Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼົງຍິງໝູ່ຄິດວ່າເປັນໝູປ່າ

Posted on 09/08/202012/08/2020 By All in LAOS No Comments on ຫຼົງຍິງໝູ່ຄິດວ່າເປັນໝູປ່າ

ແຂວງຫຼວງນໍ້າທາ: ຕາມການໃຫ້ຂໍ້ມູນຂອງພະແນກ ປກສ ເມືອງວຽງພູຄາໃຫ້ຮູ້ວ່າ ໃນວັນທີ 2 ສິງຫາ 2020 ໄດ້ຮັບແຈ້ງຈາກປະຊາຊົນບ້ານທ່ຽວວ່າມີຄົນໄປຊອກຫາກິນແລ້ວໃຊ້ອາວຸດລ່າເນື້ອປະເພດປືນແກບຫຼົງຍິງຖືກກັນຈົນເສຍຊີວິດ 1 ຄົນ.

ຈາກນັ້ນເຈົ້າໜ້າທີຕຳຫຼວດ ປກສ ເມືອງວຽງພູຄາ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສຶບສວນສະຖານທີ່ເກີດເຫດ ເພື່ອເກັບກຳເອົາຂໍ້ມູນຫຼັກຖານພ້ອມທັງກັກຕົວ ທ້າວ ຊຽງຄຳດີ, ອາຍຸ 32 ປີ ປະຊາຊົນຢູ່ບ້ານທ່ຽວ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ມາດຳເນີນການສືບສວນສອບສວນ,

ທ້າວຊຽງຄຳດີ ຜູ້ຖືກຫາໃຫ້ການຮັບສະຫຼະພາບວ່າ ໃນເວລາປະມານ 16 ໂມງ ຂອງວັນທີ 1 ສິງຫາ 2020 ຕົນເອງໄດ້ຖາມ ທ້າວ ຖາວອນ ຜູ້ເສຍຊິວິດຢູ່ບ້ານດຽວກັນໄດ້ຊວນກັນໄປເລາະປ່າລ່າເນື້ອຢູ່ເຂດພູກະລັງຕິງຫີນລົມ ພໍໄປຮອດຈຸດດັ່ງກ່າວ ພວກຕົນທັງສອງໄດ້ແຍກທາງກັນ ຕົກມາຮອດຫົວແລງພວກເຂົາຍິງໄດ້ ຟານ 1 ໂຕ, ໝູປ່າ 3 ໂຕ ແລະ ກະຮອກ 2 ໂຕ

ມື້ຕໍ່ມາເວລາປະມານ 5 ໂມງເຊົ້າ ພວກເຂົາທັງ 2 ໄດ້ປຶກສາຫາລືກັນວ່າຈະກັບບ້ານບໍ່ ແຕ່ທ້າວຖາວອນວ່າຍັງເຫັນຮອຍຕີນໝູປ່າຫຼາຍ ຍັງຢາກໄປເລາະຕໍ່ ຕົນເອງໄດ້ຕອບວ່າປືນຂອງຕົນແມ່ນເກາະໄກບໍ່ແຕກແລ້ວ ທ້າວຖາວອນຈຶ່ງເວົ້າວ່າເອົາປືນເຮົາກໍໄດ້ ປືນເຮົາໄດ້ອັດໝື້ ແລະ ໃສ່ລູກໂລດໄວ້ແລ້ວ 2 ລູກ ຕົນເອງຈື່ງໄດ້ຕອບຕົກລົງ ແລ້ວໃຫ້ທ້າວຖາວອນໄດ້ກັບໄປແຕ່ງກີນຖ້າກ່ອນ

ຈາກນັ້ນທັງສອງກໍໄດ້ແຍກທາງກັນ ພໍມາຮອດຈຸດເກີດເຫດຕົນເອງໄດ້ສັງເກດເຫັນເງົາຢູ່ຂອນໄມ້ທາງໜ້າປະມານ 15 ແມັດຄ້າຍຄືໝູປ່າ ຈື່ງໄດ້ຍົກປືນຂຶ້ນຍິງໃສ່ 1 ນັດ ແລ້ວໄດ້ໄປກວດກາເບີ່ງຈຶ່ງພົບເຫັນວ່າແມ່ນທ້າວຖາວອນນອນເສຍຊິວິດຄາທີ່ ເນື່ອງຈາກຖືກລູກປືນຍິງເຂົ້າຂະມັບຫູເບື້ອງຊາຍຈົນສອດອອກເທິງຫົວ.

ຕໍ່ກັບເຫດການດັ່ງກ່າວເຈົ້າໜ້າທີ ປກສ ເມືອງວຽງພູຄາ ໄດ້ນຳຕົວ ທ້າວ ຊຽງຄຳດີ ຜູ້ຖືກຫາ ກັກໄວ້ທີ່ຫ້ອງກັກຂັງຊົ່ວຄາວຢູ່ ປກສ ເມືອງວຽງພູຄາ ພ້ອມທັງໄດ້ຍຶດປືນແກບທີ່ທັງສອງໄດ້ໃຊ້ເປັນອາວຸດລ່າເນື້ອໄວ້ເປັນຂອງກາງເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນ ທ້າວ ຖາວອນ ຜູ່ເສຍຊີວິດພາຍຫຼັງສັນລະສູດສົບແລ້ວກໍ່ໄດ້ມອບໃຫ້ຄອບຄົວ ແລະ ຍາດຕິພີ່ນ້ອງເພື່ອນຳໄປສົ່ງສະການຕາມຮິດຄອງປະເພນີ.

ແຫຼ່ງຂໍ້ມູນ: ປກສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດ ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ເຂດທາງບ້ານແກ້ງປາຢ້າງ
Next Post: ແຈ້ງການ ເສັງເຂົ້າຮຽນ ທີ່ວິທະຍາໄລຄູບ້ານເກິນ

Related Posts

ຂໍ້ມູນເບື້ອງຕົ້ນ ເຫດອາລະວາດຕີກັນທີ່ຄິວລົດເມຕະຫຼາດເຊົ້າ ຂ່າວສານບ້ານເມືອງ
ເສຍຊີວິດຄາທີ່ທາງບ້ານນາໄຮ່ເມືອງຫາດຊາຍຟອງ ລົດໃຫຍ່ປະທະລົດຈັກ ຂ່າວສານບ້ານເມືອງ
ສຸດດີໃຈ ເຫັນຊ້າງປ່າ 20 ກວ່າໂຕ (ເຊືອກ) ລົງອາບນໍ້າທີ່ເມືອງວິລະບູລີ ໃນວັນເຂົ້າພັນສາ (ມີຄລິບ) ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫຍ່ກັບລົດຈັກຕຳກັນ ເຂດບ້ານດຸງ ຂ່າວສານບ້ານເມືອງ
ແຈ້ງເຕືອນ! ຝົນຕົກໜັກ ໃນໄລຍະວັນທີ 12-14 ມີຖຸນາ 2021 ຂ່າວສານບ້ານເມືອງ
ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme