Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງໄຊພູທອງ ອອກແຮງງານລວມ ສ້າງຮົ້ວກັນນໍ້າເຊາະເຈື່ອນຫົວຂົວຫ້ວຍໂດນ

Posted on 07/08/202007/08/2020 By News No Comments on ເມືອງໄຊພູທອງ ອອກແຮງງານລວມ ສ້າງຮົ້ວກັນນໍ້າເຊາະເຈື່ອນຫົວຂົວຫ້ວຍໂດນ

ແຫລ່ງຂ່າວຈາກ ເມືອງໄຊພູທອງ ໃຫ້ຮູ້ວ່າ: ວັນທີ 7 ສິງຫາ 2020 ນີ້, ຄະນະພັກ-ຄະນະນໍາຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ນໍາໂດຍທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດພັກ-ພະນັກງານຂອງເມືອງ, ພ້ອມດ້ວຍປະຊາຊົນ ກຸ່ມບ້ານທີ 3 ໄດ້ພ້ອມກັນອອກແຮງງານລວມ ສ້າງຮົ້ວກັນນໍ້າເຊາະເຈື່ອນຫົວຂົວຫ້ວຍໂດນ ບ້ານພູມມະເຈດີ ຫາ ບ້ານໂພນທາດ ມີຄວາມຍາວ 50 ແມັດ ໂດຍມີ ປະຊາຊົນບ້ານພູມມະເຈດີ, ໂພນທາດ, ນາໝາກເກືອ ແລະ ບ້ານໂພນສົ້ມໂຮງ, ມີອ້າຍນ້ອງທະຫານ 325 ແລະ ພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມ.

Image may contain: one or more people, sky, outdoor and nature

ທັງນີ້ ກໍເພື່ອຮັບປະກັນບໍ່ໃຫ້ຕະຝັ່ງຫົວຂົວຫ້ວຍໂດນເຊາະເຈື່ອນໃນເວລາຝົນຕົກນໍ້າໄຫລແຮງ, ພ້ອມນີ້ຍັງເປັນການສ້າງຄວາມສາມັກຄີຂອງຄະນະພັກ-ຄະນະນໍາຂອງເມືອງໄຊພູທອງ ແລະ ປະຊາຊົນພາຍໃນກຸ່ມບ້ານທີ 3 ພ້ອມດ້ວຍພະນັກງານຫລັກແຫລ່ງພາຍໃນເມືອງ.

Image may contain: one or more people, tree, sky, cloud, outdoor and nature

ທ່ານ ສີທາ ມາໄລທອງ ກໍາມະການພັກເມືອງ, ຜູ້ຊີ້ນໍາກຸ່ມບ້ານທີ 3 ຂອງເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນແຮງງານ ຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນໃຫ້ແກ່ວັນສໍາຄັນຂອງພັກ-ຂອງຊາດ ໂດຍສະເພາະ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວນນະເຂດ ໃຫ້ເຕັມໄປດ້ວຍຜົນງານອັນຍິ່ງໃຫຍ່ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ໄປຄຽງຄູ່ກັບການສ້າງສາ ແລະ ພັດທະນາພື້ນຖານໂຄງລ່າງ ຂອງວຽກງານພັດທະນາຊົນນະບົດໃຫ້ມີຄວາມເຂັ້ມແຂງ ເພື່ອຈະເຮັດໃຫ້ເມືອງໄຊພູທອງ ກາຍເປັນເມືອງພັດທະນາຮອບດ້ານ ແລະ ສ້າງບ້າງບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ, ສະນັ້ນ ທຸກພາກສ່ວນ ຕ້ອງໄດ້ເຂົ້າຮ່ວມໃນຂະບວນການຕ່າງໆຂອງເມືອງ ເປັນຕົ້ນ ວຽກງານການສ້າງເສັ້ນທາງຄົມມະນາຄົມພາຍໃນເມືອງ ໃຫ້ມີຄວາມສະດວກສະບາຍໃນການສັນຈອນໄປ-ມາຄ້າຂາຍ ແລກປ່ຽນສິນຄ້າຂອງພໍ່ແມ່ປະຊາຊົນໃນເຂດກຸ່ມບ້ານດັ່ງກ່າວ ໃຫສະດວກ ແລະ ວ່ອງໄວຂຶ້ນ.

Image may contain: one or more people, tree, sky, plant, outdoor and nature


ພາບ-ຂ່າວ: ພັນທະມິດ ວົງສຸທິ

ຂ່າວສານບ້ານເມືອງ

Post navigation

Previous Post: ປະທານຄະນະກຳມະການປ້ອງກັນ ແລະ ຕ້ານໄພພິບັດຂັ້ນແຂວງຂອງ ແຂວງບໍລິຄຳໄຊ ລົງມອບເຄື່ອງໃຫ້ປະຊາຊົນບ້ານທົ່ງພັນຄຳ
Next Post: ລັດຖະບານ ຮຽກຮ້ອງໃຫ້ທົ່ວສັງຄົມ ປະຕິບັດມາດຕະການຢ່າງເຄັ່ງຄັດ ຖ້າໃຜຝ່າຝືນຕ້ອງຮັບຜິດຊອບໃຊ້ຈ່າຍຜົນເສຍຫາຍທີ່ເກີດຂຶ້ນທັງໝົດ

Related Posts

ແຂວງອັດຕະປືອອກຄໍາສັ່ງລັອກດາວ, ປີດໂຮງຮຽນ, ໂຈະການເຂົ້າ-ອອກທົ່ວແຂວງ ຂ່າວສານບ້ານເມືອງ
Thai police capture Lao drug dealers ເຈົ້າໜ້າທີ່ຕໍາຫຼວດໄທ ຈັບຄົນລາວພ້ອມຂອງກາງຢາບ້າ 100.000 ກວ່າເມັດ ເງິນສົດອີກ 40,000 ບາດ ຂ່າວສານບ້ານເມືອງ
ຊົມເຊີຍ! ຊ່ວຍຊາດພັດທະນາສາມັກຄີກັນສ້ອມແປງເສັ້ນທາງຫລວງ 13N ທີ່ເປ່ເພຢູ່ຂອບເຂດບໍລິເວນ ບ້ານນໍ້າຖ້ວມ ຂ່າວສານບ້ານເມືອງ
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ ໄດ້ຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ ຂ່າວສານບ້ານເມືອງ
ໂອໄມຄຣອນ ເຊັກອິນທີ່ ສປປລາວ ແລ້ວ ຂ່າວສານບ້ານເມືອງ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ຢຸດຊົວຄາວ ໂຮງງານຕັດຍິບ ແລະ ໂຮງງານເກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme