Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານ ສູນກາງແນວລາວສ້າງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

Posted on 10/08/202010/08/2020 By All in LAOS No Comments on ປະທານ ສູນກາງແນວລາວສ້າງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ຕອນແລງ ວັນທີ 10 ສິງຫາ 2020 ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ໂດຍທ່ານໄດ້ຍົກໃຫ້ເຫັນ ຕົ້ນກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອທີ່ເປັນພື້ນຖານຂອງແນວລາວສ້າງຊາດ ບາງຕອນສໍາຄັນທ່ານກ່າວວ່າ: ເປັນເວລາຫລາຍທົດສະວັດທີ່ປະເທດລາວໄດ້ຕົກເປັນເມືອງຂຶ້ນຂອງພວກສັດຕູພາຍນອກ ເຂົ້າມາຮຸກຮານ ໂດຍສະເພາະໃນທ້າຍສະຕະວັດທີ 19 ຫາກາງສະຕະວັດທີ 20 ຈັກກະພັດຝລັ່ງໄດ້ເຂົ້າມາຮຸກຮານ ຢຶດຄອງເອົາເປັນຫົວເມືອງຂຶ້ນ

ປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂູດຮີດ ແລະ ທໍລະມານ, ສະນັ້ນ ດ້ວຍຄວາມຄຽດແຄ້ນ ປະຊາຊົນລາວບັນດາເຜົ່າຈິ່ງໄດ້ລຸກຂຶ້ນຕໍ່ສູ້ຫຼາຍຂະບວນການຢູ່ທ້ອງຖິ່ນໃຜລາວເຊັ່ນ: ຂະບວນການພໍ່ກະດວດ, ອົງແກ້ວ-ອົງກົມມະດໍາຢູ່ພາກກາງ ແລະ ພາກໃຕ້, ຂະບວນເຈົ້າຟ້າປັດໄຈ ຢູ່ພາກເໜືອ ແລະ ຂະບວນການອື່ນໆ ແຕ່ຂະບວນການເຫຼ່ົານັ້ນບໍ່ໄດ້ຮັບໄຊຊະນະຍ້ອນມີຫລາຍສາເຫດ ແຕ່ສາເຫດຕົ້ນຕໍແມ່ນ: ຍ້ອນບໍ່ທັນມີທິດສະດີປະຕິວັດ, ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງຍ້ອນບໍ່ທັນມີພັກປະຕິວັດນໍາພາ, ຂະບວນການຕໍ່ສູ້ກະແຈກກະຈາຍ, ບໍ່ລວມສູນ, ບໍ່ສາມາດເຕົ້າໂຮມກໍາລັງແຮງສັງລວມ(ໝາຍເຖິງບໍ່ທັນມີການຈັດຕັ້ງແນວໂຮມທີ່ກ້ວາງຂວາງ).

ນັບແຕ່ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ປີ 1930, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍການດໍາເນີນການປະຕິວັດຢູ່ອິນດູຈີນ ໂດຍເຫັນແຈ້ງບົດບາດ ແລະ ໃຫ້ຄວາມສໍາຄັນຂອງວຽກງານແນວໂຮມ. ສະນັ້ນ, ໃນອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1934 ຊຶ່ງເປັນບາດກ້າວທໍາອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນຢູ່ລາວ; ພ້ອມກັນນັ້ນ, ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ໄດ້ມີຄໍາສັ່ງກຽ່ວກັບການສ້າງຕັ້ງສໍາພັນທະມິດອ້າຍລາວເອກະລາດ, ຄໍາສັ່ງໄດ້ເວົ້າແຈ້ງ ວ່າ: “ສໍາພັນທະມິດອ້າຍລາວ ເອກະລາດ ແມ່ນຮູບການແນວໂຮມຕ້ານຈັກກະພັດຜູ້ຮຸກຮານຂອງຄົນລາວ”.

ໃນວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ລັດຖະບານລາວຕໍ່ຕ້ານໄດ້ໄຂຂຶ້ນຢູ່ແຂວງ ຕວຽນກວາງ ຫວຽດນາມ, ກອງປະຊຸມຄັ້ງນີ້ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດ ໂດຍໃຫ້ຊື່ວ່າ: ແນວລາວອິດສະຫຼະ ໄດ້ຮັບຮອງເອົາສະເດັດເຈົ້າສຸພານຸວົງ ເປັນປະທານສູນກາງແນວລາວອິດສະຫຼະ ແລະ ມີຮອງປະທານ 2 ທ່ານ

