Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຣີໂວເສຍຫຼັກຕໍາເຮືອນປະຊາຊົນທີ່ບ້ານນໍ້າຊົ້ງເມືອງປາກລາຍ

Posted on 06/08/202006/08/2020 By All in LAOS No Comments on ຣີໂວເສຍຫຼັກຕໍາເຮືອນປະຊາຊົນທີ່ບ້ານນໍ້າຊົ້ງເມືອງປາກລາຍ

ໄຊຍະບູລີ: ເກີດອຸບັດຕິເຫດ ລົດກະບະ ໂຕໂຍຕາ ຣີໂວເສຍຫຼັກ ຕຳເຮືອນ ຂອງປະຊາຊົນ ທີ່ບ້ານນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ. ສະພາບອຸບັດຕິເຫດທີ່ເກີດຂຶ້ນຢູ່ເມືອງປາກລາຍ ແຂວງໄຊຍະບູລີ ໃນຄັ້ງວັນທີ່ 5 ສິງຫາ 2020 ທີ່ຜ່ານມາ, ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງປາກລາຍ ໄດ້ລາຍງານໃຫ້ຮູ້ວ່າ: ໃນຄັ້ງວັນທີ່ 5 ສິງຫາ 2020 ໄດ້ມີອຸບັດຕິເຫດ ເກີດຂຶ້ນທັງໝົດ 1 ຄັ້ງ, ໃນນີ້ໄດ້ມີ ລົດກະບະ ຍີ່ຫໍ້ໂຕໂຍຕາ ຫຼຸ້ນ ລິໂວ ຕຳເຮືອນ ປະຊາຊົນ ຢູ່ຂອບເຂດ ບ້ານ ນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ ,ຜົນເສຍຫາຍ ພາຫານະເປ່ເພ ທັງໝົດ 2 ຄັນ,ເຮືອນປະຊາຊົນຈຳນວນ 2 ຫຼັງ, ຄົນໄດ້ຮັບບາດເຈັບເລັກນ້ອຍ 1 ຄົນ ຄືດັ່ງເຫດການທີ່ເກີດຂຶ້ນມີຄື:

ໃນເວລາ 01 ໂມງ 20 ນາທີ ຂອງວັນທີ່ 05 ສິງຫາ 2020 ທີ່ຜ່ານມາໄດ້ເກີດອຸ ບັດຕິເຫດ ຢູ່ເສັ້ນທາງ ທະໝົນ R4 ຂອບເຂດບ້ານ ນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ມີລົດກະບະ ຍີ່ຫໍ້ໂຕໂຍຕາ ຫຼຸ້ນລິໂວ ໝາຍເລກທະບຽນ ນກ 6661 ກຳແພງນະຄອນ ຂັບຂີ່ໂດຍ:ທ້າວ ໂຈນີ້ ສິງວິໄລ ອາຍຸ 20 ປີ ອາຊີບ ນັກສຶກສາ ຢູ່ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ຕຳກັບເຮືອນຂອງທ້າວ ສົມໝອນ ພັນມະນີ ອາຍຸ 43 ປີ ອາຊີບປະຊາຊົນ ຢູ່ບ້ານ ນໍ້າຊົ້ງ ແລະ ເຮືອນຂອງ ທ້າວ ສຳລານ ສີຈຳປາ ອາຍຸ 48 ປີອາຊີປະຊາຊົນ ບ້ານ ນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ,

ຜົນເສຍຫາຍຈາກການເກີດອຸບັດຕິເຫດໃນຄັ້ງນີ້: ພາຫານະເປ່ເພທັງໝົດ 02 ຄັນ:ເປ່ເພສົມຄວນ 02 ຄັນ,ຄື: ລົດກະບະ ໂຕໂຍຕາ ລິໂວ,ລົດສິ້ງທີ່ຈອດໄວ້ຂ້າງເຮືອນ ຄົນໄດ້ຮັບບາດເຈັບ ເລັກນ້ອຍຈຳນວນ 01 ຄົນຄື:ທ້າວ ໂຈນີ້ ສິງວິໄລ ຜູ່ຂັບຂີ່ລົດກະບະໂຕໂຍຕາ ລິໂວ,ເຮືອນໄດ້ຮັບຄວາມເສຍຫາຍສົມຄວນ ຈຳນວນ 02 ຫຼັງ ສາເຫດ ທີ່ພາໃຫ້ເກີດ ອຸບັດຕິເຫດໃນຄັ້ງນີ້: ແມ່ນຍ້ອນ ທ້າວ ໂຈນີ້ ສິງວິໄລ (ດຶ່ມສິ່ງມືນເມົາແລ້ວ ຂັບລົດໄວ) ສະພາບສະຖານທີ່ເກີດເຫດ ເປັນເສັ້ນທາງຊື່, ດິນຟ້າອາກາດເປັນກາງຄືນ,ອາກາດມືດມົວ,ມີຝົນຕົກລິນ ສ່ວນລົດຄູ່ອຸບັດຕິເຫດ ແມ່ນເຈົ້າໜ້າທີ່ເກັບຮັກສາໄວ້.

ສະນັ້ນເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງປາກລາຍ ຂໍຝາກເຕື່ອນ ມາຫາພີ່ນ້ອງ ທຸກຊັ້ນຄົນ ທີ່ກຳລັງຂັບຂີ່ ລົດລາງ ພາຫານະ ທຸກສະນິດ ຈົ່ງມີສະຕິ ລະວັງຕົວ ຄ່ອຍໄປຄ່ອຍມາ,ບໍ່ຄວນຂັບຂີ່ລົດໄວເກີດຂອບເຂດ ໃນເມື່ອທ່ານກິນເຫຼົ້າເມົາ ແລ້ວ ທ່ານ ບໍ່ຄວນຂັບຂີ່ລົດ ທຸກສະນິດ ເພາະຈະ ພາໃຫ້ເກີດອຸບັດຕິເຫດ.

ດ້ວຍຄວາມຫ່ວງໄຍ ແລະ ປາຖະໜາດີ ຈາກ ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນກອງF ບັນຊາການ ປກສ ເມືອງປາກລາຍ.

ໂດຍ: ບຸນສີ ພາດີ

ຂ່າວສານບ້ານເມືອງ

Post navigation

Previous Post: ສາທຸບຸນນໍາ! ພົບພຣະພຸດທະຮູບເກົ່າແກ່ຫຼາຍອົງ ທີ່ເມືອງປາກລາຍ ຢູ່ຖໍ້າ
Next Post: ໄຟຟ້າລາວ ສາຂາແຂວງວຽງຈັນ ເລັ່ງສ້ອມແປງໄຟຟ້າຫັກລົ້ມ ທີ່ຖືກນ້ຳເຊາະເຈື່ອນ

Related Posts

ລາຍງານ! ເຫດການໄຟໄໝ້ ເຂດໂຮງແຮມດອນຈັນພາເລດ (ຊົມຄຣິບຍ້ອນຫຼັງ) ຂ່າວສານບ້ານເມືອງ
ເຈົ້າແຂວງຄຳມ່ວນລົງເຄື່ອນໄຫວວຽກງານທີ່ເມືອງຍົມມະລາດ ຂ່າວສານບ້ານເມືອງ
ບ້ານໜອງຫອຍ ຕັ້ງຈຸດກວດກາເຂັ້ມງວດປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ຫຼວງພະບາງມື້ນີ້ເບົາບາງລົງແລ້ວຕິດເຊື້ອໂຄວິດເພີ່ມພຽງ 47 ກໍລະນີ ຂ່າວສານບ້ານເມືອງ
ອັບເດດສະຖານະການ! ນໍ້າຊອງ ໄຫຼແຮງ ແລະ ຂຶ້ນສູງ ເມືອງວັງວຽງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 199ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme