ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດ ວັນຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ ແລະຄົບຮອບ 23 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
ມື້ນີ້, ວັນທີ 8 ສິງຫາ 2020 ນີ້ ເປັນວັນຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ເປັນປີຄົບຮອບ 23 ປີ ທີ່ ສປປ ລາວ ພວກເຮົາ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997. ສະນັ້ນ, ໃນໂອກາດນີ້ ສປປ ລາວ ພວກເຮົາ ພ້ອມດ້ວຍບັນດາປະເທດສະມາຊິກອາຊຽນຈຶ່ງໄດ້ສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ້.
ອາຊຽນ ປະກອບດ້ວຍ 10 ປະເທດສະມາຊິກ ທີ່ມີທີ່ຕັ້ງຢູ່ໃນພາກພື້ນອາຊີອາຄະເນ, ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967 ໂດຍມີຈຸດປະສົງເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອຄວາມສົມບູນພູນສຸກຂອງບັນດາປະເທດສະມາຊິກ. ຕະຫຼອດໄລຍະ 53 ປີ, ອາຊຽນ ໄດ້ກາຍ ເປັນອົງການຈັດຕັ້ງພາກພື້ນທີ່ໄດ້ຮັບຜົນສໍາເລັດເປັນຮູບປະທຳຫຼາຍດ້ານ ເປັນຕົ້ນ: ການປະກາດສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການ ໃນທ້າຍປີ 2015, ຊຶ່ງເປັນປະຊາຄົມທີ່ມີປະຊາຊົນເປັນແກນກາງ ແລະ ໄປຕາມທິດຂອງປະຊາຊົນ.
ອາຊຽນ ເປັນຂົງເຂດທີ່ມີສັນຕິພາບ ແລະ ສະຖຽນລະພາບຍາວນານ; ການຮ່ວມມືດ້ານເສດຖະກິດແມ່ນໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ; ອັນໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ນັບມື້ນັບດີຂຶ້ນ. ນອກນີ້, ຜົນສໍາເລັດຂອງອາຊຽນ ແມ່ນຖືກຮັບຮູ້ຢ່າງກ້ວາງຂວາງຈາກສາກົນ ໂດຍສະເພາະແມ່ນຄວາມເປັນແກນກາງ, ບົດບາດນໍາພາ ແລະ ຄວາມເປັນເອກະສັນຂອງອາຊຽນ ທີ່ເປັນຫຼັກການພື້ນຖານອັນສຳຄັນ ຮັບປະກັນໃຫ້ແກ່ບັນດາຜົນສຳເລັດ ທີ່ກ່າວມາຂ້າງເທິງ ແລະ ການພົວພັນຮ່ວມມືກັບພາຍນອກ.
ໃນປີ 2020 ນີ້, ອາຊຽນ ກໍ່ຄືຫຼາຍພາກພື້ນ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນໄພພິບັດທຳມະຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ສັງຄົມ, ເສດຖະກິດ, ສະຖຽນລະພາບດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນ ໄດ້ເພີ່ມທະວີການຮ່ວມມືທີ່ໃກ້ຊິດກັນກວ່າເກົ່າ ບົນຈິດໃຈຄຳຂວັນ “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນປີ 2020 ນີ້, ເຊິ່ງສະແດງອອກໃຫ້ເຫັນໃນເວທີປຶກສາຫາລືກັນແບບທາງໄກຂອງການນຳແຕ່ລະຂັ້ນ ແລະ ແຕ່ລະຂະແໜງການຂອງປະເທດສະມາຊິກອາຊຽນ ກໍ່ຄື ລະຫວ່າງ ອາຊຽນກັບ ປະເທດຄູ່ເຈລະຈາຂອງອາຊຽນ ກ່ຽວກັບ ມາດຕະ ການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ ແລະ ການແກ້ໄຂບັນຫາຜົນກະທົບຂອງພະຍາດໂຄວິດຕໍ່ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ໃນໂລກ.
ໃນທ້າຍເດືອນ ມິຖຸນາ 2020 ຜ່ານມາ, ອາຊຽນ ໄດ້ສຳເລັດການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ແບບທາງໄກ ພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີ ສສ. ຫວຽດນາມ, ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ການ ຮ່ວມມື ເພື່ອຕອບໂຕ້ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ກໍຄືການປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາແຜ່ລະບາດຮອບໃໝ່. ໃນນີ້, ຜູ້ນຳອາຊຽນ ແລະ ຄູ່ເຈລະຈາ ໄດ້ພ້ອມກັນເຫັນດີເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ຄື:
1) ສືບຕໍ່ຮັດແໜ້ນການຮ່ວມມືດ້ານສາທາລະສຸກ ເປັນຕົ້ນ: ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ; ການຄົ້ນຄວ້າ ແລະ ພັດທະນາຢາວັກແຊັງປ້ອງກັນພະຍາດໂຄວິດ-19;
2) ການສ້າງຕັ້ງກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆທີ່ຈະເກີດຂຶ້ນໃນອະນາຄົດ ແລະ ການສ້າງຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດລະດັບພາກພື້ນ;
3) ສຸມໃສ່ຟື້ນຟູເສດຖະກິດ-ສັງຄົມ, ການເຊື່ອມຈອດ ເປັນຕົ້ນການສະໜອງດ້ານການຄ້າແບບຕ່ອງໂສ້ ແລະ ການລົງທຶນພາຍໃນອາຊຽນ, ແກ້ໄຂບັນຫາໄພຫວ່າງງານ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ການພັດທະນາຊັບພະຍາກອນມະນຸດ, ການຫັນໄປສູ່ເສດ ຖະກິດດີຈິຕອນເທື່ອລະກ້າວ; ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ, ລວມທັງ ການປັບຕົວຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (New Normal); ແລະ ແຜນການຟື້ນຟູເສດຖະກິດຮອບດ້ານ.
ຕະຫຼອດໄລຍະ 23 ປີ ທີ່ ສປປ ລາວເຮົາ ເປັນສະມາຊິກອາຊຽນ, ພວກເຮົາສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາ ໂດຍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ຮັບຜົນປະໂຫຍດຫຼາຍດ້ານ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຮ່ວມມືຊ່ວຍເຫຼືອຈາກປະເທດສະມາຊິກອາຊຽນດ້ວຍກັນ ກໍ່ຄືປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ຊັບພະຍາກອນມະນຸດ ກໍໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ. ຂ້າພະເຈົ້າ ເຫັນວ່າ: ນີ້ແມ່ນໝາກຜົນອັນເປັນຮູບປະທໍາ ແຫ່ງການດຳເນີນນະໂຍບາຍການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ກໍຄືແນວທາງການປ່ຽນແປງໃໝ່ຂອງພັກ-ລັດເຮົາ.
ໃນທ່າມກາງທີ່ສະພາບການ ໃນພາກພື້ນ ແລະ ສາກົນ ກໍາລັງປະເຊີນໜ້າກັບສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສປປ ລາວເຮົາ ກໍໄດ້ຮ່ວມແຮງຮ່ວມໃຈກັນ ພາຍໃຕ້ການຊີ້ນໍາ-ນໍາພາ ອັນແທດເຖິງຂອງພັກ-ລັດ ແລະ ການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ລວມທັງການຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງທັນການຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນອົງການອະນາໄມໂລກ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ ສປປ ລາວ ສາມາດປະສົບຜົນສໍາເລັດໃນເບື້ອງຕົ້ນ.
ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດໄລຍະທີ່ເປັນສະມາຊິກອາຊຽນ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາ ຢ່າງແທດເຖິງຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານລັດຖະກອນທຸກພາກສ່ວນ ນັບແຕ່ສູນກາງລົງຮອດທ້ອງຖິ່ນໃນການປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງເຂົ້າໃນວຽກງານອາຊຽນ. ນະໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຍ້ອງຍໍຊົມເຊີຍ ຕໍ່ການຮ່ວມມື, ຊ່ວຍເຫຼືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ.
ພ້ອມນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາປັນຍາຊົນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການໃນການຮັບມື ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນສູງ ແລະ ສືບຕໍ່ໃຫ້ຄວາມສຳຄັນ ໃນການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຂອງພັກ ແລະ ລັດຖະບານ ກໍຄືເອົາໃຈໃສ່ປະກອບ ສ່ວນເຄື່ອນໄຫວໃນວຽກງານອາຊຽນ ເພື່ອຍາດແຍ່ງເອົາຜົນປະໂຫຍດອັນສູງສຸດມາສູ່ປະເທດຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ ແລະ ເວົ້າສະເພາະ ປະກອບສ່ວນເຂົ້າໃນການ ເຄື່ອນໄຫວວຽກງານອາຊຽນ ຕະຫຼອດໄລຍະ 23 ປີທີ່ຜ່ານມາ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ ແລະ ລະນຶກເຖິງວັນຄົບຮອບ 53 ປີ ຂອງອາຊຽນ ແລະ ຄົບຮອບ 23 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ເໝາະສົມ ເພື່ອຢືນຢັນຢ່າງໜັກແໜ້ນວ່າ: ອາຊຽນ ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ມີບົດບາດສໍາຄັນ ແລະ ມີຜົນສໍາເລັດທີ່ຫຼາຍພາກພື້ນ ແລະ ສາກົນ ຮັບຮູ້ ແລະ ອາຊຽນ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ແລະ ຄວາມເປັນແກນກາງຂອງອາຊຽນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ.
ພາບ: ກົມການຂ່າວ ກະຊວງການຕ່າງປະເທດ