Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກົມລົດຕັງ-ຍານເກາະ ສຳເລັດບັ້ນອົບຮົມ-ຫັດແອບໄລຍະສັ້ນ

Posted on 06/08/202006/08/2020 By All in LAOS No Comments on ກົມລົດຕັງ-ຍານເກາະ ສຳເລັດບັ້ນອົບຮົມ-ຫັດແອບໄລຍະສັ້ນ

ໃນວັນທີ 5 ສິງຫາ ນີ້, ກົມ ລົດຕັງ-ຍານເກາະກົມໃຫຍ່ເສນາ ທິການກອງທັບ ໄດ້ສໍາເລັດບັ້ນ ອົບຮົມ-ຫັດແອບໄລຍະສັ້ນ ເພື່ອ ກະກຽມຄວາມພ້ອມເຂົ້າຮ່ວມ ແຂ່ງຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍໃນປີ 2020, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະ ນະພັກກະຊວງ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ຢາບູໂລບ ຫົວ ໜ້າຫ້ອງການ ຜູ້ຕາງໜ້າກະຊວງ ປ້ອງກັນປະເທດ ສ ຣັດເຊຍ ປະ ຈຳລາວ, ມີຄະນະນຳກະຊວງ, ຕາງໜ້າກົມໃຫຍ່, ກົມນ້ອຍ, ຫ້ອງ ການ, ກອງອ້ອມຂ້າງກົມໃຫຍ່ ເສນາທິການກອງທັບ ແລະ ວິ ຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮອງຫົວໜ້າກົມລົດ ຕັງຍານເກາະ ກົມໃຫຍ່ເສນາທິ ການກອງທັບ, ທັງເປັນຫົວໜ້າ ທີມລົດຕັງຍານເກາະກອງທັບປະ ຊາຊົນລາວ ໃນການເຂົ້າຮ່ວມ ແຂ່ງຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍປີ 2020 ໄດ້ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບຄັ້ງນີ້ ກໍ ເພື່ອເປັນການກະກຽມຄວາມ ພ້ອມຂອງບັນດານັກກີລາແຕ່ລະ ສະຫາຍ ໃຫ້ມີຄວາມຊຳນານຄ່ອງ ແຄ້ວ ທາງດ້ານວິຊາສະເພາະ ຂອງຈຸບັນຊາ, ນັກຂັບຂີ່ ແລະ ນັກຍິງ.

ຜ່ານການເຝິກແອບຕົວ ຈິງໃນໄລຍະຜ່ານມາເຫັນໄດ້ວ່າ ແຕ່ລະສະຫາຍແມ່ນໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າ ເຂົ້າໃນການເຝິກ ຊ້ອມຕາມບົດຮຽນທີ່ໄດ້ແຂ່ງຂັນ ໃນຊຸມປີຜ່ານມາ, ໂດຍປະຕິບັດ ຕາມຫຼັກການແຂ່ງຂັນຄື: ເລີ່ມ ອອກລົດຮັບລູກປືນ, ໄປຈຸດຍິງ ເປົ້າໝາຍ, ເຄື່ອນທີ່ດັບສູນເປົ້າ ໝາຍ. ໃນນີ້, ໄດ້ຕີລາຄາຜົນໄດ້ຮັບສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍທີ່ວາງໄວ, ທັງນີ້, ກໍເພື່ອເປັນການຮັບປະກັນ ໃຫ້ແກ່ການເຂົ້າຮ່ວມແຂ່ງຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍ ໃນ ປີ 2020 ໃຫ້ໄດຮັບໝາກຜົນອັນດີ ເພື່ອເຮັດໃຫ້ກອງທັບປະຊາຊົນ ລາວມີໃບໜ້າອັນໃໝ່.

ໂດຍ: ອາຫວຸ້ນ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງລະຄອນເພັງ ຈັດພິທີທຳລາຍເຄື່ອງອຸປະໂພກ ແລະ ບໍລິໂພກ ເຄື່ອງສຳອ່າງຕ້ອງຫ້າມ
Next Post: ສາທຸບຸນນໍາ! ພົບພຣະພຸດທະຮູບເກົ່າແກ່ຫຼາຍອົງ ທີ່ເມືອງປາກລາຍ ຢູ່ຖໍ້າ

Related Posts

ໜັງສືແຈ້ງ ການສະໜອງຂໍ້ມູນຄ່າບໍລິການຊຳລະຂີ້ເຫຍື້ອເຂົ້າໃນລະບົບໃໝ່ ຢູ່ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ນາຍົກຍີ່ປຸ່ນຕັ້ງງົບປະມານສຸກເສີນໂດຍນໍາເງິນຈາກຄັງແຮສໍາຮອງຫຼາຍກວ່າ2ຮ້ອຍຕື້ຄຸມການລະບາດຂອງພະຍາດໂຄວິດ-19. ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລົງພື້ນທີ່ຕົວຈິງ ຕິດຕາມສະພາບປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຂ່າວສານບ້ານເມືອງ
ສະຫຼະເວລາອ່ານ ປະຫວັດການເຄື່ອນໄຫວຜູ້ຕິດເຊື້ອ ໂ ຄ ວິ ດ ກໍລະນີ 59 ແລະ ກໍລະນີ 60 ຂ່າວສານບ້ານເມືອງ
ງາມແທ້! ຫຼັງຄາທ່າຈອດລົດໄຟຂອງສະຖານີຫຼວງພະບາງ ໄດ້ເປີດໄຟທົດລອງ ຂ່າວສານບ້ານເມືອງ
ເອົາໄປເປັນແກ້ງ! ປກສ ເມືອງປາກຊັນ ມ້າງຄະດີກຸ່ມແກ້ງລັກລົດຈັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme