Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫຼົດ ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ເຂດທາງບ້ານແກ້ງປາຢ້າງ

Posted on 09/08/202009/08/2020 By All in LAOS No Comments on ສະຫຼົດ ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ເຂດທາງບ້ານແກ້ງປາຢ້າງ

ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພ ມູນນິທິເພື່ອສັງຄົມ ໃຫ້ຮູ້ວ່າ ໃນວັນທີ 9 ສິງຫາ 2020 ເວລາ 01:00 ຕອນເດິກ ໜ່ວຍກູ້ໄພ ມູນນິທິການກຸສົນ ໄດ້ຮັບແຈ້ງຜ່ານເບີສຸກເສີນ 020 5224 6633
ມີເຫດອຸບັດຕິເຫດ ຢູ່ເຂດບ້ານ ແກ້ງປາຢ້າງ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ

ເມື່ອໜ່ວຍກູ້ໄພມູນນິທິການກຸສົນ ໄດ້ອອກກວດສອບເຫດກໍພົບຜູ້ບາດເຈັບ 01ຄົນ ເປັນເພດຊາຍ 1ຄົນ ອາຍຸ 25 ປີ ບ້ານ ຖິ່ນເພຍ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ອາການເບື້ອງຕົ້ນແມ່ນກະທົບຫົວ, ແຂນຂວາຫັກ, ຂາຊ້າຍຫັກ,ບໍ່ຫາຍໃຈ, ບໍ່ມີສະຕິ, ຫົວໃຈຢຸດເຕັ້ນ, ບໍ່ມີຊີບພະຈອນ ດັ່ງນັ້ນຈຶ່ງໄດ້ທຳການ ປຳ້ຫົວໃຈ (CPR) ໃຫ້ແກ່ຜູ້ບາດເຈັບ,ແຕ່ບໍ່ມີການຕອບສະໜອງຕໍ່ການຊ່ວຍເຫຼືອ ແລະ ບໍ່ສາມາດກອບກູ້ເອົາຊີວິດຂອງຜູ້ກ່ຽວໄດ້.

ດັ່ງນັ້ນ,ໜ່ວຍກູໄພມູນນິທິການກຸສົນ ຈື່ງໄດ້ນຳສົ່ງຮ່າງຜູ້ເສຍຊີວິດ ໃຫ້ພີ່ນ້ອງນຳໄປເຮັດພິທີທາງສາດສະນາຕໍ່.

້ເສຍຊີວິດທີ່ໄດ້ສູນເສຍຜູ້ທີ່ເຄີຍເປັນລູກ,ຫຼານ,ຍາດ, ໝູ່ເພື່ອນ ໃນຄັ້ງນີ້ດ້ວຍ

ໝາຍເຫດ ຮູບພາບ/ຄິບວີດິໂອນີ້ ເປັນການນຳສະເໜີຂ່າວ ໂດຍມີຈຸດປະສົງເພື່ອເປັນຄະຕິເຕືອນໃຈບໍ່ໃຫ້ປະໝາດໃນການດຳລົງຊີວິດ ແລະ ປະຊາສຳພັນການເຮັດວຽກຂອງເຈົ້າໜ້າທີ່ ອາສາກູ້ໄພມູນນິທິການກຸສົນເທົ່ານັ້ນ. ບໍ່ໄດ້ມີຈຸດປະສົງປະຈານຜູ້ບາດເຈັບ/ຜູ້ປ່ວຍແຕ່ຢ່າງໃດ ຫາກການນຳສະເໜີຂ່າວນີ້ ເຮັດໃຫ້ຄອບຄົວ ຫຼື ຍາດພີ່ນ້ອງຂອງຜູ້ບາດເຈັບບໍ່ສະບາຍໃຈ ທາງທີມງານຕ້ອງຂໍອະໄພດ້ວຍ.

.

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜຶ່ງໃນການຊ່ວຍສັງຄົມໃນການບໍລິຈາກ

ອຸປະກອນຕ່າງໆເຊັ່ນ: ເຂົ້າສານອາຫານແຫ້ງ

ເຄື່ອງປະຖົມພະຍາບານ ການແພດຕ່າງໆ ນຳ້ມັນລົດ
ສາມາດເຂົ້າມາບໍ່ລິຈາກທີ ສູນກູ້ໄພມູນນິທິການກຸສົນໄດ້🚨

ເຈັບປ່ວຍສຸກເສີນ☎️020 52246633; 020 55778894
ສາຍດ່ວນ1️⃣6️⃣3️⃣0️⃣ ຕະຫຼອດ 24ຊົ່ວໂມງ🚑

ຂ່າວສານບ້ານເມືອງ

Post navigation

Previous Post: ນັກສຶກສາລາວ 54 ຄົນ ຢ້ານໂຄວິດ-19 ທີ່ແຂວງກວາງຈິ ສສ ຫວຽດນາມ ໄດ້ລັກໜີອອກຈາກຫໍພັກເພື່ອກັບມາ ສປປ ລາວ
Next Post: ຫຼົງຍິງໝູ່ຄິດວ່າເປັນໝູປ່າ

Related Posts

ສະຫາຍ ພົງສະຫວັນ ສິດທະວົງໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ອີກສະໄໝ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຂ່າວສານບ້ານເມືອງ
ສສຊ,ສສຂ ລົງພົບປະ, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ສະໄໝສາມັນເທື່ອທີ 9 ທີ່ເມືອງອາດສະພອນ ຂ່າວສານບ້ານເມືອງ
ປະເທດລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມເປັນ 81 ວັນຕິດຕໍ່ກັນແລ້ວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 345ຄົນ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນ ຊ່ວຍຄ່າປິ່ນປົວ ນາງ ພອນເພັດແດ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme