Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄພພິບັດ ນໍ້າຖ້ວມຢູ່ແຂວງໄຊຍະບູລີ ເສຍຫາຍເບື້ອງຕົ້ນ 26,5 ຕື້ກີບ

Posted on 06/08/202006/08/2020 By News No Comments on ໄພພິບັດ ນໍ້າຖ້ວມຢູ່ແຂວງໄຊຍະບູລີ ເສຍຫາຍເບື້ອງຕົ້ນ 26,5 ຕື້ກີບ

ແຫລ່ງຂ່າວຈາກແຂວງໄຊຍະບູລີ ແຈ້ງໃຫ້ຮູ້ວ່າ: ຜົນເສຍຫາຍໃນເບື້ອງຕົ້ນຈາກໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນລະຫວ່າງວັນທີ 2-3 ສິງຫາ 2020 ນີ້, ລວມມີ 8 ເມືອງ, 64 ບ້ານ, 2.629 ຄອບຄົວໄດ້ຮັບຜົນກະທົບ, ລວມມູນຄ່າເສຍຫາຍ 26,5 ຕື້ກວ່າກີບ.

Image may contain: mountain, sky, outdoor and nature
Image may contain: 3 people, people sitting, table and indoor

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ໃນໂອກາດຕ້ອນຮັບ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍຄະນະໃນວັນທີ 6 ສິງຫາ 2020 ນີ້ວ່າ: ຜົນເສຍຫາຍໃນເບື້ອງຕົ້ນຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ສຳລັບເມືອງແກ່ນ ທ້າວ ຂົວຂາດ 2 ຈຸດ, ເມືອງໄຊຊະຖານດິນເຈື່ອນຖົມທາງ, ທາງເຈື່ອນ 17 ຈຸດ, ນໍ້າຖ້ວມນາ 2 ບ້ານ, ມີ 20 ຄອບຄົວ; ເມືອງຄອບນໍ້າຖ້ວມເນື້ອທີ່ທໍາການຜະລິດເສຍຫາຍ 34,40 ເຮັກຕາ, ມີ 10 ບ້ານ, ມີ 141 ຄອບຄົວ; ເມືອງພຽງນໍ້າຖ້ວມນາ 325,41 ເຮັກຕາ, ໃນນີ້ເສຍຫາຍ 186,14 ເຮັກຕາ, ມີ 18 ບ້ານ, 581 ຄອບຄົວ; ເມືອງທົ່ງມີໄຊນໍ້າຖ້ວມເຮືອນ ແລະ ທີ່ທໍາການຜະລິດ ມີ 10 ບ້ານ, 189 ຄອບຄົວ, ມີ 931 ຄົນ; ເມືອງເງິນນໍ້າຖ້ວມເຮືອນ ແລະ ທີ່ ທໍາການຜະລິດ 3 ບ້ານ, ມີ 52 ຄອບຄົວ, ມີ 260 ຄົນ; ເມືອງບໍ່ແຕນນໍ້າຖ້ວມບ້ານ ແລະ ເນື້ອທີ່ທໍາການຜະລິດ ມີ 11 ບ້ານ, 757 ຄອບຄົວ, ມີ 3.785 ຄົນ ແລະ ເມືອງໄຊຍະບູລີ ນໍ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ທໍາການຜະລິດເສຍຫາຍ 187,34 ເຮັກຕາ, ມີ 30 ບ້ານ, ມີ 889 ຄອບຄົວ, ມີເຮືອນເສຍຫາຍໜັກ 11 ຫລັງ, ມີໜອງປາ ແລະ ໜອງລ້ຽງກົບ ຖືກນໍ້າຖ້ວມ 42 ໜອງ, ໃນນັ້ນມີປາເສຍຫາຍ 92 ລ້ານໂຕ, ກົບ 7.650 ໂຕ, ມີງົວ ແລະ ໝູຕາຍໄຫລນໍ້າ 4 ໂຕ, ສັດປີກ 4 ແສນກວ່າໂຕ, ຊົນລະປະທານ 3 ແຫ່ງ, ທາງ 6 ເສັ້ນ, ຕ້ານເຈື່ອນ 1 ແຫ່ງ.

Image may contain: outdoor
Image may contain: sky and outdoor

ໃນໂອກາດນີ້, ກໍໄດ້ປຶກສາຫາລືກັນ ກ່ຽວກັບການຟື້ນຟູ ແລະ ປົວແປງຈິດໃຈຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ໃຫ້ກັບສູ່ສະພາບປົກກະຕິ. ພ້ອມນີ້, ທ່ານ ຄໍາແພງ ໄຊສົມແພງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ໃຫ້ການນຳແຂວງໄຊຍະບູລີ ເພື່ອນຳມອບຕໍ່ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ.

Image may contain: sky, outdoor and nature
Image may contain: sky, cloud, outdoor and nature

ຂ່າວ: ອຸ່ນເຮືອນ ໂພທິລັກ

ຂ່າວສານບ້ານເມືອງ

Post navigation

Previous Post: ບໍ່ເຕນເມືອງທັນສະໄໝ ເຂດເສດຖະກິດສະເພາະທີ່ຫຼວງນໍ້າທາ (ຊົມຄລິບ)
Next Post: ອົງການ​ກວດ​ສອບ​ແຫ່ງ​ລັດກວດພົບລາຍ​​ຮັບ​ເພີ່ມ 3.808,38 ຕື້​ກີບ ແລະ ລາຍ​ຈ່າຍ​ເພີ່ມ 9.990,73 ຕື້​ກີບ

Related Posts

ປະສາດຫຼອນຍ້ອນ ເ ສ ບ ຢ າ ເ ສ ບ ຕ ິ ດ ແລ້ວ ຕີ ບິດາ ໄດ້ຮັບບາດເຈັບສົມຄວນ ຂ່າວສານບ້ານເມືອງ
ພະນັກງານນໍາທ່ຽວ ແຂວງໄຊສົມບູນໄດ້ຮຽນຮູ້ຂໍ້ມູນກ່ຽວກັບພູເບ້ຍ ຂ່າວສານບ້ານເມືອງ
ກົມພິພິຕະພັນ ໄກສອນ ພົມວິຫານ ລົງມາເຄື່ອນໄຫວວຽກງານທີ່ເມືອງຍົມມະລາດແຂວງຄຳມ່ວນ ຂ່າວສານບ້ານເມືອງ
ຊາວກະຊິກອນເມືອງຜາອຸດົມສຳເລັດການ ເກັບກ່ຽວເຂົ້ານາແຊງ ແລະ ພືດລະດູແລ້ງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 244ຄົນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ສືບສວນແລ້ວ! ແມ່ນຫຼົງໂຕງົວ ເຫດເກີດຂຶ້ນຢູ່ ບ້ານປາກເປາະ ເມືອງວັງວຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme