ມາຮອດຕອນເຊົ້າວັນທີ 10 ສິງຫາ 2020 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ19 ທັງໝົດ 20ລ້ານຄົນ, ເສຍຊີວິດ 733.466 ຄົນ, ໃນນັ້ນ ອາເມຣິກາ ມີຜູ້ຕິດເຊື້ອ 5.154.443 ຄົນ, ເບຼຊິນ 3.035.582ຄົນ ແລະອິນເດຍ 2.214.137ຄົນ. ສ່ວນຂົງເຂດອາຊີຕາເວັນອອກສຽງໃຕ້ ຟິລິປິນມີຜູ້ຕິດເຊື້ອ 129.913ຄົນ, ອິນໂດເນເຊຍ 125.396ຄົນ ແລະສິງກະໂປ 55.104ຄົນ.

ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງໃນຕອນເຊົ້າ ວັນທີ 10 ສິງຫານີ້ ເຖິງສະພາບການຄວບຄຸມ ໂຄວິດ19ຂອງຄະນະສະເພາະກິດວ່າ: ປັດຈຸບັນ ຄະນະສະເພາະກິດພວມສືບຕໍ່ຕິດຕາມຜູ້ຖືກຈໍາກັດບໍລິເວນຢູ່ໃນສະຖານທີ່ ທີ່ກໍານົດໄວ້ໃນຂອບເຂດທົ່ວປະເທດຈໍານວນ 53 ສູນ, ມີຜູ້ຖືກຈໍາກັດບໍລິເວນຢູ່ສູນທັງໝົດ 3.336 ຄົນ, ທຸກຄົນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອ.
ໃນວັນທີ 9 ສິງຫານີ້, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 274 ຄົນ, ໃນນີ້ ແຮງງານລາວມາແຕ່ໄທ 53 ຄົນ, ແຮງງານຈີນ 117 ຄົນ, ແຮງງານສາທາລະນະລັດເກົາຫລີ 56 ຄົນ, ແຮງງານຫວຽດນາມ 22 ຄົນ, ແຮງງານໄທ 1 ຄົນ, ບຸກຄົນທົ່ວໄປມີອາການ 1 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 23 ຄົນ ເຊຶ່ງຜົນກວດວິ ເຄາະທັງໝົດແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ໃນວັນທີ 9 ສິງຫານີ້ ບໍ່ມີຜູ້ຕິດເຊື້ອໃໝ່. ສໍາລັບຜູ້ຕິດເຊື້ອກໍລະນີທີ 20 ຜົນກວດແມ່ນຍັງພົບເຊື້ອຢູ່.
ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ຕື່ມວ່າ: ອີງໃສ່ສະພາບການຂອງໂລກມີຫລາຍປະເທດຍັງມີການລະບາດເປັນວົງກວ້າງ ມີຜູ້ຕິດເຊື້ອ ແລະ ເສຍຊີວິດປະຈໍາວັນ ເປັນຈໍານວນຫລາຍ; ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ, ການວາງມາດຕະການຫລາຍໆຢ່າງແມ່ນເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມຂອງພະຍາດ, ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກຄົນໃນສັງຄົມຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າການໃຫ້ຖືວ່າແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ ໃນການປະຕິບັດວິທີປ້ອງກັນການຕິດເຊື້ອໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ເປັນວົງກວ້າງ, ສ່ວນຜູ້ທີ່ຈະເດີນທາງເຂົ້າ-ອອກລາວແມ່ນໃຫ້ປະຕິບັດຕາມແຈ້ງການຂອງກະຊວງການຕ່າງປະເທດ ສະບັບເລກທີ 1861 ຢ່າງເຂັ້ມງວດ