ໄຊຍະບູລີ: ເປັນເຫດການສະເທືອນໃຈ ເມື່ອຜົວໂຫດໄດ້ມີການຜິດຖຽງກັນກັບເມຍຢ່າງຮຸນແຮງ ກ່ອນໃຊ້ມີດແທງເມຍ ແລະ ລູກສາວ ອາຍຸ 1 ປີ 8 ເດືອນ ຫຼາຍຈຸດ ຈົນເສຍຊີວິດຄ່າເຮືອນ, ແລ້ວຜູ່ກ່ຽວໄດ້ຂ້າຕົວເອງ ດ້ວຍການອົມປາຍປືນຍິງປາກຕົວເອງ ຈົນເສຍຊີວິດ. ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນເວລາ 21:00 ໂມງ ຂອງວັນທີ 4 ສິງຫາ 2020 ຢູ່ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ.
ກອງບັນຊາການ ປກສ ເມືອງຫົງສາ ໃຫ້ຮູ້ວ່າ: ຜູ້ເສຍຊີວິດ ຊື່ ທ້າວ ສົນ ອາຍຸ 36 ປີ (ຜົວ), ນາງ ບິນ ອາຍຸ 28 ປີ (ເມຍ) ແລະ ນາງ ບີ ອາຍຸ 1 ປີ 8 ເດືອນ ຢູ່ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ.
ຄະດີດັ່ງກ່າວ ເບື້ອງຕົ້ນ ໃນເວລາ 21:00 ໂມງ ຂອງວັນທີ 4 ສິງຫາ ຜ່ານມາ ໄດ້ຮັບລາຍງານຈາກຍາດພີ່ນ້ອງຂອງພວກກ່ຽວວ່າ: ທ້າວ ສົນ ໄດ້ຜິດຖຽງກັບ ນາງ ບິນ ຜູ້ເປັນເມຍຢູ່ໃນເຮືອນ ແລ້ວໄດ້ຂັງ ເມຍ ແລະ ລູກນ້ອຍໄວ້ໃນເຮືອນ.
ຈາກນັ້ນ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫົງສາ ໄດ້ໄປສະຖານທີ່ດັ່ງກ່າວ ໄດ້ພ້ອມກັນ ງັດປະຕູເຮືອນຂອງພວກກ່ຽວ ເຂົ້າໄປພົບເຫັນ ທ້າວ ສົນ, ນາງ ບິນ ( ເມຍ ) ແລະ ລູກສາວຊື່ ນາງ ບີ ນອນເສຍຊີວິດ ຢູ່ໃນເຮືອນຢູ່ບໍລິເວນໄກ້ໆ ພົບປືນແກັບ 1 ກະບອກ, ມີດ 1 ດວງ.
ຜ່ານການສອບຖາມຍາດພີນ້ອງຄອບຄົວເສຍຊີວິດ ຮູ້ວ່າ: ໃນເວລາປະມານ 12 ໂມງ, ຂອງວັນທີ 4 ສິງຫາ ຜ່ານມາ ທ້າວ ສົນ, ນາງ ບິນ ແລະ ລູກ ສາວ ພາກັນໄປດື່ມເບຍຢູ່ເຮືອນຂອງ ທ້າວ ໄຊຍະກອນ ຫຼື ກີ ບ້ານດຽວກັນ ໝົດເບຍ 10 ກະປ່ອງ ຈຶ່ງພາກັນເລີກ ແລ້ວ ທ້າວ ສົນ ຈຶ່ງພາຄອບຄົວກັບໄປເຮືອນ.
ພໍຮອດເວລາປະມານ 15 ໂມງຂອງວັນດຽວກັນ ທ້າວ ສົນ ໄດ້ຜິດຖຽງກັນກັບເມຍ ຢ່າງແຮງຢູ່ໃນເຮືອນ. ຈົນຮອດເວລາ 21 ໂມງມີ ປະຊາຊົນຢູ່ໃກ້ເຮືອນຂອງຜູ້ກ່ຽວໄດ້ຍິນສຽງປືນດັງຂຶ້ນ 2 ບາດ.
ຜ່ານການກວດກາສົບຂອງຜູ້ເສຍຊີວິດ ທ້າວ ສົນ (ຜົວ) ນອນກອດປືນແກັບ ປາກອົມປາຍປືນ, ມີຮອຍຖືກຍິງເຂົ້າໃນຜົ້ງປາກ 1 ຈຸດ, ນາງ ບິນ ນອນຄວ້ໍາໜ້າ ມີຮອຍຖືມີດແທງຄໍ 1 ຈຸດ, ຮອຍພັນເຂົ້າຄໍເບື້ອງຂວາ 1 ຈຸດ, ຫູດ້ານຊ້າຍ 1 ຈຸດ, ບ່າເບື້ອງຂວາ 1 ຈຸດ, ແຂນເບື້ອງຊ້າຍ 3 ຈຸດ ແລະ ຂາເບື້ອງຊ້າຍ 1 ຈຸດ. ສ່ວນ ນາງ ບີ ລູກສາວມີຮອຍຖືກມີດຟັນເຂົ້າຂະມັບຫູເບື້ອງຂວາ 1 ແຜ, ໜ້າເບື້ອງຊ້າຍ 1 ຈຸດ ແລະ ທ້ອງ 1 ຈຸດ.
ປະຫວັດຂໍ້ມູນຈາກເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າ, ຜ່ານມາໃນປີ 2003 ທ້າວ ສົນ ພະຍາຍາມຄາດຕະກໍາ ທ້າວ ຈັນແພງ ບ້ານເມືອງຫານມາແລ້ວ 1 ຄັ້ງ, ໃຊ້ປືນ ແກັບຍິງຖືກແຄມປາກ ທ້າວ ຈັນແພງ ໄດ້ຮັບບາດເຈັບສາຫັດ ແລະ ຖືກສານປະຊາຊົນແຂວງໄຊຍະບູລີ ຕັດສີນຈໍາຄຸກ 7 ປີ ແລະ ພາຍ ຫຼັງພົ້ນໂທດອອກມາ ໄປຢູ່ນໍາຄອບຄົວມາໄລຍະໜຶ່ງ ປີ 2015 ຖືກເຈົ້າໜ້າທີ່ ປກສ ເມືອງຫົງສາ ກັກຕົວໄປດັດສ້າງຢູ່ໂຮງຮຽນສຶກສາພົນລະເມືອງ 1 ຄັ້ງ, ຍ້ອນພົວພັນຢາເສບຕິດ.
ພາບແລະຂ່າວ: ປກສ ເມືອງຫົງສາ