ໃນຊ່ວງກາງເດິກຂອງວັນທີ 08/08/2020 ,ຕາມເວລາໃນປະເທດລາວ 12:00 ນາທີ


ເນື່ອງຈາກຝົນທີ່ຕົກໜັກ ສາຍການບິນ Air India Express, ຊະນິດເຮືອບິນລຸ້ນ Boeing 737-800 (VT-AXH), ຖ້ຽວບິນ IX1344 ຈາກ ດູບາຍ, ແລ່ນມື່ນອອກນອກທາງແລ່ນທີ່ ສະໜາມບິນໂກຊິໂກສ Kozhikode (CCJ), ປະເທດອິນເດຍ, ເປັນເຫດໃຫ້ເຮືອບິນຫັກອອກເປັນສອງທ່ອນ.


ລາຍງານໃຫ້ຮູ້ວ່າຖ້ຽວບິນດັ່ງກ່າວມີຜູ້ໂດຍສານທັງໝົດ 184 ຄົນ,ມີຈຸບິນ 7 ຄົນ, ໃນເຮືອບິນ.


ຍັງບໍ່ມີລາຍລະອຽດຈໍານວນຜູ່ເສຍຊີວິດ ທີ່ຢູ່ໃນຂັ້ນຕອນການສືບສວນຈາກເຈົ້າໜ້າທີ່, ມີລົດກູ້ໄພຫຼາຍກວ່າ 24ຄັນໄດ້ແລ່ນເຂົ້າຫາຈຸດເກີດອຸບັດຕິເຫດດັ່ງກ່າວ.

ຄຣິບ
Comments on “ອຸບັດຕິເຫດ! ທາງເຮືອບິນເຮັດໃຫ້ເຮືອບິນຫັກອອກເປັນສອງທ່ອນ”