ພ້ອມກັນນີ້ກໍ່ໄດ້ຕົກລົງຊື່ເອີ້ນຂອງປະເທດ ແມ່ນປະເທດລາວ, ຮັບຮອງເອົາໂຄງການການເມືອງ 12 ຂໍ້, ຮັບຮອງເອົາທຸງກາວົງເດືອນຂອງຊາດ, ກາໝາຍຊາດ, ເພງຊາດລາວ ແລະ ປະກາດສ້າງຕັ້ງໜັງສືພິມລາວອິດສະຫຼະ; ພ້ອມກັນນັ້ນ, ກອງປະຊຸມໄດ້ຜ່ານມະຕິສ້າງຕັ້ງລັດຖະບານລາວຕໍ່ຕ້ານ ເຊິ່ງຄະນະປະກອບມີ 6 ທ່ານ ໂດຍແມ່ນສະເດັດເຈົ້າສຸພານຸວົງ ເປັນນາຍົກລັດຖະມົນຕີ (ລັດຖະມະຫາເສນາ) ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ (ລັດຖະເສນາ).
ໃນລະຫວ່າງວັນທີ 6-9/1/1956 ກອງປະຊຸມແນວລາວອິດສະຫລະ ໄດ້ໄຂຂຶ້ນທີ່ເມືອງໂສຍ ແຂວງຫົວພັນ. ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ, ຜູ້ແທນສົມບູນ 138 ທ່ານ ກອງປະຊຸມຄັ້ງນີ້ ໄດ້ຕົກລົງປ່ຽນຊື່ ແນວລາວອິດສະຫຼະ ມາເປັນ ແນວລາວຮັກຊາດ ໃນນັ້ນແຕ່ງຕັ້ງສະເດັດເຈົ້າສຸພານຸວົງ ເປັນປະທານສູນກາງແນວລາວຮັກຊາດ ແລະ ຮອງປະທານຈໍານວນ 6 ທ່ານ.

ແຕ່ວັນທີ 9-11/9/1979 ກອງປະຊຸມໃຫຍ່ແນວລາວຮັກຊາດ ສະໄໝທີ IV ໄດ້ໄຂຂຶ້ນຢູ່ນະຄອນ ຫລວງວຽງຈັນ ໂດຍມີຜູ້ແທນເຂົ້າຮ່ວມ 200 ກ່ວາທ່ານ, ກອງປະຊຸມໄດ້ຕົກລົງປ່ຽນຊື່ ແນວລາວຮັກຊາດ ມາເປັນ ແນວລາວສ້າງຊາດ, ທ່ານປະທານສຸພານຸວົງ ຖືກແຕ່ງຕັ້ງເປັນປະທານສູນກາງແນວລາວສ້າງຊາດ ແລະ ແຕ່ງຕັ້ງຮອງປະທານ 3 ທ່ານ ໂດຍມີການແຕ່ງຕັ້ງ ຄະນະກໍາມະການສູນກາງແນວລາວສ້າງຊາດ ຈໍານວນ 76 ທ່ານ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນທີ 13 ສິງຫາ 2020ນີ້ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ໄດ້ຕາງໜ້າກໍາມະການກົມການເມືອງສູນກາງພັກ, ຄະນະປະຈໍາ ສູນກາງແນວລາວສ້າງຊາດ ແລະ ສ່ວນຕົວ ໄດ້ຮຽກຮ້ອງມາຍັງການນໍາພັກ-ລັດ, ສະມາຊິກພັກ-ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ຈົ່ງຮ່ວມຈິດຮ່ວມໃຈເປັນເອກະພາບກັນສືບທອດ ແລະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ ເພື່ອປະຕິບັດແນວທາງນະໂຍບາຍຂອງພັກລັດ ໂດຍສະເພາະນະໂຍບາຍຕໍ່ວຽກງານແນວລາວສ້າງຊາດ ໃນການເຕົ້າໂຮມຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນແໜ້ນໜາ, ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າປົກປັກຮັກສາໝາກຜົນຂອງການປະຕິວັດ ພາຍໃຕ້ການນໍາພາຂອງພັກ ປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພວກເຮົາເວລາໃດກໍ່ບໍ່ລືມບຸນຄຸນ ແລະ ລະນຶກເຖິງບັນພະບູລຸດກໍຄືການນໍາພັກ-ລັດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫລະຊີວິດ ເພື່ອປະເທດຊາດ.

ທີ່ມາ: Lao National Radio

ເລື່ອງເດັ່ນ

Post navigation

Previous Post: ການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ
Next Post: ລົດໃຫຍ່ເສຍຫຼັກແລ້ວປີ້ນເຂດບ້ານກໍສີ ເມືອງຄູນ ເສຍຊີວິດ 1

Related Posts

ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ ຂ່າວສານບ້ານເມືອງ
ຂຶ້ນເພດານຕະຫຼາດ ລັກເອົາຂອງມີຄ່າ 4 ຄັ້ງ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ຢຶດຄັນຊາແຫ່ງ ອັດແທ່ງ ຈຳນວນ 10 ເປົາ ນໍ້າໜັກ 488 ກິໂລກຣາມ ຂ່າວສານບ້ານເມືອງ
ໄຟໄໝ້ຕະຫລາດຫລັກ 8 ນະຄອນໄກສອນ ເສຍຫາຍໜັກ ຂ່າວສານບ້ານເມືອງ
ກະຊວງສຶກສາແຈ້ງ! ເພີ່ມທະວີມາດຕະການປ້ອງກັນ ໂ ຄ ວິ ດ ເລື່ອງເດັ່ນ
ປິ່ນປົວໂຄວິດຢູ່ເຮືອນຕ້ອງປະຕິບັດແນວໃດ? ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme