ປະທານອົງການກວດສອບແຫ່ງລັດ ທ່ານນາງ ວຽງທອງ ສີພັນດອນ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 22 ປີ (5 ສິງຫາ 1998-5 ສິງຫາ 2020) ທີ່ໄດ້ຈັດຂຶ້ນເມື່ອວັນທີ 5 ກໍລະກົດທີ່ຜ່ານມາຢູ່ຫ້ອງປະຊຸມຂອງອົງການສອບແຫ່ງລັດໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດວ່າ: ໃນໄລຍະຜ່ານມາອົງການກວດສອບແຫ່ງລັດສາມາດດໍາເນີນການກວດສອບໄດ້ທັງໝົດ 810 ເທື່ອ ໃນນັ້ນ ໄດ້ກວດສອບຢູ່ບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ 492 ເທື່ອ, ໃນນັ້ນໄດ້ ກວດສອບທະນາຄານ 36 ເທື່ອ, ກວດສອບວິສາຫະກິດ 106 ເທື່ອ ແລະ ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອຈາກຕ່າງປະເທດ 157 ເທື່ອ ຊຶ່ງໄດ້ກວດສອບເຫັນລາຍຮັບເພີ່ມ 3.808,38 ຕື້ກີບ, ລາຍຈ່າຍເພີ່ມ 9.990,73 ຕື້ກີບ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ອົງການກວດສອບສ້າງນັກກວດສອບຢ່າງມີຄຸນນະພາບ, ມີຈັນຍາບັນ, ຈັນຍາທໍາ ມີຄວາມຊື່ ສັດບໍລິສຸດ, ມີຄວາມທ່ຽງທຳ.
ຂ່າວ-ພາບ: ແສງຈັນ