Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ຕ້ານການລະບາດ ໂຄວິດ-19

Posted on 10/08/202010/08/2020 By News No Comments on ລັດຖະບານອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ຕ້ານການລະບາດ ໂຄວິດ-19

ເມື່ອອາທິດທີ່ຜ່ານມາ ທີ່ກະຊວງສາທາລະນະສຸກ ສປປ ລາວ, ລັດຖະບານ ແລະ ປະ ຊາຊົນອິນເດຍ ໄດ້ນຳເອົາຢາ ແລະ ອຸປະກອນການແພດ ມອບໃຫ້ແກ່ ລັດຖະບານລາວ ຈຳນວນ 188 ແກັດ ເພື່ອເປັນການປະກອບສ່ວນ ຊ່ວຍເຫລືອໃນການຕ້ານ ການລະບາດ ໂຄວິດ-19 ແລະ ເປັນນິ ມິດໝາຍອັນດີ ໃນຂົງເຂດການພົວພັນສອງຝ່າຍ ອັນສະໜິດແໜ້ນ ຂອງສອງປະເທດ, ໂດຍສະເພາະແມ່ນ ສາຍພົວພັນທາງສາສະໜາ, ວັດທະນະທຳ ແລະ ປະຫວັດສາດ.

ຕາງໜ້າມອບເຄື່ອງໃນຄັ້ງນີ້, ໂດຍ ທ່ານ ດິນກາ ອັສຕານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ມີພະນັກງານທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ສະແດງຄວາມຂອບໃຈ ມາຍັງປະຊາຊົນ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ທາງດ້ານຢາປົວພະຍາດ ແລະ ເຄື່ອງໃຊ້ທາງ ການແພດ ເພື່ອເປັນການຕໍ່ສູ້ກັບການລະບາດຂອງ ພະຍາດໂຄວິດ-19 ແລະ ກໍ່ເປັນການຢ້ຳເຕືອນເຖິງ ຄວາມເປັນມິດຕະພາບ ອັນໃກ້ຊິດຂອງສອງຝ່າຍ ກໍ່ຄື ການພົວພັນ ຂອງສອງປະເທດ ໃນແງ່ຂອງການເຊື່ອມໂຍງ ທາງວັດທະນະທຳ ແລະ ສາສະໜາ.

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດອຸປະຕິເຫດ ລົດຈັກຕຳເຮືອນ
Next Post: ຂ່າວດີ! ປະເທດລາວ ເຮົາບໍ່ພົບຜູ້ຕິດເຊື້ອໃໝ່ໂຄວິດ-19

Related Posts

ສະຫຼົດໃຈ ລົດຈັກຕໍາທ້າຍລົດໃຫຍ່ຈອດຢູ່ເທີງທາງຍ່າງ ເສຍຊີວິດ 1 ຄົນທີ່ທ່າແຂກ ຂ່າວສານບ້ານເມືອງ
ພາຊົມ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຂ່າວສານບ້ານເມືອງ
ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ດ່ວນ ໄຟ ໄ ໝ້ ເຂດຕະຫຼາດດາວເຮືອງ ນະຄອນ ປາກເຊ ຂ່າວສານບ້ານເມືອງ
ຄະນະແພດ-ໝໍ ແຂວງຫລວງພະບາງ ເອກອ້າງທະນົງໃຈຕໍ່ໄຊຊະນະການປິ່ນປົ່ວ ພະຍາດໂຄວິດ-19 ຂ່າວສານບ້ານເມືອງ
6 ເດືອນຕົ້ນປີ 2020 ເມືອງແກ່ນທ້າວ ສົ່ງສິນຄ້າອອກ 130.000 ກວ່າໂຕນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme