Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຫດ​ໄຟ​ໄໝ້​ຢູ່ຕະຫຼາດ​ຊາຍ​ແດນ ບ້ານ​ແດນ​ສະ​ຫວັນ​ ເມືອງ​ເຊ​ໂປນ ມີ​ຄວາມ​ເສຍ​ຫາຍ​ເກືອບ 10 ຕື້​ກີບ

Posted on 10/08/202010/08/2020 By News No Comments on ເຫດ​ໄຟ​ໄໝ້​ຢູ່ຕະຫຼາດ​ຊາຍ​ແດນ ບ້ານ​ແດນ​ສະ​ຫວັນ​ ເມືອງ​ເຊ​ໂປນ ມີ​ຄວາມ​ເສຍ​ຫາຍ​ເກືອບ 10 ຕື້​ກີບ

ໃນຕອນເຊົ້າຂອງວັນທີ 6 ສິງຫາ 2020 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງໄດ້ລົງພົບປະຢ້ຽມຢາມປະຊາຊົນບ້ານ ແດນສະຫວັນ ເມືອງເຊໂປນທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ຕະຫຼາດຊາຍແດນທີ່ບ້ານແດນສະຫວັນ.

Image may contain: 1 person, sitting, child, table and indoor

ໂດຍການຕ້ອນຮັບຂອງທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນພ້ອມດ້ວຍ ການນຳຂອງເມືອງ, ນາຍບ້ານ ແລະ ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ທີ່ຫ້ອງການບ້ານແດນສະຫວັນ.

ທ່ານ ຄູນພະຈັນ ສົມເພັດ ຫົວໜ້າຫ້ອງວ່າການປົກຄອງ ເມືອງເຊໂປນ ໄດ້ລາຍງານການເກັບກຳຂໍ້ມູນຂອງເຫດໄຟໄໝ້ໃນຄັ້ງນີ້ ເຊິ່ງໃຫ້ຮູ້ວ່າ: ເວລາເກີດເຫດໄຟໄໝ້ແມ່ນເລີ່ມແຕ່ເວລາ 18:45 ນາທີ ຂອງວັນທີ 27 ກໍລະກົດ2020 ແລະ ສາມາດຄວບຄຸມໄຟໄດ້ໃນເວລາ 21:30 ຂອງວັນດຽວກັນ,

ພາຍຫຼັງເກັບກຳຂໍ້ມູນຂອງແຕ່ລະພາກສ່ວນສາມາດສະຫຼຸບຜົນເສຍຫາຍ ເຮືອນ ແລະ ຮ້ານຄ້າທີໄດ້ຮັບຜົນເສຍຫາຍຈຳນວນ 73 ເຮືອນຮ້ານ, ໃນນີ້ມີເຮືອນປະຊາຊົນຈຳນວນ 17 ຫຼັງ, ມູນຄ່າເສຍ ຫາຍ 3 ຕື້ກວ່າກີບ, ຮ້ານຄົນລາວ ມີ11 ຮ້ານ, ມູນຄ່າເສຍຫາຍ 510 ລ້ານ, ຮ້ານຄົນຕ່າງປະເທດ 45 ຮ້ານມູນຄ່າ 6 ຕຶ້ກວ່າກີບ, ເຊິ່ງລວມມູນຄ່າເສຍຫາຍທັງໝົດປະມານເກືອບ 10 ຕື້ກີບ,

Image may contain: 19 people, people standing and indoor

ນອກ ຈາກນັ້ນກໍ່ມີໃບແຈ້ງສິດນຳໃຊ້ທີ່ດິນຖືກເສຍຫາຍ 18 ຕອນ. ຈາກການສອບຖາມຜູ້ເຫັນເຫດການເບື້ອງຕົ້ນໃຫ້ຮູ້ວ່າ: ຈຸດເກີດເຫດແມ່ນຢູ່ກອງຂີ້ເຫຍື້ອໃນຈຸດໃຈກາງຂອງຕະຫຼາດແລ້ວເກີດໄຟແຜ່ລາມຢ່າງໄວວາ. ເຊິ່ງເຈົ້າໜ້າທີ່ສັນນິຖານວ່າມີ 2 ກໍລະນີ ຄື: ອາດເກີດຈາກການວາງເພີງ ຫຼືອາດເກີດຈາກອຸບັດຕິເຫດຂອງປະຊາຊົນສູບຢາແລ້ວຖິ້ມໃສ່ກອງຂີ້ເຫຍື່ອຈຶ່ງເກີດໃຫ້ມີເຫດໄຟໄໝ້.

ແຕ່ເຖິງຢ່າງໃດກໍ່ຕາມນີ້ແມ່ນການສັນນິຖານເບື້ອງຕົ້ນ ເທົ່ານັ້ນ ປະຈຸບັນນີ້ເຈົ້າໜ້າທີ່ໄດ້ ປິດກັ້ນສະຖານທີ່ດັ່ງກ່າວໄວ້ ບໍ່ໃຫ້ຄົນພາຍນອກເຂົ້າໄປ, ເພື່ອສະດວກໃນການສືບສວນສອບສວນ-ເກັບກຳຂໍ້ມູນເພື່ອ ຄົ້ນຫາຄວາມຈິງຕໍ່ໄປ

ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ໂດຍທ່ານໄດ້ເນັ້ນໜັກໃຫ້ອຳ ນາດການປົກຄອງຂອງເມືອງເລັ່ງຫາສະຖານທີ່ຄ້າຂາຍຊົ່ວຄາວໃຫ້ແກ່ພໍ່ຄ້າ-ຊາວຂາຍ ທຸກຄົນ, ຈັດສັນແຫຼ່ງທີ່ຢູ່ອາໄສຊົ່ວຄາວໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບເພື່ອແກ້ໄຂບັນຫາສະເພາະໜ້າທີ່ກຳລັງປະເຊີນເນື່ອງຈາກວ່າບ້ານແດນສະຫວັນກໍ່ປຽບເໝືອນປະຕູບານກວ້າງທີ່ເປີດຮັບແຂກຈາກຕ່າງປະເທດຖ້າຫາກສະພາບການຂອງບ້ານກໍ່ຄືຂອງເມືອງບໍ່ມີຄວາມສວຍງາມແຂກຕ່າງ ປະເທດກໍ່ຈະບໍ່ເຂົ້າມາຢ້ຽມຊົມຢ່າງແນ່ນອນ.

Image may contain: 1 person, sitting, child, table and indoor

ໂອກາດດຽວ ກັນນີ້, ການນຳຂອງແຂວງ ພ້ອມດ້ວຍພະແນກການອ້ອມ ຂ້າງແຂວງທີ່ກ່ຽວຂ້ອງກໍ່ໄດ້ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ປະຊາຊົນທີ່ໄດ້ຮັບຜົນກະທົບຈໍານວນ 17 ຄອບຄົວ ເຊິ່ງ ປະກອບມີ: ສັງກະສີ 810 ແຜ່ນ, ເຂົ້າ 50 ກິໂລ, ຕະປູ 235 ກິໂລ, ເຄື່ອງໃຊ້ຄົວເຮືອນ 17 ຊຸດ, ເກີບຄອບຄົວລະ 2 ຄູ່, ປາກະປ໋ອງ 4 ແກັດ, ນຳ້ດື່ມ 30 ແພັກ ແລະອື່ນໆ.

ຂ່າວ: ສະຫວັນພັດທະນາ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າໜ້າທີ່ຕຳຫຼວດເມືອງສອງຄອນກັກຕົວຜູ່ກໍ່ເຫດຊິງຊັບ ພ້ອມເງິນ 130,000 ບາດ
Next Post: ຂະແໜງອາຫານ ແລະ ຢາແຂວງ ຮ່ວມກັບໜ່ວຍງານອາຫານ ແລະ ຢາເມືອງ ລົງກວດກາອາຫານ-ເຄື່ອງດຶ່ມ ຕາມທອງຕະຫຼາດຢູ່ເມືອງ ຄົງເຊໂດນ

Related Posts

ຖະແຫຼງຂ່າວ 25 ເມສາ ປົວດີ ອອກໂຮງໝໍອີກ 3 ຄົນ ບໍ່ພົບຄົນຕິດເຊື້ອເພີ່ມ 13 ມື້ຕິດຕໍ່ກັນ ຂ່າວສານບ້ານເມືອງ
ແຈ້ງການ ຍົກຍ້າຍ ກຸ່ມບໍລິສັດ ຍິ່ງໂຊກໄຊ ຈໍາກັດຜູ່ດຽວ ອອກຈາກ ແຫຼ່ງທ່ອງທ່ຽວ ຄອນພະເພັງ ແລະ ສົມພະມິດ ເມືອງໂຂງ ແລະ ຫ້າມເກັບຄ່າເຂົ້າຊົມເດັດຂາດ ຂ່າວສານບ້ານເມືອງ
ຄວາມຮູ້ສຶກຂອງພະນັກງານນຳທ່ຽວ ທີ່ຜ່ານການອົບຮົມຈາກໂຄງການ LaoSafe ຂ່າວສານບ້ານເມືອງ
ຊາວກະຊິກອນເມືອງຜາອຸດົມສຳເລັດການ ເກັບກ່ຽວເຂົ້ານາແຊງ ແລະ ພືດລະດູແລ້ງ ຂ່າວສານບ້ານເມືອງ
ທະຫານແຂວງອຸດົມໄຊ ມອບເງີນນະໂຍບາຍໃຫ້ຄອບຄົວເສຍຊີວິດ ຂ່າວສານບ້ານເມືອງ
ຫຼວງພະບາງປິ່ນປົວຜູ້ຕິດເຊື້ອໂຄວິດ ຫາຍດີແລ້ວ 6 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme