ຈໍາປາສັກ: ລາຍງານຈາກ 1623 ຈໍາປາສັກໃຫ້ຮູ້ວ່າເກີດອຸບັດຕິເຫດ ລົດຈັກຕຳເຮືອນ (ເສຍຊີວິດຄາທີ່)
ໃນວັນທີ 10/8/2020 ເວລາ 06:00 ໂມງ ໄດ້ຮັບແຈ້ງເຫດ ຜ່ານເບິໂທ 1623 ວ່າມີລົດຈັກຕຳເຮືອນ ຈຸດເກີດເຫດ ດ່ານເກັບເງິນທີ 2 ຂອງຈຳປາສັກ.

ພໍໜ່ວຍກູ້ໄພມູນນິທິຮອດຈຸດເກີດເຫດພົບຜູ້ເສຍຊີວິດຈຳນວນ 1 ຄົນ ເພດຊາຍ ອາຍຸ 43 ປີ ອາຊີບ ປະຊາຊົນ ປັດຈຸບັນຢູ່ ບ້ານທົ່ງ, ເມືອງຈຳປາສັກ, ແຂວງຈຳປາສັກ

ອາການ ກະທົບຫົວຮຸນແຮງ ແລະ ເສຍຊີວິດຄາທີ່
ດັ່ງນັ້ນໜ່ວຍກູ້ໄພມູນນິທິ ຈຶ່ງໄດ້ມ້ຽນສົບເບື້ອງຕົ້ນແລ້ວ ນຳສົ່ງຜູ້ກ່ຽວໄປ ວັດທົ່ງ ເພື່ອທຳພີທີທາງສາດສະໜາ
ອຸປະຕິເຫດສຸກເສີນໂທ 1623 ຫຼື 0304912875, 0304912876

.

.

.
