Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງການຕ່າງປະເທດ ລົງເຮັດວຽກທີ່ແຂວງຈໍາປາສັກ

Posted on 06/08/202006/08/2020 By All in LAOS No Comments on ລັດຖະມົນຕີກະຊວງການຕ່າງປະເທດ ລົງເຮັດວຽກທີ່ແຂວງຈໍາປາສັກ

ຈໍາປາສັກ: ບ່າຍວັນທີ 6 ສິງຫາ 2020, ຢູ່ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ສະແດງການຕ້ອນຮັບ ແລະຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະໃນເທື່ອນີ້, ພ້ອມນີ້ ກໍ່ໄດ້ລາຍງານໃຫ້ຮູ້ເຖິງ ວຽກງານການພົວພັນ ຮ່ວມມືກັບບັນດາປະເທດໄກ້ຄຽງທີ່ມີຊາຍແດນຕິດຈອດກັບແຂວງຈໍາປາສັກ ແລະເພີ່ມທະວີການຮ່ວມມືລະດັບພາກພື້ນ ແລະເວທີສາກົນ.

ຈາກນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາແຂວງຈໍາປາສັກ ໃນທຸກຂັ້ນ ໃນການປະກອບສ່ວນພັດທະນາເສດຖະກິດ ສັງຄົມ ສະເພາະແມ່ນໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19 ຜ່ານມາ, ພ້ອມດຽວກັນນີ້ ກໍ່ໄດ້ຂອບໃຈ ການນໍາແຂວງຈໍາປາສັກ ໃນການໃຫ້ການສະໜັບ ສະໜຸນ ຊ່ວຍເຫຼືອ ການເຄື່ອນໄຫວວຽກງານການຕ່າງປະເທດ ໃນແຕ່ລະດ້ານ ແລະສິ່ງທ້າທາຍຕ່າງໆ ທີ່ເກີດຂື້ນ ແລະໄດ້ຢັ້ງຢືນວ່າ ກະຊວງການຕ່າງປະເທດພ້ອມທີ່ຈະໃຫ້ການສະໜັບສະໜຸນໃນການຮ່ວມມືແກ່ແຂວງຈໍາປາສັກໂດຍສະເພາະໃນຂົງເຂດວຽກງານການຕ່າງປະເທດ ແລະໃນຄວາມຮັບຜິດຊອບຂອງກະຊວງການຕ່າງປະເທດ.

ສໍາລັບການມາເຄື່ອນໄຫວຊີ້ນໍາວຽກງານໃນເທື່ອນີ້ ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສະພາບການທີ່ພົ້ນເດັ່ນ ໃນພາກພື້ນ ສາກົນ ແລະສະພາບການຊາຍແດນ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ແລະທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ສໍາລັບ 4 ແຂວງພາກໃຕ້ ຄື: ແຂວງເຊກອງ, ສາລະວັນ, ອັດຕະປື, ຈໍາປາສັກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນເອກະພາບໃນຂອບເຂດທົ່ວປະເທດ, ແນ່ໃສ່ຮັບປະກັນຄວາມໝັ້ນຄົງຂອງຊາດ.

ຂ່າວ: ທັດຊະນະ ນັກຂ່າວຫ້ອງວ່າການແຂວງ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈະລາຈອນ ແຂວງສະຫວັນນະເຂດ ຊີ້ແຈງຂໍ້ຂ້ອງໃຈເລື່ອງການຕັ້ງດ່ານຈັບຄວາມໄວ
Next Post: ສຸດເສົ້າສາມສົບ ພໍ່ແມ່ແລະລູກສາວ

Related Posts

ຊ໊ອກໃນວົງການສິລະປິນລາວ…!! ອາຈານ ກິດາວເພັດ ຫນູຫ່ວງ ຈາກໄປແບບກະທັນຫັນ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 1323ຄົນ ຂ່າວສານບ້ານເມືອງ
ແຈ້ງເຕືອນ! ຝົນຈະຕົກໜັກ ໃນວັນທີ 08 ຫາ 11 ມິຖຸນາ 2021 ຂ່າວສານບ້ານເມືອງ
ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄ້າຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ຂ່າວສານບ້ານເມືອງ
ປະເທດລາວເຮົາສົ່ງອອກໄຟຟ້າໄປຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6 ພັນກວ່າເມກາວັດ ຂ່າວສານບ້ານເມືອງ
ເສົ້າໃຈ! ພົບເຫັນສົບເດັກນ້ອຍເກີດໃໝ່ ຖືກຖິ້ມຢູ່ຮ່ອງນໍ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme