຍເຫດ ✍🏻ການນຳສະເໜີຂ່າວມີຈຸດປະສົງເພື່ອເປັນຄະຕິເຕືອນໃຈບໍ່ໃຫ້ປະໝາດໃນການດຳລົງຊີວິດ ບໍ່ໄດ້ມີຈຸດປະສົງປະຈານຜູ້ເສຍຊີວິດແຕ່ຢ່າງໃດ ຫາກການນຳສະເໜີຂ່າວນີ້ ເຮັດໃຫ້ຄອບຄົວ ຫຼື ຍາດພີ່ນ້ອງຂອງຜູ້ບາດເຈັບບໍ່ສະບາຍໃຈ ທາງທີມງານຕ້ອງຂໍອະໄພດ້ວຍ.

ຂອບໃຈຂ່າວຈາກ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງຊຽງຂວາງ ບາດເຈັບສຸກເສີນໂທ 1623 ຫຼື 030 5723969ຕະຫຼອດ 24 ຊົ່ວໂມງ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະທານ ສູນກາງແນວລາວສ້າງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ
Next Post: ເສົ້າໃຈ ຊາຍຄິດສັ້ນປິດຊີບຕົນເອງທີ່ບ້ານແກ້ງປາຢ້າງ

Related Posts

ຊາວໜຸ່ມເມືອງຫ້ວຍຊາຍ ໄດ້ຮັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ຂ່າວສານບ້ານເມືອງ
ແຈ້ງການດ່ວນ! ໃຫ້ຜູ້ທີ່ສຳພັດໃກ້ຊິດກັບ ພໍ່ຕູ້ບຸນມາ ທີ່ເປັນເຈົ້າຂອງຮ້ານຂາຍນ້ຳ ຫຼັງກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ໄປລາຍງານຕົວດ່ວນ ຂ່າວສານບ້ານເມືອງ
ກົດຊົມພາບ ສະກຸຣະເມືອງລາວດອກໄມ້ກຳລັງບານເຕັມທີ່ ຢູ່ຫົວພັນ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ໃນໄລຍະວັນທີ 1 ຫາ 5 ກໍລະກົດນີ້ຈະມີຝົນຕົກທົ່ວທຸກພາກ ຂ່າວສານບ້ານເມືອງ
ດ່ວນ! ເສຍຊີວິດຄາທີ່ 1 ຄົນລົດໃຫຍ່ຕໍາລົດຈັກແລ້ວໜີ ທາງ 13 ໃຕ້ເຂດເມືອງປາກງຶ່ມ ຂ່າວສານບ້ານເມືອງ
ອຸທາຫອນ ລົງລົດເຂດທາງດ່ວນຖືກລົດຄັນນໍາຫຼັງຕໍາເສຍຊີວິດຄາທີ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme